黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາພວມປະເຊີນກັບວິກິດການໄພເງິນເຟີ້ແບບບໍ່ເຄີຍມີມາກ່ອນ

2021-11-15 11:04:03 CRI

ອາເມຣິກາພວມປະເຊີນກັບວິກິດການໄພເງິນເຟີ້ແບບບໍ່ເຄີຍມີມາກ່ອນ_fororder_webwxgetmsgimg (22)

ສື່ມວນຊົນອາເມຣິກາລາຍງານໃນວັນທີ 14 ພະຈິກນີ້ຕາມເວລາທ້ອງຖິ່ນວ່າ: ອົງການສະຖິຕິແຮງງານຂອງອາເມຣິກາໄດ້ເປີດເຜີຍຕົວເລກດັດຊະນີລາຄາບໍລິໂພກ ຫຼື CPI ໂດຍສະແດງໃຫ້ເຫັນວ່າ ເສດຖະກິດອາເມຣິກາເກືອບໄດ້ຮັບຜົນກະທົບຈາກໄພເງິນເຟີ້ໃນທຸກດ້ານ. ດັດຊະນີລາຄາບໍລິໂພກໄດ້ສະແດງໃຫ້ເຫັນວ່າ ແຕ່ເດືອນຕຸລາປີ 2020 ຫາເດືອນຕຸລາປີນີ້, ລາຄາເຄື່ອງອຸປະໂພກບໍລິໂພກ ແລະ ຂະແໜງການບໍລິການໄດ້ເພີ່ມຂຶ້ນ 6,2% ເຊິ່ງເປັນລະດັບເພີ່ມຂຶ້ນສູງສຸດໃນໄລຍະ 12 ເດືອນໃນຮອບ 31 ປີຜ່ານມາ.

ວິກິດການໄພເງິນເຟີ້ໄດ້ເຮັດໃຫ້ຊາວອາເມຣິກາຫຼາຍລ້ານຄົນຕ້ອງຖອນອອກຈາກຕະຫຼາດອະສັງຫາລິມະຊັບ, ມີຫຼາຍຄອບຄົວເກືອບບໍ່ສາມາດແບກຫາບລາຍຈ່າຍການບໍລິໂພກເຄື່ອງທີ່ສຳຄັນແລະຈຳເປັນ ເຊັ່ນລົດເປັນຕົ້ນ.

ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາເຫັນວ່າ: ອັດຕາໄພເງິນເຟີ້ອາເມຣິກາໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ແລະເກີນລະດັບຄາດໝາຍ ກໍຍ້ອນວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສະນັ້ນ, ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ ຈະເປັນການຊຸກຍູ້ໃຫ້ຄົນທັງຫຼາຍອອກໄປໃຊ້ຈ່າຍຫຼາຍກວ່າເກົ່າ ແລະ ເປັນການສົ່ງເສີມໃຫ້ຜູ້ອອກແຮງງານມີສ່ວນຮ່ວມຫຼາຍຂຶ້ນກວ່າເກົ່າ ແລ້ວຈຶ່ງຈະສາມາດເຮັດໃຫ້ອັດຕາໄພເງິນເຟີ້ຂອງອາເມຣິກາຟື້ນຄືນໄດ້ສູ່ລະດັບທີ່ເປັນປົກກະຕິ.

ຄຳ​ເຫັນ

0