郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານວິນ​ມີນ​,​ນາງ​ອອງ​ຊານຊູ​ຈີ​ແລະ​ຄົນ​ອື່ນໆ​​ລວມ16ຄົນ​ຖືກ​ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ ​ມຽນ​ມາ​ກ່າວ​ຟ້ອງຄະ​ດີ

2021-11-16 14:52:00 cri

ວັນ​ທີ15ພະ​ຈິກນີ້ ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາທີ່​ສ້າງ​ຕັ້ງ​ຂຶ້ນ​​ໃໝ່​ໄດ້​ ກ່າວ​ຟ້ອງ16ຄົນ​ທີ່ຖືກ​ສົງ​ໄສວ່າ​ໂກງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ2020​ໃນ​ຂໍ້​ຫານຳ​ໃຊ້ສິດ​ອຳ​ນາດ​ ​ທົ່ວ​ທີບ,ໃນ​ນັ້ນ​ລວ​ມ​ທັງ​ທ່ານ​ວີນ​ມິນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ,ທ່ານ​ນາງອອງ​ຊານ​ຊູ​ຈີ​ ​ອະ​ດີດທີ່​ປຶກ​ສາ​ແຫ່ງ​ລັດ. ການລະ​ເມີດ​ຂໍ້​ກຳ​ນົດ​ຂອງ​ເຂົາ​ເຈົ້າ​​ເປັນ​ການ​ທຳ​ລາຍ​ລະ​ບຽບ​ການ​ເລືອກ​ຕັ້ງ,ໄດ້ບັງ​ຄັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ຮາກ​ຖານ​ລົງ​ລາຍ​ເຊັນ​ໃນ​ໃບສັນ​ຍາ,ຂຽນ​ຊື່​ຄົນ​ທີ່​ບໍ່​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ໃນ​ລາຍ​ຊື່​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ​ອື່ນໆ.

​ໃນວັນ​ທີ26ກໍ​ລະ​ກົດ​ຜ່ານ​ມາ ຄະ​ນະ​ກຳ​ມະ​ການການ​ເລືອກ​ຄັ້ງ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ປະ​ກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ: ​ຜົ​ນ​ການກວດ​ກາ​ບັດ​ເລືອກ​ຕັ້ງ​ໃນ​ປີ​ກາຍນີ້,ໄດ້​ພົບ​ເຫັນ​​ພິ​ລຸດ​ທີ່​ບໍ່​ຖືກ​ຕ້ອງ​ຕາມ​​ກົດ​ໝາຍແລະ​ບໍ່​ທ່ຽງ​ທຳ​ຫຼາຍ​ຢ່າງ,ສະ​ນັ້ນ​ຈິ່ງໄດ້​ຍຸບ​ຜົນ​ການ​ເລືອກ​ຕັ້ງ​ເທື່ອນີ້.

​ເຈົ້າ​ໜ້າ​ທີ່ທະ​ຫານ​ມຽນ​ມາ​ໄດ້​ເຮັດ​ລັດ​ຖະ​ປະ​ຫານ​ຍຶດອຳ​ນາດ​ການ​ປົກ​ຄອງ​ໃນ​ວັນ​ທີ1ກຸມ​ພາ​ປີນີ້ ແລະ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບມຽນ​ມາ​ຄືນ​ໃໝ່.

ທ່ານວິນ​ມີນ​,​ນາງ​ອອງ​ຊານຊູ​ຈີ​ແລະ​ຄົນ​ອື່ນໆ​​ລວມ16ຄົນ​ຖືກ​ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ ​ມຽນ​ມາ​ກ່າວ​ຟ້ອງຄະ​ດີ_fororder_334999982

ທ່ານວິນ​ມີນ​,​ນາງ​ອອງ​ຊານຊູ​ຈີ​ແລະ​ຄົນ​ອື່ນໆ​​ລວມ16ຄົນ​ຖືກ​ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ ​ມຽນ​ມາ​ກ່າວ​ຟ້ອງຄະ​ດີ_fororder_1592705597

 

ຄຳ​ເຫັນ

0