尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ລາຍ​ງານ​ຂອງ ສ​ປ​ຊ ລະ​ບຸ​ວ່າ: ອັ​ຟ​ກາ​ນີ​ສະ​ຖານ​ຈະ​ຜະ​ເຊີນ​ກັບ​ວິ​ກິດ​ການ​ຂາດ​​ແຄນ​ເງິນ​ຕາ​ຢ່າງ​ໜັກ​ໜ່ວງ

2021-11-24 11:26:43 cri

       ວັນ​ທີ 23 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ນັກ​ເສດ​ຖະ​ສາດ​ຫຼາຍ​ທ່ານ​ແລະ​ບໍ​ລິ​ສັດ​​ແລກ​​ປ່ຽນ​ເງິນ​ຕາ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເປີດ​ເຜີຍ​ຕໍ່​ລະ​ບົບ​ທະ​ນາ​ຄານ​ທ້ອງ​ຖິ່ນ​ທີ່​ອາດ​ຈະ​ພັ​ງ​ທະ​ລາຍ​ແລະ​ໄດ້​ກ່າວ​ເຕືອນ​ວ່າ:ອັ​ຟ​ກາ​ນີ​ສະ​ຖານ​ອາ​ດ​ຈະ​ຜະ​ເຊີນ​ກັບ​ວິ​ກິດ​ການ​ຂາດ​ແຄນເງິນ​ຕາ​​ຢ່າງ​ໜັກ​ໜ່ວງ.
 

      ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ເພື່ອ​ການ​ພັດ​ທະ​ນາ​ຫຼື UNDP ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 22 ພະ​ຈິກ​ນີ້​ໂດຍລະ​ບຸ​ວ່າ: ອີງ​ຕາມ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຄວາມ​ຈຳ​ກັດ​​ໃນ​ການ​ຖອນ​ເງິນ​ຈາກ​ທະ​ນາ​ຄານ​ໃນ​ປັດ​ຈຸ​ບັນ, ​ເມື່ອຮອດ​ທ້າຍ​ປີ​ນີ້, ອັ​ຟ​ກາ​ນີ​ສະ​ຖານ​ຈະ​ມີ​ເງິນ​ຝາກ​ໃນ​ທະ​ນາ​ຄານ​​ຫຼຸດ​ລົງປະ​ມານ 40%. ແຕ່​ທ້າຍ​ປີ 2020 ຫາ​ເດືອນ​ກັນ​ຍາ​ປີ​ນີ້, ​ອັດ​ຕາເງິນ​ກູ້​ດ້ອຍ​ຄຸນ​ນະ​ພາບ​ຢູ່ອັ​ຟ​ກາ​ນີ​ສະ​ຖານ​​ໄດ້​ເພີ່ມ​ຂຶ້ນເກືອບ 1 ເທົ່າ,​ເທົ່າ​ກັບ 57%, ທະ​ນາ​ຄານ​ໄດ້​ຢຸດ​ການ​ສະ​ໜອງ​ເງິນ​ກູ້ງວດ​ໃໝ່​ແລ້ວ.
 

      ບົດ​ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຜົນ​ການ​ວິ​ເຄາະ​ຂອງ​ນັກ​ເສດ​ຖະ​ສາດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຢຸດ​ຕິ​ການ​ຊ່ວຍ​ເຫຼືອ​ແລະ​ການ​ອະ​ຍັດ​ຊັບ​ສິນ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​​ລ້ວນ​ແຕ່ແມ່ນ​ສາ​ເຫດ​ທີ່​ສຳ​ຄັນ​ທີ່​ເຮັດ​ໃຫ້​ເກີດ​ວິ​ກິດ​ການ​ຂາດ​​ແຄນເງິນ​ຕາ. ນັບ​ແຕ່​ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ ຕາ​ລີ​ບັນ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຂຶ້ນ​ກຳ​ອຳ​ນາດ​ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ໄດ້​​ອາ​ຍັດຊັບ​ສິນ​ໃນ​ທະ​ນາ​ຄານ​ສາ​ກົນ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ປະ​ມານ 9 ຕື້​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0