徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຍິນດີຕ້ອນຮັບຝ່າຍຕ່າງໆເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ 2022 ຮ່ວມກັນປະຕິບັດຈິດໃຈໂອລິມປິກທີ່ສາມັກຄີກວ່າເກົ່າ

2021-12-11 13:45:40 cri

ຈີນຍິນດີຕ້ອນຮັບຝ່າຍຕ່າງໆເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ 2022 ຮ່ວມກັນປະຕິບັດຈິດໃຈໂອລິມປິກທີ່ສາມັກຄີກວ່າເກົ່າ_fororder_WechatIMG150

 

ຕາມຂ່າວCRI: ວັນທີ 10 ທັນວານີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຍິນດີຕ້ອນຮັບນັກກິລາແລະບຸກຄົນທີ່ກ່ຽວຂ້ອງຂອງປະເທດຕ່າງໆເດີນທາງມາຈີນເພື່ອເຂົ້າຮ່ວມງານກິລາໂອລິມປິກລະດູໜາວປີ 2022, ຍິນດີຮ່ວມກັນກັບຝ່າຍຕ່າງໆປະຕິບັດຈິດໃຈໂອລິມປິກທີ່ສາມັກຄີກວ່າເກົ່າ, ປະກອບສ່ວນໃໝ່ເຂົ້າໃນພາລະກິດໂອລິມປິກ.

 

ຫວ່າງມໍ່ໆມານີ້, ໂຄສົກຂອງທ່ານອັນໂຕນີໂອ ກູເຕີເຣສ, ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ທ່ານອັນໂຕນີໂອ ກູເຕີເຣສຈະເຂົ້າຮ່ວມງານກິໂລໂອລິມປິກລະດູໜາວປັກກິ່ງປີ 2022. ຂະນະທີ່ທ່ານເອມມານູເອນ ມາຄຣົງ, ປະທານາທິບໍດີຝຣັ່ງກໍກ່າວວ່າ: ງານກິລາໂອລິມປິກບໍ່ຄວນຖືກຫັນເປັນບັນຫາການເມືອງ, “ການຂວ້ຳບາດທາງການຕ່າງປະເທດ” ຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງບໍ່ມີຄວາມໝາຍພໍປານໃດ, ​ພຽງແຕ່ເປັນສັນຍາລັກຊື່ໆ.

 

ທ່ານຫວ່າງເວີນປີ່ນໄດ້ຊີ້ອອກວ່າ:“ຫວ່າງກ່ອນນີ້ບໍ່ດົນ, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 76 ໄດ້ປຶກສາຫາລືກັນແລະບັນລຸຄວາມເປັນເອກະພາບໃນການຮັບຮອງ “ມະຕິຕົກລົງການຢຸດສົງຄາມໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກິ່ງ”,ມະຕິດັ່ງກ່າວແມ່ນ 173 ປະເທດສະມາຊິກຮ່ວມກັນສະເໜີ, ​ເຊິ່ງເປັນການສະແດງໃຫ້ເຫັນເຖິງການສະໜັບສະໜູນຢ່າງແຂງແຮງຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງຈາກປະຊາຄົມໂລກ. ປັດຈຸບັນນີີ້, ມີລັດຖະບານແລະຄະນະກຳມະການໂອລິມປິກແຫ່ງຊາດຂອງປະເທດຕ່າງໆທີ່ນັບມື້ນັບຫຼາຍໄດ້ສະແດງທ່າທີຢ່າງເປີດເຜີຍວ່າຈະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງ. ທ່ານໂທມາສ ບາສ໌, ປະທານຄະນະກຳມະການໂອລິມປິກສາກົນກ່າວຢ່າງມີຄວາມຈະແຈ້ງວ່າ,​ ການຈັດງານກິລາໂອລິມປິກແມ່ນເພື່ອເຮັດໃຫ້ທົ່ວໂລກສາມັກຄີກັນ, ການແຊກແຊງຈາກອິດທິກຳລັງການເມືອງຈະເຮັດໃຫ້ງານກິລາໂອລິມປິກກ້າວໄປສູ່ຈີນຈົນຕາແຈ; ຖ້າວ່າງານກິລາໂອລິມປິກຖືກສວຍໃຊ້ແລະເຮັດໃຫ້ການປະທະກັນແລະຄວາມຂັດແຍ້ງກັນຂອງໂລກຮຸນແຮງຂຶ້ນ, ກໍຈະຝ່າຝືນກັບພາລະກຳຂອງຄະນະກຳມະການໂອລິມປິກສາກົນ. ”

ຄຳ​ເຫັນ

0