尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ຍີ່​ປຸ່ນ​ຈັດກອງ​ປະ​ຊຸມ​ເຈ​ລະ​ຈາ​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ ຮອບ​ທີ 13

2021-12-21 16:56:01 cri

ຈີນ-ຍີ່​ປຸ່ນ​ຈັດກອງ​ປະ​ຊຸມ​ເຈ​ລະ​ຈາ​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ ຮອບ​ທີ 13_fororder_6123-f1f2a83038a371d643b31b35926237f8

      ວັນ​ທີ 20 ທັນ​ວາ​ນີ້, ກອງ​ປະ​ຊຸມ​ເຈ​ລະ​ຈາ​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ລະ​ຫວ່າງ​ຈີ​ນ-ຍີ່​ປຸ່ນ​ຮອບ​ທີ 13 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ.

      ສອງ​ຝ່າຍ​ໄດ້​ຈັດ 3 ກອງ​ປະ​ຊຸມ​ຍ່ອຍ​ຄື:ກອງ​ປະ​ຊຸມ​ຄົບ​ຄະ​ນະ​ແລະກອງ​ປະ​ຊຸມ​ວຽກ​ງານ​ປ້ອງ​ກັນ​ທາງ​ທະ​ເລ, ກອງ​ປະ​ຊຸມ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ແລະ​ກອງ​ປະ​ຊຸມ​ເສດ​ຖະ​ກິດທາງ​ທະ​ເລ,​ສອງ​ຝ່າຍໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ກ່ຽວ​ກັບບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ທະ​ເລລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຄື​​ການຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ທະ​ເລ​ລະ​ຫວ່າງ​ສອງ​ຝ່າຍ.ສອງ​ຝ່າຍ​ໄດ້​ເຫັນ​ດີ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຈະ​ສຸມ​ໃສ່​ສ້າງ​ສາຍ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຍຸກ​ສະ​ໄໝ​ໃໝ່,ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ທີ່​ຜູ້​ນຳ​ສອງ​ປະ​ເທດ​ເຫັນ​ດີຢ່າງ​ເປັນ​ເອ​ກະ​ພາບ​ກັນ​ໃນ​ເວ​ລາ​ສົນ​ທະ​ນາ​ກັນ​ຜ່ານ​ທາງ​ໂທ​ລະ​ສັບ​ໃນ​ຫວ່າງ​ມໍ່ໆ​ນີ້​ແລະ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ 4 ຫຼັກ​ການ​ທີ່​ສອງ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ນັບ​ແຕ່​ຈີນ​ແລະ​ຍີ່​ປຸ່ນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ​ຢ່າງ​ຮອບ​ດ້ານ,​ເພື່ອ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ທາງ​ທະ​ເລ​ຢ່າງ​ເໝາະ​ສົມ,ຊຸກ​ຍູ້​ການ​ແລກ​ປ່ຽນຄວາມ​ຄິດ​ເຫັນ​ກັນ​ຢ່າງ​ແທ້​ຈິງ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທີ່​ກ່ຽວ​ຂ້ອງ​ກັບ​ທະ​ເລ,ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ທາງ​ທະ​ເລ​ຢ່າງ​ແທ້​ຈິງ,ສ້າງ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ກາຍ​ເປັນ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ,ການ​ຮ່ວມ​ມື​ແລະມິດ​ຕະ​ພາບ.
ຈີນ-ຍີ່​ປຸ່ນ​ຈັດກອງ​ປະ​ຊຸມ​ເຈ​ລະ​ຈາ​ລະ​ດັບ​ສູງ​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ ຮອບ​ທີ 13_fororder_6a5f-a5e5db845164fb1c72ed944a417d3a63

      ຈີນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແລະ​ຄັດ​ຄ້ານອີກ​ຄັ້ງ​ໜຶ່ງ​ກ່ຽວ​ກັບ​ແຜນ​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄ​ລຍ​​ຂອງ​ຍີ່​ປຸ່ນລົງ​ສູ່​ທະ​ເລ,ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ແກ້​ໄຂ​ບັນ​ຫາ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄ​ລຍ​ຢູ່​ເກາະ​ຟູ​ຄູ​ຊີ​ມະ​ຢ່າງ​ສຸ​ຂຸມ​ຮອບ​ຄອບ.

ຄຳ​ເຫັນ

0