覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດອາຟຣິກາໄດ້ຮັບວັກຊີນໂຄວິດ-19ທີ່ໃກ້ຈະໝົດອາຍຸແລ້ວຈາກປະເທດຕາເວັນຕົກ

2021-12-28 10:28:27 cri

ປະເທດອາຟຣິກາໄດ້ຮັບວັກຊີນໂຄວິດ-19ທີ່ໃກ້ຈະໝົດອາຍຸແລ້ວຈາກປະເທດຕາເວັນຕົກ_fororder_W020211227639524203975
 

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນໃນກອງ ປະຊຸມຖະແຫຼງຂ່າວປະຈຳວັນທີ 27 ທັນວານີ້ວ່າ: ຫວັງວ່າປະເທດ ທີ່່ກ່ຽວຂ້ອງຈົ່ງປະຕິບັດຕາມຄຳໝັ້ນສັນຍາຢ່າງແທ້ຈິງໃນການສະໜອງວັກຊີນໂຄວິດ-19ທີ່ປອດໄພແລະມີປະສິດທິພາບຫຼາຍກວ່າເກົ່າໃຫ້ແກ່ປະເທດພວມພັດທະນາເຊິ່ງລວມທັງປະເທດໃນທະວີບອາຟຣິກກາ.
 

   ຕາມຂ່າວແຈ້ງວ່າ: ຫວ່າງມໍ່ໆມານີ້, ນີເຊຣີຈຳຕ້ອງໄດ້ທຳລາຍວັກຊີນ ອັສຕຣາເຊເນກາ (AstraZeneca)ທີ່ໝົດອາຍຸແລ້ວນັ້ນຈຳນວນ 1,06 ລ້ານ ຫຼອດ. ສື່ມວນຊົນໄດ້ເປີດເຜີຍໃຫ້ຮູ້ວ່າ: ວັກຊີນ ຈາກປະເທດຕາເວັນຕົກຕາມ ແຜນດຳເນີນງານວັັກຊີນໂຄວິດ-19 ຫຼື COVAX ທີ່ໄດ້ຂົນສົ່ງ ໄປເຖິງນີເຊຣີນັ້ນຍັງອີກ 4 ຫາ 6 ອາທິດຈະໝົດອາຍຸແລ້ວ. ຕໍ່ກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ກ່າວວ່າ: ຈີນໄດ້ໃຫ້ຄວາມສົນໃຈກ່ຽວກັບການລາຍງານຂ່າວ ທີ່ກ່ຽວຂ້ອງແລ້ວ ທັງໄດ້ເອົາໃຈໃສຕິດຕາມແລະເຫັນວ່າ ຍັງມີປະເທດອາຟຣິກ ກາອີກຈຳນວນໜຶ່ງກໍປະເຊີນໜ້າກັບບັນຫາກ່ຽວກັບວັກຊີນໝົດອາຍຸໃນລະດັບຕ່າງກັນ.
 

   ທ່ານກ່າວວ່າ: “ວັກຊີນເປັນອາວຸດອັນເຂັ້ມແຂງໃນການຕ້ານກັບເຊື້ອພະຍາດ ໂຄວິດ-19”, ທັງແມ່ນຄວາມຫວັງໃນການຊ່ວຍຊີວິດ. ເຖິງວ່າປັດຈຸບັນ ປະລິມານການຜະລິດວັກຊີນໃນທົ່ວໂລກໄດ້ເພີ່ມຂຶ້ນ, ອັດຕາການສັກ ວັກຊີນກໍໄດ້ເພີ່ມຂຶ້ນກໍຕາມ, ແຕ່ຄວາມແຕກໂຕນກັນດ້ານພູມຄຸ້ມກັນພະຍາດລະ ຫວ່າງປະເທດທີ່ພັດທະນາແລ້ວ ກັບປະເທດພວມພັດທະນານັ້ນກຳລັງຂະ ຫຍາຍກວ້າງອອກຢູ່, ປະເທດພວມພັດທະນາທັງຫຼາຍຍັງຄົງປະເຊີນໜ້າກັບ ສະພາບຫຍຸ້ງຍາກທີ່ຂາດເຂີນວັກຊີນ. ປັດຈຸບັນ, ສະພາບການແຜ່ລະບາດຂອງ ພະຍາດຍັງເກີດຂຶ້ນຊ້ຳແລ້ວຊ້ຳອີກຢູ່, ຫວັງວ່າປະເທດທີ່່ກ່ຽວຂ້ອງຈົ່ງປະຕິບັດຕາມຄຳ ໝັ້ນສັນຍາຢ່າງແທ້ຈິງໃນການສະໜອງວັກຊີນກັນພະຍາດໂຄວິດ-19ທີ່ປອດໄພ ແລະມີປະສິດທິພາບຫຼາຍກວ່າເກົ່າໃຫ້ແກ່ປະເທດພວມພັດທະນາເຊິ່ງລວມທັງປະເທດໃນທະວີບອາຟຣິກກາ, ແກ້ໄຂຄວາມແຕກໂຕນກັນດ້ານພູມຄຸ້ມກັນພະຍາດໃນທົ່ວໂລກ, ປະກອບສ່ວນຢ່າງແທ້ຈິງເພື່ອເຮັດໃຫ້ມະນຸດສາມາດເອົາຊະນະພະຍາດໂຄວິດ-19 ໄດ້ໂດຍໄວ.

ຄຳ​ເຫັນ

0