蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ຫວັງ​ວ່າ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່​ແລະ​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ

2022-01-07 15:38:04 CRI

​ຈີນ​ຫວັງ​ວ່າ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່​ແລະ​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ_fororder_641

     ຫວ່າງ​ກ່ອນນີ້, ຜູ້​ນຳ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ປ້ອງ​ກັນບໍ່​ໃຫ້​ເກີດ​ສົງ​ຄາມ​ນິວ​ເຄຼຍ, ສຳ​ລັບເລື່ອງນີ້, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຈຳ​ນວນ​ໜຶ່ງຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຖ້າ​ວ່າ 5 ປະ​ເທດ​ເຫັນ​ດີວ່າ“ສົງ​ຄາມ​ນິວ​ເຄຼຍບໍ່​ມີ​ຝ່າຍ​ໃດ​ຊະ​ນະແລະ​ຈະ​ບໍ່​ໃຫ້​ມັນເກີດ​ຂຶ້ນ”, ລັດ​ຖະ​ບານອາ​ເມ​ຣິ​ກາ​ທີ່​ນຳ​ໂດຍ​ທ່ານ​ໂຈ ໄບ​ເດັນ​ຄວນໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະບໍ່​ນຳ​ໃຊ້ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່. ກ່ຽວ​ກັບ​ເລື່ອງນີ້, ວັນ​ທີ 6 ມັງ​ກອນນີ້, ທ່ານ​ວ່າງ​ເວີນ​ປີ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ໃນ​ກອງ​ປະ​ຊຸມຂ່າວ​ວ່າ: ຈີນ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ນຳຂ່າວ​ທີ່​ກ່ຽວ​ຂ້ອງ.

​ຈີນ​ຫວັງ​ວ່າ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່​ແລະ​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ_fororder_641 (1)

      ທ່ານ​ກ່າວ​ວ່າ: ຈີນ​ແມ່ນ​ປະ​ເທດ​ດຽວໃນ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່​. ນະ​ໂຍ​ບາຍ​ດັ່ງ​ກ່າວໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຫຼຸດ​ຄວາມ​ສ່ຽງ​ດ້ານ​ນິວ​ເຄຼຍ​ແລະການ​ປ້ອງ​ກັ​ນບໍ່​ໃຫ້​ເກີດ​ສົງ​ຄາມນິວ​ເຄຼຍ ເຊິ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢ່າງກວ້າງ​ຂວາງຈາກ​ບັນ​ດາ​ປະ​ເທດ​ທີ່ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ. ຈີນ​ຫວັງ​ວ່າ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ຈະ​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ສົງ​ຄາມ​ນິວ​ເຄຼຍ, ປະ​ຖິ້ມ​ນະ​ໂຍ​ບາຍ​ປ້ອງ​ກັນ​ຕົວ​ໂດຍ​​ອິງ​ໃສ່​ການ​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່, ແລະ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່ເພື່ອ​ໂຈມ​ຕີ​ກັນ​ແລະ​ກັນແລະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເລື່ອງນີ້​ເພື່ອ​ເຊັນ​ສັນ​ຍາ​ສາ​ກົນ. ຈີນ​ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ເລື່ອງນີ້.

​ຈີນ​ຫວັງ​ວ່າ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ໝູ່​ແລະ​ເຊັນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ_fororder_641 (2)

ຄຳ​ເຫັນ

0