秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍຫວັງວ່າ ອາເມຣິກາຈະມີຄຳຕອບເປັນລາຍລັກອັກສອນກ່ຽວກັບການຮັບປະກັນດ້ານຄວາມໝັ້ນຄົງໂດຍໄວ

2022-01-19 16:10:52 cri

ວັນ​ທີ 18 ມັງ​ກອນ​ນີ້, ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຣັດ​ເຊຍ​ໄດ້ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ອາ​ເມ​ຣິ​ກາ, ທ່ານ​ເຊີ​ເກ​ ລັ​ຟ​ໂລ​ຟ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຣັດ​ເຊຍ ແລະ​ທ່ານ​ອັນ​ໂຕ​ນີ ບ​ຣິນ​ເກນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ໄດ້​​ສົນ​ທະ​ນາ​ກັນ​ຜ່ານ​ທາງ​ໂທ​ລະ​ສັບ ໂດຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ເມ​ຣິ​ກາ ແລະ​ລະ​ຫວ່າງ​ອົງ​ການ​ສົນ​ທິ​ສັນ​ຍາ​​ປ້ອງ​ກັນອັດ​ລັງ​ຕິກ​ເໜືອ ​ຫຼື​ NATO ​ແລ​ະ​ເອີ​ຣົບ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ດ້ານຄວາມ​ໝັ້ນ​ຄົງ.

ຣັດ​ເຊຍ​ກ່າວ​ເນັ້ນ​ວ່າ: ອາ​ເມ​ຣິ​ກາ​ຄວນມີ​ຄຳ​ຕອບ ແລະ​ການຊີ້​ແຈງຢ່າງ​ລະ​ອຽດ​ເປັນ​ລາຍ​ລັກ​ອັກ​ສອນ ​ຕໍ່​ກັບ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ກາ​ນ​ຮັບ​ປະ​ກັນ​ດ້​ານຄວາມ​ໝັ້ນ​ຄົງທີ່​ຣັດ​ເຊຍ​ສະ​ເໜີ.

ໃນ​ເວ​ລາ​​ສົນ​ທະ​ນາ​ກັນ​ຜ່ານ​ທາງ​ໂທ​ລະ​ສັບ, ທ່ານ ລັ​ຟ​ໂລ​ຟ ຍັງ​ໄດ້​ເຕືອນ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ ຢ່າ​ມີ​ການ​​ຄາດ​ຄະ​ເນ​ທີ່​ວ່າ “ຣັດ​ເຊຍ​ຈະ​ເຂົ້າ​ຍຶດ​ອູ​ແກ​ຣນ”​ອີກ​​ເລີຍ, ອາ​ເມ​ຣິ​ກາ​ຄວນ​ເລັ່ງ​ຊຸກ​ຍູ້​ໃຫ້​ອູ​ແກ​ຣນ​ປະ​ຕິ​ບັດ​ຕາມ​ສັນ​ຍາມິນ​ສ​ຄ໌​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0