秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາ ແລະນາໂຕບໍ່ເອົາຫົວຊານຳຄວາມເປັນຫ່ວງຂອງຣັດເຊຍຕໍ່ກັບການຮັບປະກັນຄວາມໝັ້ນຄົງຂອງຕົນ

2022-02-02 16:50:13 cri

ວັນ​ທີ 1 ກຸ​ມ​ພາ​ນີ້, ທ່ານ​ວາ​ລາ​ດີ​ເມຍ​ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ການ​ໃຫ້ຄຳ​ຕອ​ບ​ຂອງ​ອ​າ​ເມ​ຣິ​ກາ ແລະ​ອົງ​ການ​ສົນ​ທິ​ສັນ​ຍາ​ປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ ຫຼື​ນາ​ໂຕ ຕໍ່​ກັບຄຳ​ຮ້ອງ​ຂໍ​ຂອງ​ຣັດ​ເຊຍ​ກ່​ຽ​ວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງຂອງ​ຕົນ​ນັ້ນ ບໍ່​ໄດ້​ເອົາ​ຫົວ​ຊາ​ນຳ​ຄວາມ​ເປັນ​ຫ່ວງ​ຂອງ​ຣັດ​ເຊຍ.

ຕາມ​ສື່ມວນ​ຊົນ​ຣັດ​ເຊຍ​ລາຍ​ງານ​ວ່າ: ໃນ​ມື້​ດັ່ງ​ກ່າ​ວ, ທ່ານ​ປູ​ຕິນ​ໄດ້​ພົບ​ປະ​ກັບ​ທ່ານ​ໂອ​ບານ ວິກ​ໂຕ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮົງ​ກາ​ຣີ​ຢູ່​ນະ​ຄອນຫຼ​ວ​ງ​ມົ​ສ​ກູ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ຣັດ​ເຊຍ ແລະຫຼັງ​ຈາກ​ນັ້ນ​ໄດ້​ຈັດ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ ໂດຍ​ກ່າວ​ວ່າ: ຣັດ​ເຊຍ​ມີ​ຄຳ​ຮ້ອງ​ຂໍສາມ​ຂໍ້​ທີ່​ສຳ​ຄັນ​ທີ່​ສຸດ ຄື: ອົງ​ການ​ນາ​ໂຕ​ຢຸດ​ຕິ​ການ​​ຂະ​ຫຍາຍ​ອາ​ນາ​ເຂດ, ​ຢຸດ​ຕິ​ການ​ຈັດ​ວາງ​ອາ​ວຸດ​​ລັກ​ສະ​ນະໂຈມ​ຕີ​ຢູ່​ບໍ​ລິ​ເວນຊາຍ​ແດນ​ຣັດ​ເຊຍ, ​ພື້ນ​ຖານ​ໂຄງ​ລ່າງ​​ການ​ທະ​ຫານຂອງ​ອົງ​ການ​ນາ​ໂຕ​ຢູ່​ເອີ​ຣົບ​ ​ໃຫ້​ຟື້ນ​ຟູ​ຄືນ​ຮອດ​ສະ​ພາບ​ໃນ​ປີ 1997 ​ທີ່​ຣັດ​ເຊຍ ແລະ​ອົງ​ການ​ນາ​ໂຕ​ເຊັນ​ສັນ​ຍາ​ການ​ພົວ​ພັນ​ພື້ນ​ຖານ, ແຕ່​ຄຳ​ຮ້ອງ​ຂໍ​ດັ່ງ​ກ່າວ​ບໍ່​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຢູ່​ໃນ​ຄຳຕອບ​ທາງ​ລາຍ​ລັກ​ອັກ​ສອນ​ຂອງ​ອາ​ເມ​ຣິ​ກາ ແລະ​ອົງ​ການ​ນາ​ໂຕ.

ຄຳ​ເຫັນ

0