何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄຸ້ມ​ຄອງ​ແບບ​ວົງ​ປິດ​ເປັນ​ການ​ຮັບ​ປະ​ກັນ​ທີ່​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2022-02-06 11:15:28 CRI

ການ​ຄຸ້ມ​ຄອງ​ແບບ​ວົງ​ປິດ​ເປັນ​ການ​ຮັບ​ປະ​ກັນ​ທີ່​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_02061

ວັນ​ທີ 5 ກຸມ​ພາ​ນີ້, ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໄລ​ຍະ​ຈັດ​ງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ສື່ມວນ​ຊົນຫຼັກ​ຢ່າງ​ເປັນ​ທາງ​ການ. ໃນ​ກອງ​ປະ​ຊຸມ, ທ່ານ​ຫວງ​ຊຸ່ນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ​ພະ​ຍາດ​ຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ, ຢູ່​ເບື້ອງຫຼັງ​ຂອງ​ພິ​ທີ​ເປີດ ​ແລະ ການ​ແຂ່ງ​ຂັນ​ທີ່​ໜ້າ​ຊົມ​ທຸກ​ຄັ້ງ, ທຸກ​ຂັ້ນ​ຕອນ ແລະ ລາຍ​ລະ​ອຽດ​ທຸກ​ຢ່າງ, ເຊິ່ງ​ລວມ​ທັງ​ທາງ​ເຂົ້າ​ທຸກ​ບ່ອນ ແລະ ທຸກ​ຄົນ, ລ້ວນ​ແຕ່​ມີ​ປັດ​ໄຈ​ຂອງ​ການ​ປ້ອງ​ກັນ​ພະ​ຍາດ, ຖ້າ​ບໍ່​ມີ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທີ່​ສຳ​ເລັດ​ຜົນ, ກໍ​ອາດ​ຈະ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ການ​ແຂ່ງ​ຂັນ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ນັບ​ແຕ່​ວັນ​ທີ 23 ມັງ​ກອນ​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ຢູ່​ເວັບ​ໄຊ​ທາງ​ການ​ຂອງ​ພວກ​ເຮົາ​ກໍ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຕໍ່​ພາຍນອກ. ອີງ​ຕາມ​ສະ​ຖິ​ຕິ​ຂອງ​ພວກ​ເຮົາ, ນັບ​ແຕ່​ວັນ​ທີ 23 ມັງ​ກອນ​ແລ້ວ​ນີ້​ເປັນ​ຕົ້ນ​ມາ, ຢູ່​ໃນ​ວົງ​ປິດ​ຂອງ 3 ເຂດ​ແຂ່ງ​ຂັນ, ບໍ່​ໄດ້​ປະ​ກົດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ປັດ​ຈຸ​ບັນ​ນີ້, ມີ​ນັກ​ກິ​ລາ 2877 ຄົນ​ທີ່​ມາ​ຈາກ 91 ປະ​ເທດ ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ, ບຸກ​ຄົນ ແລະ ພະ​ນັກ​ງານ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ທີ່​ໄດ້​ເຂົ້າ​ສູ່​ປະ​ເທດ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ລ້ວນ​ແຕ່​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ແບບ​ວົງ​ປິດ, ໂດຍ​ໄດ້​ຂັ້ນ​ອອກ​ຈາກ​ສັງ​ຄົມ​ພາຍນອກ​ຢ່າງ​ສິ້ນ​ເຊີງ.

ຄຳ​ເຫັນ

0