ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງກາບູນໃນວັນທີ13ກຸມພານີ້, ທ່ານ ຮາມິດ ຄາໄຊ ອະດີດປະທານາທິບໍດີອັຟການີສະຖານໄດ້ຮຽກຮ້ອງໃຫ້ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາປ່ຽນແປງຂໍ້ຕົກລົງກ່ຽວກັບຊັບສິນຂອງທະນາຄານກາງອັຟການີສະຖານ ແລະສົ່ງເງິນທີ່ອາຍັດໄວ້ທັງໝົດຄືນໃຫ້ປະຊາຊົນອັຟການີສະຖານ.
ທ່ານ ຮາມິດ ຄາໄຊກ່າວວ່າ: ຊັບສິນດັ່ງກ່າວບໍ່ຂຶ້ນກັບລັດຖະບານໃດໝົດ,ຫາກແຕ່ເປັນຂອງປະຊາຊົນອັຟການີສະຖານ, ເງິນທັງໝົດລ້ວນແຕ່ຄວນສົ່ງຄືນໃຫ້ທະນາຄານກາງອັຟການີສະຖານແລະເກັບຮັກສາໄວ້ຢູ່ໃນທະນາຄານ.
ວັນທີ11ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຊັນລັດຖະດຳລັດກ່ຽວກັບແຜນການນຳເອົາຊັບສິນເຄິ່ງໜຶ່ງຂອງທະນາຄານກາງອັຟການີສະຖານທີ່ຖືກອາເມຣິກາອະຍັດໄວ້ນັ້ນ ເປັນຄ່າຊົດເຊີຍໃຫ້ກັບຜູ້ປະສົບເຄາະຮ້າຍໃນເຫດການ11ກັນຍາ,ສ່ວນຊັບສິນອີກເຄິ່ງໜຶ່ງຈະໂອນເຂົ້າບັນຊີທະນາຄານນິວຢອກ ເພື່ອຊ່ວຍເຫຼືອປະຊາຊົນອັຟການີສະຖານ, ແຕ່ຂະນະດຽວກັນກໍ່ໄດ້ກ່າວຢ່າງຈະແຈ້ງວ່າ ຊັບສິນເຫຼົ່ານີ້ຈະບໍ່ສົ່ງຄືນໃຫ້ກັບກຸ່ມຕາລີບັນ.
ຄຳເຫັນ
0