赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນີ້ຄືສິດທິມະນຸດຂອງອາເມຣິກາ

2022-03-05 10:36:46 cri

ນີ້ຄືສິດທິມະນຸດຂອງອາເມຣິກາ_fororder_微信图片_20220305103617

 ຢູ່ອາຟການີສະຖານ ອາເມຣິກາເຄີຍເຜີຍແຜ່ໂຄສະນາຢ່າງກວ້າງຂວາງຮູບຖ່າຍແຜ່ນໜຶ່ງທີ່ທະຫານອາເມຣິກາຄົນໜຶ່ງກຳລັງອຸ້ມເດັກນ້ອຍອາຟການີສະຖານແບບເບິ່ງແຍງເປັນພິເສດ, ແຕ່ຄວາມຈິງແລ້ວ ພວກເຂົາແມ່ນເອົາປືນໃຫຍ່ຍິງໃສ່ປະຊາຊົນຢູ່ທ້ອງຖີ່ນນັ້ນມາເປັນເວລາສິບກວ່າປີແລ້ວ. ມີຂ່າວແຈ້ງໃຫ້ຮູ້ວ່າ: ຄອບຄົວໜຶ່ງຂອງອາຟການີສະຖານມີສະມາຊິກ 10 ຄົນເສຍຊີວິດຍ້ອນການຖີ້ມລະເບີດໃສ່ຂອງທະຫານອາເມລິກາ, ໃນນັ້ນລວມທັງເດັກນ້ອຍອາຍຸ 2 ປີ. ອີງຕາມບົດລາຍງານຂອງມະຫາວິທະຍາໄລບຼັງຂອງອາເມຣິກາສະແດງໃຫ້ເຫັນວ່າ: ສົງຄາມອາຟການີສະຖານທີ່ອາເມຣິກາເປັນຜູ້ນຳໜ້າກໍ່ຂຶ້ນນັ້ນໄດ້ເຮັດໃຫ້ມີເກືອບ 2 ແສນ 5 ໝື່ນຄົນເສຍຊີວິດ, ໃນນັ້ນ 30% ແມ່ນປະຊາຊົນຜູ້ບໍລິສຸດທົ່ວໄປ.

ຍິ່ງກວ່ານັ້ນແມ່ນຫວ່າງບໍ່ດົນມານີ້, ອາເມຣິກາໄດ້ປະກາດຢ່າງບັງອາດວ່າ: ຈະໂອນເອົາຄັງສຳຮອງເງິນໂດຣາທີ່ມີມູນຄ່າ 7 ຕື້ໂດຣາສະຫະຣັດຂອງທະນາຄານກາງອາຟການີສະຖານ, ເຮັດໃຫ້ເສດຖກິດແລະຊີວິການເປັນຢູ່ຂອງປະຊາຊົນອາຟການີສະຖານຊຸດໂຊມລົງອີກ. ເຊິ່ງບໍ່ພຽງແຕ່ຢູ່ອາຟການີສະຖານເທົ່ານັ້ນ, ໃນຕະຫຼອດໄລຍະ 20 ປີຜ່ານມານີ້ ສົງຄາມທີ່ອາເມຣິກາກໍ່ຂຶ້ນໃນທົ່ວໂລກໂດຍຖືການຕ້ານການກໍ່ການຮ້າຍເປັນສາກບັງໜ້ານັ້ນ ໄດ້ເຮັດໃຫ້ຫຼາຍກວ່າ 9 ແສນ 2 ໝື່ນ 9 ພັນຄົນເສຍຊີວິດ. ສະນັ້ນ, ທ່ານລອງຄິດເບິ່ງວ່າ: ຖ້າບໍ່ມີສິດມີຊີວິດຢູ່ໃນໂລກໜ່ວຍນີ້ແລ້ວ, ສິດທິມະນຸດຂອງຄົນເຮົາຈະມາແຕ່ໃສ?

ຍ້ອນແນວນັ້ນ,ໃນກອງປະຊຸມຄັ້ງທີ 48 ສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ຈິ່ງມີຫຼາຍໆປະເທດພາກັນຕໍານິຕິຕຽນອາເມຣິກາວ່າ:ເປັນຜູ້ທຳລາຍພາລະກິດສິດທິມະນຸດຂອງໂລກທີ່ຮ້າຍແຮງທີ່ສຸດ ແລະທວງໃຫ້ອາເມຣິກາຄວນແກ້ໄຂບັນຫາສິດທິມະນຸດທີ່ຂີ້ຮ້າຍຂອງຕົນເອງໃຫ້ໄດ້ສາກ່ອນ.

ສາຍຕາຂອງປະຊາຊົນແມ່ນແຈ້ງໄສດີ, ອາດຈະຖືກປິດບັງໄວ້ເປັນການຊົ່ວຄາວໃນໄລຍະໃດໜຶ່ງເທົ່ານັ້ນ, ແຕ່ຈະບໍ່ຖືກຫຼອກລວງຕະຫຼອດໄປຢ່າງເດັດຂາດ.
(ຮູບໂດຍ:ROBIN)

ຄຳ​ເຫັນ

0