吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານຈີນ​ຈະປາບ​ປາມ​ການ​ກໍ່​ອາ​ຊະ​ຍະ​ກຳ​ດ້ານ​ການ​ຄ້າ​ແມ່​ຍິງ ແລະ​ເດັກ​ນ້ອຍຢ່າງ​ເຂັ້ມ​ງວດ

2022-03-05 11:27:42 cri

ລັດ​ຖະ​ບານຈີນ​ຈະປາບ​ປາມ​ການ​ກໍ່​ອາ​ຊະ​ຍະ​ກຳ​ດ້ານ​ການ​ຄ້າ​ແມ່​ຍິງ ແລະ​ເດັກ​ນ້ອຍຢ່າງ​ເຂັ້ມ​ງວດ_fororder_11

    ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 5 ມີ​ນາ​ນີ້ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ ໄດ້​ລະ​ບຸ​ວ່າ: ຕ້ອງປາບ​ປາມ​ການ​ກໍ່​ອາ​ຊະ​ຍະ​ກຳ​ດ້ານ​ການ​ຄ້າ​ແມ່​ຍິງ ແລະ​ເດັກ​​ນ້ອຍຢ່າງ​ເຂັ້ມ​ງວດ, ເດັດ​ດ່ຽວຮັບ​​ປະກັນ​ສິດ ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍຂອງ​ແມ່​ຍິງ ແລະ​ເດັກ.

    ບົດ​ລາຍ​ງາ​ນ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ຍັງ​ໄດ້​ລະ​ບຸ​ວ່າ: ຕ້ອງ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ, ສັ​ງ​ຄົມ​ມີ​ຄວາມ​ສະ​ຫງົບ ແລະ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ. ປະ​ດິດ​ສ້າງ​ໃໝ່ ແລະ​ປັບ​ປຸງ​ການ​ຄຸ້ມ​ຄອງ​ສັງ​ຄົມ​ຢູ່​ຂັ້ນ​ຮ​າກ​ຖານ​ໃຫ້​ສົມ​ບູນກວ່າ​ເກົ່າ, ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ກາ​ນ​ຄຸ້ມ​ຄອງ​ຮາກ​ຖານ. ພັດ​ທະ​ນາ​ວຽກ​ງານ​ສັງ​ຄົມ, ສະ​ໜັບ​ສະ​ໜູນ​​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ, ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ການ​ບໍ​ລິ​ກາ​ນ​ຂອງ​ອາ​ສາ​ສະ​ໝັກ, ວຽກ​ງານ​ສາ​ທາ​ລະ​ນະ​ປະ​ໂຫຍດ ແລະ​​ວຽກ​ງານການ​ກຸ​ສົນໃຫ້​ສາ​ມາດ​ພັດ​ທະ​ນາໄດ້​ຢ່າງ​ປອດ​ໃສ.

    ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ເນັ້ນ​ໜັກ​ວ່າ: ອົງ​ການ​ປົກ​ຄອງ​ພ້ອມ​ດ້ວຍ​ພະ​ນັກ​ງານຂັ້ນ​ຕ່າງໆ​​ຕ້ອງ​ຖື​ເອົາ​ຄວາມ​ປອດ​ໄພ ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​​ສິ່ງສຳ​ຄັນ​ຢູ່​ໃນ​ໃຈ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ສັງ​ເກ​ດ​ສະ​ພາບ​ຕົວ​ຈິງ, ເຮັດ​ແທ້​ທຳ​ຈິງ, ​ເນັ້ນ​ປະ​ສິດ​ທິ​ພາບ​, ແກ້​ໄຂ​ບັນ​ຫາ​​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ທັນ​ການ, ​ເດັດ​ດ່ຽວ​​ລົງ​ໂທດ​ການ​ກະ​ທຳ​​ແບບ​ບໍ່ມີ​ຄວາມ​ຮັບ​ຜິດ​ຊອບ​​​ທີ່​ຖື​ເບົາ​ສິດ ​ແລະ​ຜົນ​ປະ​ໂຫຍດທີ່​ຖືກ​ຕ້ອງ​​ຕາມກົດ​ໝາຍ​ຂອງ​ປະ​ຊາ​ຊົນ.

ຄຳ​ເຫັນ

0