ກະຊວງການຄ້າຈີນ:ຈະເລັ່ງຊຸກຍູ້ການເຈລະຈາເຂດການຄ້າເສລີຈີນ-ອາຊຽນສະບັບ 3,0

2023-02-17 14:51:14 CRI

    ຫວ່າງມໍ່ໆມານີ້, ກອງປະຊຸມເປິກສາຫາລືຮອບທຳອິດກ່ຽວກັບການເຈລະຈາ ເຂດການຄ້າເສລີຈີນ-ອາຊຽນສະບັບ 3,0ໄດ້ຈັດຂຶ້ນຜ່ານທາງວິດີໂອ. ວັນທີ 16 ກຸມພານີ້, ໂຄສົກກະຊວງການຄ້າຈີນໄດ້ແນະນຳໃນກອງປະຊຸມຖະແຫຼງຂ່າວວ່າ,ສອງຝ່າຍຈີນ-ອາຊຽນຈະຊຸກຍູ້ການຄ້າ ແລະ ການລົງທຶນໃຫ້ຫັນເປັນແບບເສລີ ແລະ ມີຄວາມສະດວກ, ພ້ອມທັງຕັ້ງໜ້າເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່.



     ກະຊວງການຄ້າຈີນໃຫ້ຮູ້ວ່າ, ຈີນ ກັບ ອາຊຽນໄດ້ເປິກສາຫາລືໂດຍຈະພ້ອມກັນຕົກລົງຂອບການເຈລະຈາ ແລະ ໄດ້ຈັດລະບຽບການ ຕາຕະລາງເວລາ ແລະ ແຜນງານກ່ຽວກັບການເຈລະຈາ. ສອງຝ່າຍຈະສຸມກຳລັງເພື່ອຍົກສູງ ແລະ ປັບປຸງຂົງເຂດຕ່າງໆໃນປັດຈຸບັນ ເຊັ່ນ: ການຄ້າສິນຄ້າ ແລະ ການລົງທຶນເປັນຕົ້ນໃຫ້ສົມບູນຂຶ້ນ, ບົນພື້ນຖານສັນຍາການຄ້າເສລີຈີນ-ອາຊຽນທີ່ມີຢູ່ໃນປັດຈຸບັນ ແລະ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນຫັນເປັນແບບເສລີ ແລະ ຫັນມີຄວາມສະດວກຕື່ມອີກ.ພ້ອມກັນນັ້ນ, ສອງຝ່າຍຈະຕັ້ງໜ້າເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່,ກຳນົດຂົງເຂດທີ່ມີຄວາມສົນໃຈຮ່ວມກັນເຊັ່ນ:ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ການເຊື່ອມຈອດກັນດ້ານຕ່ອງໂສ້ການສະໜອງເປັນຕົ້ນເຂົ້າໃນສັນຍາການຄ້າເສລີ, ເພີ່ມທະວີການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງ,ຊຸກຍູ້ກໍ່ສ້າງເຂດການຄ້າເສລີທີ່ກວມລວມ,ທັນສະໄໝ, ຮອບດ້ານ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.