ຊາວທ້ອງຖິ່ນຂອງສ ເກົາຫຼີເຕົ້າໂຮມກັນປະທ້ວງການຊ້ອມຮົບລະຫວ່າງສ ເກົາຫຼີ ກັບອາເມຣິກາ

2024-02-29 16:19:29 cri

ວັນທີ 28 ກຸມພານີ້, “ການເຄື່ອນໄຫວໂດຍສັນຕິຢູ່ແຫຼມເກົາຫຼີ” ເຊິ່ງເປັນກຸ່ມຂອງຊາວທ້ອງຖິ່ນຂອງສ ເກົາຫຼີໄດ້ເຕົ້າໂຮມກັນຢູ່ເທດສະບານນະຄອນຫຼວງເຊອູນຂອງສ ເກົາຫຼີ, ຮຽກຮ້ອງໃຫ້ສ ເກົາຫຼີ ແລະອາເມຣິກາຍົກເລີກການຊ້ອມຮົບຮ່ວມທີ່ຈະຈັດຂຶ້ນໃນເດືອນມີນາ, ຮຽກຮ້ອງໃຫ້ບັນດາຝ່າຍພະຍາຍາມຟື້ນຟູການເຈລະຈາກ່ຽວກັບບັນຫາຢູ່ແຫຼມເກົາຫຼີ.

 

ຜູ້ເຂົ້າຮ່ວມປະທ້ວງເຫັນວ່າ: ການຊ້ອມຮົບຮ່ວມລະຫວ່າງສ ເກົາຫຼີ ກັບອາເມຣິກາເປັນການເພີ່ມທະວີຄວາມເຄັ່ງຕຶງດ້ານການທະຫານ ແລະບບັນຫາການເມືອງຢູ່ແຫຼມເກົາຫຼີ, ຄວນຢຸດການຊ້ອມຮົບທີ່ກ່ຽວຂ້ອງໃນທັນທີ. ເຂົາເຈົ້າຮຽກຮ້ອງໃຫ້ຍຸດຕິການຊຸກຍູ້ການເປັນພັນທະມິດທາງການທະຫານລະຫວ່າງສ ເກົາຫຼີ, ອາເມຣິກາ ແລະຍີ່ປຸ່ນ, ພ້ອມທັງກ່າວວ່າ ມີແຕ່ການເຈລະຈາໂດຍສັນຕິເທົ່ານັ້ນຈຶ່ງແມ່ນເສັ້ນທາງອັນຖືກຕ້ອງໃນການແກ້ໄຂບັນຫາແຫຼມເກົາຫຼີ.

 

ໃນມື້ດຽວກັນ, ກະຊວງປ້ອງກັນປະເທດສ ເກົາຫຼີໄດ້ປະກາດວ່າ: ທະຫານສ ເກົາຫຼີ ແລະອາເມຣິກາຈະຈັດການຊ້ອມຮົບຮ່ວມນັບແຕ່ວັນທີ 4 ຫາວັນທີ 14 ມີນາ 2024 ເພື່ອຍົກສູງຄວາມສາມາດການສູ້ຮົບຮ່ວມກັນລະຫວ່າງສ ເກົາຫຼີ ແລະອາເມຣິກາ.