ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 16:05:06    
ໄປ​ຢາມ​ເອື້ອຍ​ໃນ​ຝັນ

cri

ຈັນ​ທີ ​ເດືອນ​ສະຫວັນ

ຢູ່ໆ ມື້ໜຶ່ງ​ຂອງ​ປີ2004 ຄອບ​ຄົວ​ຂອງ​ບົວ​ແກ້ວ ຈະ​ເລີ​ນລັງສີ ​ໄດ້​ຕ້ອນຮັບ​ແຂກພິ​ເສດ​ຄົນ​ໜຶ່ງ ທີ່​​ເດີນ​ທາງ​ມາ​ຈາກ​ປະ​ເທດ​ຈີນ.​ແຂກ​ຄົນ​ນັ້ນ​ຊື່ ທ້າວ ຫຼີວ້ານ​ຫົງອາຍຸ​ປະມານ 30 ປີ ບິນ​ມາ​ຈາກ​ຄຸນ​ໝິງ ​ເພື່ອ​ຕາມ​ຫາ​ຊື່ ບົວ​ແກ້ວ ຈະ​ເລີ​ນລັງສີ​ແລະ​ຄອບ​ຄົວ.ທ້າວ ຫີຼ ຢູ່​ບ້ານ ຫຼູຊວນ ​ເມືອງ​ຫົງ​ເຫີ ​ແຂວງ​ຢຸນນານ ປະ​ເທດ​ຈີນ.

ບົວ​ແກ້ວ​ເອງ​ກໍ່​ເຄີຍ​ຮູ້​ຜ່ານ​ຈາກ​ການ​ເລົ່າ​ຂອງ​ແມ່​ໃນ​ອະ​ດີດ​ວ່າ ພໍ່​ມີ​ພັນ​ລະ​ຍາຫຼວງ​ຄົນ​ໜຶ່ງ​ຢູ່​ປະ​ເທດ​ຈີນ ​ແຕ່​ເນື່ອງ​ຈາກ​ເວລາ​ນັ້ນ ບົວ​ແກ້ວ​ຍັງ​ນ້ອຍ ຈິ່ງ​ບໍ່​ທັນ​ຮູ້
​ເລື່ອງ​ຂອງ​ພໍ່.

ຊຸມ​ປີ 1930,ມີ​ພໍ່ຄ້າ​ຊາວ​ຈີນ​ຈຳນວນ​ໜຶ່ງ​ຢູ່​ທາງ​ພາກ​ໃຕ້​ແຂວງ​ຢຸນນານ​ ​ແລະ ​ແຂວງ​ກວາງ​ຕູ້ງ ​ເດີນທາງ​ມາ​ທາງ​ພາກ​ເໜືອ​ຂອງ​ລາວ ​ແລະ​ຫວຽດນາມ​ເພື່ອ​ທຳ​ການ​ຄ້າ​ຂາຍ ດ້ວຍ​ຂະ​ບວນມ້າ​ຫຼາຍຮ້ອຍ​ໂຕ.ພວກ​ພໍ່ຄ້າ​ດັ່ງກ່າວ​ສ່ວນ​ຫຼາຍ​ແມ່ນ​ລົງ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ແຂວງ​ຊຽງ​ຂວາງ,ຜົ້ງ​ສາລີ,ຊຳ​ເໜືອ​ແລະ​ເຂດ​ຊາຍ​ແດນ​ລາວ-ຫວຽດ​ນາມ ​ແຂວງ​ເງອານ.ຂະ​ບວນມ້າ​ທີ່​ຕ່າງ​ສິນ​ຄ້າ​ຫຼັງ​ໄຫຼ​ລົງ​ມາ​ນັ້ນ ຈະ​ເຕັມ​ໄປ​ດ້ວຍ​ຜ້າ​ແພ​ຫຼາຍ​ຊະນິດ ຫຼາຍ​ນີ ສຽງ​ຊຸກ​ດັນ​ມ້າ​ດັງ"ຫໍ້ ຫໍ້ ຫໍ້"​ໄດ້​ເຮັດ​​ໃຫ້​ຊາວບ້ານພື້ນ​ເມືອງ​ທີ່​ພວກ​ເຂົາຜ່ານ​ໄປ​ກໍ່​ເລີຍ​ຕັ້ງ​ຊື່​ໃຫ້​ພວກ​ຊາວ​ພໍ່ຄ້າ​ມ້າ​ດັ່ງກ່າວ​ວ່າ"ພວກ​ຫໍ້".

ຮ່ວມ​ຢູ່​ໃນ​ພວກ​ພໍ່ຄ້າ​ດັ່ງກ່າວ​ມີຫຼໍກົ້ວ​ຢົງ ​ເປັນພໍ່​ຄ້າຜູ້​ມີ​ຖານະ​ດີ​ສົມຄວນ ມີ​ມ້າ​ຈຳນວນ​ຫຼາຍຮ້ອຍ​ໂຕ.ຫໍຼກົ້ວ​ຢົງ​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ບ້ານ​ບານ ​ເມືອງ​ຄຳ​ແຂວງຊຽງ​ຂວາງ,​ເຂົາ​ໄດ້​ທຳ​ການ​ຄ້າຂາຍ​ລະຫວ່າງ​ເຂດ​ຊາຍ​ແດນ​ຫວຽດນາມ​ກັບ ​ເມືອງ​ໜອງ​ແຮດ ອັນ​ເປັນ​ເຂດ​ທີ່​ມີຝິ່ນ​ຫຼາຍ.ຕໍ່​ມາ ຫຼໍ​ກົ້ວ​ຢົງ​ໄດ້​ສ້າງ​ຄອບຄົວ​ກັບ​ຍິງ​ສາວ​ເຊື້ອ​ຊາດ​ຈີນ​ຄົນ​ໜຶ່ງ​ທີ່​ເມືອງ​ແສນ ​ໄດ້​ມີ​ລູກ​ຮ່ວມ​ກັນ ​ເຖິງ3​ຄົນ,ບົວ​ແກ້ວ ​ເປັນ​ລູກ​ຊາຍ​ຫຼ້າ.​ເມື່ອ​ພວກ​ລູກ​ເຕີບ​ໃຫຍ່​ຂຶ້ນ​ມາ ພໍ່​ຈິ່ງ​ເລົ່າ​ໃຫ້​ຟັງວ່າ ຢ່າງ​ທາງ​ເມືອງ​ຈີນ ພໍ່ຍັງ​ມີ​ເມຍ​ຫຼວງ​ອີກ​ຄົນ​ໜຶ່ງ ພ້ອມ​ດ້ວຍ​ລູກ 2 ຄົນ ຍິງ 1 ຊາຍ 1.

ໂຊກ​ບໍ່​ດີ ຕໍ່​ມາ​ບໍ່​ດົນ ພໍ່​ໄດ້​ເສຍ​ຊີວິດ​ຢູ່​ບ້ານ​ພະ​​ແຄະ ​ເມືອງ​ໜອງ​ແຮດ ບົນ​ເສັ້ນ​ທາງ​ໄປ​ຄ້າຂາຍ ຍ້ອນ​ໄສ້​ຕິ່ງ.ພາຍຫຼັງ​ພໍ່​ເສຍ​ແລ້ວ,​ແມ່​ຂອງ​ບົວ​ແກ້ວ ​ໄດ້​ຕິດຕໍ່​ພົວພັນ​ກັບ​ແມ່​ຫຼວງ.​ເມື່ອ​ຮູ້​ທີ່​ຢູ່​ຄັກ​ແນ່​ແລ້ວ ຜູ້​ເປັນ​ພົນ​ລະ​ຍາ​ນ້ອຍ​ກໍ່​ຝາກ​ເງິນຫຼຽນ​ຫົວ​ໜາມ​ໄປ​ໃຫ້​ພັນ​ລະ​ຍາ​ຫຼວງ​ຢູ່​ທາງ​ເມືອງ​ຈີນ ​ເປັນ​ຈຳ​ນວນ 800​ກວ່າ​ຫຼຽນ.ເງິນ​ກ້ອນ​ນັ້ນ​ໄດ້​ປະກອບ​ສ່ວນ​ຊຸບ​ລ້ຽງ​ພວກ​ລູກ​ຂອງ​ເມຍ​ຫຼວງ​ຢູ່​ທາງ​ເມືອງຈີນ​ຈົນ​ເຕີບ​​ໃຫຍ່ ລູກ​ສາວ​ກົກ​ຂອງ​ເມຍ​ຫຼວງ​ຍັງ​ຊົງ​ຈຳ​ເລື່ອງ​ດັ່ງກ່າວ​ໄດ້​ດີ.


1  2  3  4  5  6  7