ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 16:05:06    
ໄປ​ຢາມ​ເອື້ອຍ​ໃນ​ຝັນ

cri

ບ້ານ​ຫຼູຊວນ ​ເຖິງ​ຈະ​ເປັນ​ບ້ານ​ຊົນນະບົດ ຫ່າງ​ໄກ​ຈາກ​ຄຸນ​ໝິງ​ເກືອບ​ພັນກິ​ໂລ​ແມັດ ​ແຕ່​ບ້ານ​ແຫ່ງ​ນີ້ ​ກໍ່​ມີ​ໂຮງ​ແຮມ​ລະດັບ 5 ດາວ​ເຊັ່ນ​ກັນ.ທາງ​ຄອບຄົວ​ໄດ້​ຈັດ​ໃຫ້​ພວກ​ເຮົາ​ໄປ​ພັກ​ເຊົາ​ຢູ່​ໂຮງ​ແຮມ​ຫຼັງ​ດັ່ງກ່າວ.ບົວ​ແກ້ວ ​ໄດ້​ສະ​ເໜີ​ຕໍ່​ເອື້ອຍ ​ແລະ ຄອບຄົວ​ວ່າ ບໍ່​ຈຳ​ເປັນ​ໄປ​ພັກ​ໂຮງ​ແຮມ​ດອກ ​ເພາະ​ຢາກ​ພັກ​ເຊົາ​ໃນ​ຄອບຄົວ​ເພື່ອ​ມີ​ເວ​ລາ​ໂອ້​ລົມ​ກັບ​ໄທ​ເຮຶອນ.​ແຕ່​ຜູ້​ເປັນຫ​ຫຼານ​ຊາຍ​ຫຼ້າ ຊຶ່ງ​ເປັນ​ນັກ​ທຸລະ​ກິດ​ຢາງພາລາ ທີ່​ມີ​ເນື້ອ​ທີ່​ປູກ​ຢາງ​ເຖິງ 56.000​ ​ເຮັກຕາ​ໄດ້​ຈຳ​ໃຫ້​ພວກ​ເຮົາ​ຕ້ອງ​ໄປ​ພັກ​ໂຮງ​ແຮມ ​ເພາະ​ເຂົາ​ຖື​ວ່າ ບົວ​ແກ້ວ​ເປັນ​ນ້າ​ບ່າວ​ຄົນ​ດຽວ ທີ່​ມີ​ຖານະ​ນັກ​ປະຕິວັດ​ອາວຸ​ໂສ ​ແລະ ​ໃຫຍ່​ກວ່າ​ເພິ່ນ​ໝົດ​ໃນ​ວົງ​ຕະກຸນ.

ພວກ​ເຮົາ​ໄປ​ຮອດ​ບ້ານ​ຫຼູຊວນ​ຄ້ອມ​ພໍດີ​ຖືກ​ກັບ​ມຶ້ຊາວບ້ານ​ຊົນ​ເຜົ່າ​ຮາ​ນີກຽມສະ​ຫຼອງ​ປີ​ໃໝ່ ຄື​ເອົາ​ມື້​ວັນ​ທີ 5 ຂອງ​ເດືອນ​ພະຈິກ ​ເປັນ​ມື້ 30 ສ່ວນ​ມື້​ວັນ​ທີ 6/11​ເປັນ​ປີ​ໃໝ່.​ໃນ​ມື້​ວັນ​ທີ 5 ຊາວບ້ານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງ​ຈັດ​ພາ​ເຂົ້າ​ຢູ່​ໃນ​ຖະໜົນ​ໃຫຍ່​ສາຍ​ໜຶ່ງ ຂອງ​ໃຈກາງ​ບ້ານ ​ເພື່ອ​ຫາ​ພາ​ເຂົ້າ​ສະຫຼອງ​ປີ​ໃໝ່.ຖະ​ໜົນ​ສາຍ​ນັ້ນ​ປຽບສະ​ເໝືອນ​ມັງກອນ​ໂຕ​ໜຶ່ງ ​ໂດຍ​ມີ​ຫົວ​ຕັ້ງ​ຢູ່​ສະໜາມ​ຫຼວງ​ໄປ​ຫາ​ຫາງ​ບ້ານ ມີ​ຄວາມ​ຍາວ​ປະມານ 2.000​ແມັດ,ມື້​ນັ້ນ ​ແຕ່​ລະ​ຄອບຄົວ​ໃນ​ໝູ່ບ້ານ​ຈະ​ປະກອບ​ພາ​ອາຫານ​ທີ່ມີ 10 ​ເຍື່ອງ​ຂຶ້ນ​ໄປ ​ເພື່ອ​ຕ້ອນ​ຮັບ​ແຂ​ກທີ່​ມາ​ຢາມ.​ແຕ່​ລະ​ຄອບຄົວ​ຈະ​ມີ​ຕົວ​ແທນ​ຂອງ​ຕົນ​ເຂົ້າ​ໄປ​ຮ່ວມ​ໃນ​ພາ​ເຂົ້າ.​ໃນ​ມື້​ນັ້ນ ຜູ້​ຄົນທັງ​ຊາຍ​ໜຸ່ມ ຍິງ​ສາວ ຈະ​ພາກັນ​ນຸ່ງ​ເຄື່ອງ​ອາພອນ​ແບບ​ພື້ນ​ເມືອງ ສວມ​ເຄື່ອງ​ເຕັມ​ຍົດ ທຳ​ການ​ຮ້ອງ​ລຳ​ທຳ​ເພັງ,ຂັບ​ລຳ,​ເຕັ້ມຟ້ອນ​ຢ່າງ​ລື່ນ​ເລິງ.ກ່ອນ​ຈະ​ເຂົ້າຮັບ​ປະທານ​ອາຫານ ພວກຜູ້​ຊາຍ​ເຖົ້າ ​​ແລະ ໜຸ່ມ​ໄປ​ຢືນ​ເປັນ​ຮູບ​ແຖວ 30 ຫາ40 ຄົນ ມີ​ປືນ​ເພິ​ງ ປືນ​ແກບ​ຜູ້​ລະ​ກະບອກ ຍິງ​ປືນ​ຂຶ້ນ​ຟ້າ​ຫຼາຍ​ສິບ​ນັດ ​ເພື່ອ​ຂັບ​ໄລ່ສິ່ງ​ຊົ່ວ​ຮ້າຍ ​ແລະ ຜີ​ສາງ​ນາງ​ຮ້າຍ​ອອກ​ໄປ​ຈາກ​ໝູ່​ບ້ານ.

ໃນ​ຕະຫຼອດ 5 ມື້ 5 ຄືນ​ຢູ່​ໃນ​ຄອບຄົວ​ພີ່​ເອື້ອຍ ​ແລະ ຍາດ​ວົງ​ຂອງ​ບົວ​ແກ້ວພວກ​ເຮົາ​ໄດ້​ກາຍ​ເປັນ​ແຂກ​ພິ​ເສດ​ຂອງ​ຄອບຄົວ ​ແລະ ຂອງ​ຊາວບ້ານ,ຄະນະ​ເລ​ຂາ​ພັກ​ບ້ານ ​ແລະ ສະພາ​ທີ່​ປຶກສາ​ຂອງ​ໝູ່​ບ້ານ​ຕ່າງ​ກໍ່​ຈັດ​ພາ​ເຂົ້າ​ລ້ຽງ​ພວກ​ເຮົາ ອວຍພອນ​ໃຫ້​ສາຍສຳພັນ​ມິດຕະພາບ ຈີນ-ລາວ ໝັ້ນຄົງ​ຂະ​ໂໜງ​ແກ່ນ​ໄປ​ຕະຫຼອດ​ການ.


1  2  3  4  5  6  7