ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 16:05:06    
ໄປ​ຢາມ​ເອື້ອຍ​ໃນ​ຝັນ

cri

ເຮົາ​ກັບ​ບົວ​ແກ້ວ​ເບິ່ງ​ໜ້າ​ກັນ,​ຂ້າພະ​ເຈົ້າ​ເວົ້າ​ກັບ​ບົວ​ແກ້ວ​ວ່າ"ລອງ​ຊິ​ມ​ເບິ່ງ​ນໍ"ບົວ​ແກ້ວ​ງຶກ​ຫົວ​ເຫັນ​ດີ.ບໍ່​ເຖິງ 10 ນາທີ,ທາງ​ຮ້ານ​ອາຫານ​ໄດ້​ຍໍ​ຖ້ວຍ ​ແລະຈານ​ອາຫານ​ທີ່​ມີ​ເນື້ອ​ມ້າ ​ແລະ ໝາ​ໄປ"ໝາ​ປ່າ"ທີ່​ສົ່ງ​ອາຍ​ຮ້ອນ​ທ່ວນໆ.ອາກາດ​ໜາວ ກ່ອນ​ຈະ​ລົງມື​ຄີບ​ຕ່ອນ​ເນື້ອ​ເຂົ້າ​ປາກ ພວກ​ເຮົາ​ຕ່າງ​ຕຳ​ຈອກ​ເຫຼົ້າ​ປຸກ​ສາກ່ອນ.​ເທື່ອ​ນີ້ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຊີວິດ ທີ່​ໄດ້​ຊິ​ມຫຼົດ​ຊາດ​ຂອງ​ເນື້ອ​ມ້າ ກິນ​ແລ້ວ​ຮູ້ສຶກ​ວ່າ​ແຊບ​​ແທ້ ​ເຕັມທີ​ແຕ່​ຢູ່​ບ້ານ​ເຮົາ​ບໍ່​ມີ​ຮ້ານ​ອາຫານ"ຊິ້ນ​ມ້າ".ຊິ້ນ​ໝາ​ໄນ​ກໍ່​ເຊັ່ນ​ກັນ ຢູ່​ລາວ​ເຮົາ​ກໍ່​ບໍ່​ເຄີຍ​ເຫັນ. ນອກຈາກ​ຈານ​ເນື້ອ​ມ້າ,ໝາ​ປ່າ​ແລ້ວ ຍັງມີ​ໄກ່​ດຳ​ຕົ້ມ​ເປັນ​ຕ່ອນ​ໃຫຍ່,​ຂົ້ວ​ຮາກ​ຜັກ​ຄາວ​ທອງ,ຂົ້ວ​ໂຕ​ດ້ວງ​ແມ້ອີກ​ນຳ… ຍິ່ງ​ກິນ ກໍ່​ຍິ່ງ​ແຊບ ຖອກ​ເຫຼົ້າ​ມາ​ເທື່ອ​ໃດ​ກໍ່​ກ້ຽງ​ພ້ອມ​ກັບ​ພາສາ​ຈີນ​ທີ່​ວ່າ"ກ້ານ​ເປ"ຖ້ວຍ​ແກງ​ຕົ້ມ​ດ້ວຍ​ເນື້ອ​ໄກ່​ດຳ​ພູ​ເຂົາ ​ເຫຼືອງ​ອ່ອຍຮ່ອຍ ​ແຕ່​ບໍ່​ມີ​ບ່ວງ​ຊົດ,ຖາມ​ຫາ​ບ່ວງ ທາງ​ຮ້ານ​ອາຫານ​ກໍ​ເລີຍ​ເອົາ​ຈອງ​ຕັກ​ແກງ​ມາ​ໃຫ້.​ເມື່ອ​ຖາມ​ຫາ​ກົກ​ສາຍ​ປານ​ເຫດ ຈິ່ງ​ຮູ້​ວ່າ ຄົນ​ທ້ອງ​ຖິ່ນ​ດັ່ງກ່າວ​ບໍ່​ເຄີຍ​ໃຊ້​ບ່ວງ​ຊົດ​ແກງ ມີ​ແຕ່​ຍໍ​ຖ້ວຍ​ແກງ​ຂຶ້ນ​ມາ​ໃສ່​ປາກ​ຮຸບ​ເອົາ.ກິນ​ເຂົ້າ​ປຸ້ນ​ຈຳ​ໂບ້ຂອງ​ມື້​ເຊົ້າ​ກໍ່​ເຊັ່ນ​ກັນ ບໍ່​ມີ​ບ່ວງ.

ສຽງ​ສົນທະນາ ສຽງຫົວ​ໃນ​ຍາມ​ຮ່ວມ​ຮັບ​ປະທານ​ອາຫານ ​ແລະ ຮ່ວມ​ດື່ມ​ເຫຼົ້າ ​ເປັນ​ຍາມ​ທີ່​ມີ​ບັນຍາກ​າດລື​ນ​ເລິງ​ກວ່າ​ຍາມ​ອື່ນ ​ເພາະ​ນາຍ​ພາສາ​ມາດ​ເຮັດ​ໃຫ້​ຄົນ​ສອງ​ຊາດ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ​​ແລະ​ກັນ.ການ​ສົນທະນາ​ໃນ​ຕອນ​ບ່າຍ​ຂອງ​ມື້​ນີ້ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ບົດຮຽນ ​ແລະ​ ​ເພິ່ງ​ພໍ​ໃຈ​ທີ່​ສຸດ.​ໂດຍ​ສະ​ເພາະ​ຕອນ​ເວົ້າ​ເຖິງ​ບົດຮຽນ​ທາງ​ດ້ານ​ການ​ປົກຄອງ ຫຼື​ວຽກບ້ານ​ການ​ເມືອງ,ການ​ທີ່​ປະ​ເທດ​ຈີນ​ມີ​ການ​ປ່ຽນ​ແປງ​ຈາກ​ໜ້າ​ມື ​ເຕີບ​ໃຫຍ່​ເຂັ້ມ​ແຂ​ງຄື​ສູ່​ມື້​ນີ້​ແມ່ນ​ຍ້ອນ​ການ​ນຳ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ ​ແລະ ລັດຖະ​ບານ​ຈີນ​ຂອງ​ຍຸກ​ສະ​ໄໝ​ໃໝ່ ຜູ້​ໃດ​ກໍ່ຕາມ ທີ່​ຈະ​ໄຕ່​ເຕົ້າ​ຂຶ້ນ​ມາ​ເປັນ​ຜູ້ນຳ​ລະດັບ​ຊາດ​ຫຼືລະ​ດັບ​ທ້ອງ​ຖິ່ນ,ຕ້ອງ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ ມີ​ຄຸນສົມ​ບັດ,ມີ​ຄວາມ​ສັດ​ຊື່​ບໍລິສຸດ​ຕໍ່​ຊາດ,ຕໍ່​ປະຊາ​ຊົນ ​ແລະ ຕໍ່​ພາ​ລະກິດ,ຍົກ​ຕົວຢ່າງ ຜູ້​ທີ່​ຈະ​ມາ​ເປັນ​ເຈົ້າ​ເມືອງ ຫຼື​ເປັນ​ນາຍບ້ານ ​ເປັນ​ຫົວໜ້າ​ຕາ​ແສງ ຕ້ອງ​ຜ່ານ​ການ​ເລືອກ​ຕັ້ງ​ຈາກ​ປະຊາຊົນ,​ເມື່ອ​ມາ​ເປັນ​ຜູ້ນຳ​ແລ້ວ ຜ່ານ​ການ​ເຮັດ​ວຽກ​ໜຶ່ງ ຫຼື ສອງປີ​ຕ້ອງ​ໃຫ້​ມີ​ຜົນງານ​ອອກ​ມາ​ປະກົດ​ໃຫ້​ປະຊາຊົນ​ເຫັນ ຖ້າ​ຫາກ​ເຮັດ​ວຽກ​ບໍ່​ເຂົ້າ ບໍ່​ອອກ ບໍ່​ມີ​ຜົນງານ​ອັນ​ຊັດ​ເຈນ ຜູ້​ນັ້ນ​ຕ້ອງ​ຖືກ​ປົກອອກ​ຈາກ​ຕຳ​ແໜ່​ງ ​ແລະ ໜ້າ​ທີ່​ການ ຄັດ​ເລືອກ​ເອົາ​ຜູ້​ອື່ນ​ເຂົ້າ​ມາ​ແທນ.ຜູ້​ໃດ​ຫາກ​ມີພຶດຕິ​ກຳ​ບໍ່​ສັດ​ຊື່ ກິນ​ສິນ​ບົນ​ສໍ້​ລາດ​ບັງ​ຫຼວງ,ສໍ້​ຫຼວງ​ບັງ​ລາດ ຈະ​ຖືກ​ນຳ​ຂຶ້ນ​ສານ​ຕັດສິນ​ປະຫານ​ຊີວິດ.ຍົກ​ຕົວຢ່າງ ​ໃນ​ຊຸມ​ປີ 2000 ຫາ 2003 ທ່ານ​ເຂົ້າ​ແຂວງ​ຢຸນນານ ​ໄດ້​ຖືກ​ສານ​ຕັດສິນ​ປະຫານ​ຊີວິດ ທັງໆ ທີ່​ທ່ານ​ຄົນ​ນີ້​ມີ​ຜົນງານ​ໃຫຍ່​ຫຼວງ ​ເປັນ​ຜູ້​ວາງ​ແຜນ​ບູລະນະ​ນະຄອນ​ຄຸນ​ໝິງ ​ແລະ ​ແຂວງ​ຢຸນນານ​ໃຫ້​ກາຍ​ເປັນ​ແຂວງ​ທີ່​ຈະ​​ເລີ​ນຮຸ່ງ​ເຮືອງ​ແຕ່​ຍ້ອນ​ວ່າ ລູກ​ຊາຍ​ໄດ້​ຮັບ​ບູລິ​ມະ​ສິດ ​ໃນ​ການ​ປະມູນ​ວຽກ​ກໍ່ສ້າງ ກໍ່​ຄື​ດ້ານ​ທຸລະ​ກິດ​ຂາ​ເຂົ້າຂາ​ອອກ ​ເປັນ​ຜູ້​ທີ່​ຢາກ​ສວຍ​ໃຊ້​ບາ​ລະ​ມີ​ຂອງ​ພໍ່ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ,ທ່ານ​ເຈົ້າ​ແຂວງ​ເອງ​ກໍ່​ຫົຼງກົນ ກິນ​ສິນ​ບົນ​ຂອງ​ພວກ​ບໍລິສັດ​ໃຫຍ່​ຈຳນວນ​ໜຶ່ງ ຍ້ອນ​ແນວ​ນັນ ທ່ານຈິ່ງຫຼີກ​ບໍ່​ມົ້ມ​ຈາກ​ກົດໝາຍ.​ໃນ​ທີ່​ສຸດ ຄອບຄົວ​ຂອງ​ເຈົ້າ​ແຂວງ​ຢຸນນານ ກໍ່​ຖືກ​ດັບ​ມອດ.ລູກ​ຊາຍ​ກໍ່​ຖືກ​ປະຫານ​ເຊັ່ນ​ກັນ ກົດໝາຍ​ເປັນ​ກົດໝາຍ ​ເມື່ອ​ວາງ​ອອກ​ມາ​ແລ້ວ ຈະ​ບໍ່​ມີ​ຄຳ​ວ່າ"ນະ​ໂຍບາຍ ຫືຼ ປະ​ນິປະ​ນອມ".ກົດ​ໝາຍ​ວາງ​ອອກ​ມາ ​ແມ່ນ​ເພື່ອ​ໝົດ​ທຸກ​ຄົນ​ໃນ​ຊາດ ບໍ່​ມີ​ເທວະ​ດາ​ອົງ​ໃດ​ຢູ່​ເໜືອ​ກົດໝາຍ.

ພັກ​ກອມ​ມູນິດ ​ແລະ ລັດ​ຖະບານ​ຈີນ ​ໄດ້​ເອົາ​ໃຈ​ໃສ່​ສ​ເຖິງ​ພະນັກງານ ​ແລະປະ​ຊາຊົນ​ທາງ​ດ້ານ​ຊີວິດ​ການ​ເປັນ​ຢູ່,ສະຖານ​ທີ່​ພັກ​ຜ່ອນ​ເຮືອນຢູ່,ພາ​ຫາ​ນະ ​ແລະ ອື່ນໆ ພະນັກ​ງານ ທະຫານ​ມີ​ເຮືອນ​ຫຼວງ​ໃຫ້​ຢູ່​ໃນ​ອັດຕາ​ຊື້​ລາຄາ​ຖືກ ຜູ້​ໃດ​ມີ​ອາ​ຍຸ​ການ​ປະຕິວັດ​ຫຼາຍ ກໍ່​ຈະ​ມີ​ນະ​ໂຍບາຍ​ເສຍ​ຄ່າ​ຊື້​ເຮືອນ​ນ້ອຍ​ກວ່າ​ຜູ້​ທີ່​ມີ​ຜົນງານ​ນ້ອຍ ຫຼື ​ເຂົ້າ​ລຸນ.


1  2  3  4  5  6  7