ເຖິງວ່າ ເຄີຍໄປຢາມປະເທດຈີນຫຼາຍຄັ້ງ ຫຼາຍສິບມົນທົນ ແລະ ຫຼາຍແຂວງ,ແຕ່ສ່ວນຫຼາຍຈະໄປເຫັນແຕ່ນະຄອນ ແລະ ເມືອງໃຫຍ່ໆ ເທົ່ານັ້ນ,ໜ້ອຍທີ່ສຸດຈິ່ງເຫັນເຂດຊົນນະບົດ.ແຕ່ມື້ນີ້ ເທື່ອນີ້ ໄດ້ເດີນທາງຮ່ວມກັບ ບົວແກ້ວໄປຢາມພີ່ເອື້ອຍ ທີ່ມີຖິ່ນຖານຢູ່ໃຕ້ສຸດຂອງແຂວງຢຸນນານ,ຈິ່ງໄດ້ເຫັນກັບຕາ ວ່າ ຊົນນະບົດແລະ ເຂດຊົ່ນເຜົ່າສ່ວນນ້ອຍຂອງຈີນ ມີຄວາມຈະເລີນກວ່າໃນຄວາມຄິດຂອງຂ້າພະເຈົ້າ ທາງສາຍດ່ວນທຸລຸຈາກໃນເມືອງໄປສູ່ເຂດຊົນນະບົດນັບເປັນພັນໆ ກິໂລແມັດ,ມີສິ່ງໜຶ່ງທີ່ເຮັດໃຫ້ຂ້າພະເຈົ້າແປກໃຈແມ່ນ ໃນໄລຍະ 2 ມື້ແລ່ນລົດລົງໄປທາງໃຕ້ນັ້ນ ບໍ່ຄ່ອຍປະກົດເຫັນລົດໂດຍສານ ຫຼື ລົດເມເໝືອນດັ່ງບ້ານເຮົາ ຕາມທຳມະດາ ຄົນຊົນນະບົດຕ້ອງຂຶ້ນລົດໂດຍສານເຂົ້າໄປໃນເມື່ອງເພື່ອຊື້ເຄື່ອງຂອງ ແລະ ສິນຄ້າ.ທາງເຈົ້າພາບໄດ້ອະທິບາຍໃນຄຳຂັດຂ້ອງຂອງຂ້າພະເຈົ້າດັ່ງນີ້:ລັດຖະບານຈີນໄດ້ມີແຜນ ແລະ ນະໂຍບາຍ ພະຍາຍາມສ້າງໃຫ້ຊົນນະບົດ ແລະ ຕົວເມືອງຫຍັບເຂົ້າໄກ້ກັນ,ທຸກສິ່ງທຸກຢ່າງທີ່ມີຢູ່ໃນເມືອງໃຫຍ່ ເຂດຊົນນະບົດກໍ່ຕ້ອງໃຫ້ມີຄົບຖ້ວນ ໃຫ້ມີຄວາມໄກ້ສິດກັນທາງດ້ານວັດຖຸ ແລະ ຈິດໃຈ ຍ້ອນແນວນັ້ນ ຄົນຊົນນະບົດນ້ອຍໜັກໜ້ອຍໜາ ທີ່ຈະເດີນທາງໄປເມືອງໃຫຍ່ ເພາະຢູ່ບ້ານຂອງພວກເຂົາໄດ້ມີທຸກສິ່ງທຸກຢ່າງແລ້ວພວກເຂົາບໍ່ຈຳເປັນຕ້ອງເດີນທາງໄປໃນເມືອງ ເພື່ອຊື້ເຄື່ອງ.
ບ່າຍ 4 ໂມງ,ພວກເຮົາຮອດບ້ານຫູຊວນ,ບ້ານນີ້ ເປັນບ້ານໜຶ່ງຂອງຊົນເຜົ່າຮານີ.ຄຳວ່າ ບ້ານ ທີ່ແທ້ ມັນໂລດໃຫຍ່ກວ່າເມືອງວັງວຽງຂອງພວກເຮົາຕັ້ງ 3 ເທົ່າ.ພໍແຕ່ລົດຂອງພວກເຮົາແຍກເຂົ້າທາງຊ້າຍ ຊຶ່ງມີຕຶກຫຼັງໜຶ່ງ 4 ຊັ້ນ,ຫ່າງຈາກທາງຫຼວງປະມານ 10 ແມັດ,ເຫັນແມ່ເຖົ້າຄົນໜຶ່ງ ເປັນຄົນຕ່ຳຄ່ອນຂ້າງມົນ ແລະຕຸ້ຍ ມືຖືໄມ້ເທົ້າ.ເມື່ອເຫັນລົດພວກເຮົາເຂົ້າໄປຈອດ ແມ່ຄົນນັ້ນກໍ່ລຸກຂຶ້ນຢືນ ທ່າມກາງຍາດຕິພີ່ນ້ອງທັງຍິງ ແລະ ຊາຍຫຸ້ມເຂົ້າມາອ້ອມລົດ.ເຖິງບໍ່ເວົ້າຂ້າພະເຈົ້າກໍ່ຮູ້ໂລດວ່າ ແມ່ຄົນນັ້ນຄື ເອື້ອຍຂອງບົວແກ້ວ.ບໍ່ເທົ່າໃດວິນາທີ ຮ່າງຂອງຄົນທັງສອງກໍ່ເຂົ້າຫາກັນ ບົວແກ້ວໂຊມເອົາຮ່າງຂອງພີ່ເອື້ອຍ ແລະ ທາງເອື້ອຍກໍ່ກາດເອົາຫົວຂອງບົວແລ້ວ,ພວກເຂົາບໍ່ສາມາດຈະອອກສຽງຖາມສະບາຍກັນ ນອກຈາກມີແຕ່ສຽງໄຫ້ສະອຶ້ນ… ຂ້າພະເຈົ້າງວກໜ້າໜີໄປທາງອື່ນ ເພາະເບົ້າຕາຂອງຕົນເອງກໍ່ມີນ້ຳໄຫຼອອກເຊັ່ນກັນ.ໂອ ນໍ!ສອງເອື້ອຍນ້ອງຮູ້ກັນພຽງໃນເທບນິຍາຍ ຮູ້ກັນໃນຄວາມຝັນ ບໍ່ເຄີຍເຫັນໜ້າກັນຈັກເທື່ອ ຮູ້ແຕ່ວ່າເປັນເອື້ອຍນ້ອງຮ່ວມພໍ່ ຕ່າງແມ່ ດຳລົງຊີວິດຢູ່ຄົນລະປະເທດ ທີ່ຫ່າງໄກມື້ນີ້ ພວກເຂົາມາພົບພໍ້ກັນໃນທ່າມກາງສອງປະເທດມີເອກະລາດ ແລະ ເປັນປະເທດເພື່ອນມິດກັນ ຄວາມຮັກ ຄວາມສຸກໃນຕະກຸນ ບໍ່ມີຫຍັງຈະມາປຽບໄດ້ອີກແລ້ວ.ເມື່ອໂຊມກອດບົວແກ້ວແລ້ວ,ແມ່ຍິງທີ່ແກ່ສະລາກໍ່ຫັນມາກອດນາງ ແກ້ວວິພອນ ນ້ຳຕາຂອງໝົດວົງຕະກຸນໄຫຼອອກອາບແກ້ມໂດຍບໍ່ຮູ້ສຶກຕົວ.
ຄາບເຂົ້າຄ່ຳທີ່ທາງພີ່ເອື້ອຍ ແລະ ຍາດຕິພີ່ນ້ອງຈັດໃຫ້ ໄດ້ກາຍເປັນພາເຂົ້າທີ່ແສນອົບອຸ່ນ ແລະ ມີຄວາມສຸກທີ່ສຸດ ເຖິງວ່າ ອກຫານທີ່ຈັດມານັ້ນ ມີແຕ່ຊະນິດແຊບ ແລະ ຫາຍາກ ແຕ່ບົວແກ້ວ ແລະ ພີ່ເອື້ອຍກໍ່ບໍ່ສາມາດຈະຫຍ້ຳກືນໄດ້ສະດວກ ເພາະຄວາມອັກອັ້ນຕັນໃຈຂອງຊີວິດ ເຮັດໃຫ້ພວກເຂົາຄິດເຖິງພໍ່ ຄິດເຖິງແມ່ທັງສອງ ແລະ ຍາດຕິພີ່ນ້ອງທີ່ບໍ່ມີໜ້າໃນຄ່ຳຄືນມື້ນີ້.ດົນສົມຄວນພີ່ເອື້ອຍຈິ່ງເອີ່ຍຂຶ້ນວ່າ:
"ນ້ອງເອີຍ ຍ້ອນມີພະຜູ້ເປັນເຈົ້າຢູ່ເປື້ງອບົນຊ່ວຍ ຈິ່ງເຮັດໃຫ້ເອື້ອຍນ້ອງພວກເຮົາໄດ້ພົບກັນໃນມື້ນີ້"
ບົວແກ້ວໄດ້ແຕ່ງຶກຫົວ ແລະ ກຸມມືທີ່ຫ່ຽວແຫ້ງຂອງເອື້ອຍ.
1 2 3 4 5 6 7
|