ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 16:05:06    
ໄປ​ຢາມ​ເອື້ອຍ​ໃນ​ຝັນ

cri

ພາຍຫຼັງ​ບ້ານ​ເມືອງມີ​ຄວາມ​ສະ​ຫງົບ ບົວ​ແກ້ວ​ໄດ້​ເພິ່ງ​ທາງ​ສະມາຄົມ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ ​ໂດຍ​ມີ​ລຸງ​ຮ່ວາ​ຊ່ວຍ​ສືບ​ທາວ​ຫາ.ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ປີ ກໍ່​ສາມາດ​ຕິດ​ຕໍ່​ພົວພັນ​ກັບ​ພີ່​ເອື້ອຍ ອັນ​ເປັນ​ລູກ​ສາວ​ກົກ​ຂອງ​ພັນ​ລະ​ຍາ​ຫຼວງຢູ່​​ແຂວງ​ຢູນ​ນານ.ປັດ​ຈຸບັນ​ເອື້ອຍ​ຂອງ​ບົວ​ແກ້ວ​ມີ​ອາຍຸ 80 ກວ່າ​ປີ ຊື່ ຫຼົວ​ຈິ​ເຟິນ,​ເພິ່ນ​ມີ​ລູກ 3ຄົນ ຍິງ1 ຊາຍ2​ຄົນ,​ແຕ່​ເອື້ອຍ​ເປັນ​ແມ່ໝ້າຍ​ຫຼາຍ​ປີ​ແລ້ວ.

ພາຍຫຼັງ​ລູກ​ຊາຍ​ຫຼ້າ​ກັບ​ຄືນ​ຢຸນນານ ​ໄດ້​ຮູ້​ຂ່າວ​ກ່ຽວ​ກັບ​ນ້ອງ​ຊາຍ​ຢູ່​ທາງ​ເມືອງ​ລາວ ​ເອື້ອຍ​ຫຼົວ​ຈິ​ເຟີ​ນດີ​ໃຈ​ຫຼາຍ​ຈົນ​ນ້ຳ​ຕາ​ຊຶມ​ເບົ້າ.​ເອື້ອຍ ​ແລະ​ຍາດຕິ​ພີ່​ນ້ອງຮ້ອງ​ຂໍ​ໃຫ້​ບົວ​ແກ້ວ ​ແລະ ຄອບຄົວ​ໄປ​ຢາມ​ດ່ວນ ​ເພາະ​ບໍ່​ຮູ້​ວ່າ ​ເອື້ອຍ​ຍັງ​ມີ​ຊີວິດ​ຕື່ມອີກ​ຈັກ​ມື້,​ກ່ອນ​ຈະ​ອຳ​ລາ​ຈາກ​ໂລກ​ນີ້​ໄປ ຂໍ​ໃຫ້​ໄດ້​ເຫັນ​ໜ້າ​ນ້ອງ​ຊາຍ​ສາ​ກ່ອນ.

ສາຍສຳ​ພັນ​ລະຫວ່າງ​ປະ​ເທດ​ລາວ ​ກັບ ປະ​ເທດ​ຈີນ ພໍ່​ພຽງ​ແຕ່​ຂັ້ນ​ພັກ​ຕໍ່​ພັກ​ລັດຖະ​ບານ​ຕໍ່​ລັດຖະ​ບານ ປະຊາຊົນ​ຕໍ່​ປະ​ຊາຊົນ ​ແຕ່​ສິ່ງ​ທີ່​ເລິກ​ເຊິ່ງ​ກວ່າ​ນັ້ນ ລະຫວ່າງ​ສອງ​ຊາດ ຍັງ​ມີ​ສາຍ​ເລືອດ ສາຍ​ໃຈ​ຮ່ວມ​ກັນ​ໃນ​ອະດີດ​ນັບ​ເປັນ​ພັນໆ​ປີ ມາ​​ແລ້ວ.ຍ້ອນ​ມີ​ການ​ປະຕິວັດ​ຂອງ 2 ຊາດ,ມື້​ນີ້,ຈິ່ງ​ເຮັດ​ໃຫ້​ຄວາມ​ປາຖະ​ນາ​ຂອງ​ບົວ​ແກ້ວ ​ແລະ​ ຂອງ​ເອື້ອ​ຍູ່​ທາງ​ເມືອງ​ຈີນ​ໄດ້​ປະກົດ​ເປັນ​ຈິງ.ວັນ​ທີ31 ຕຸລາ ປີ2005,ບົວ​ແກ້ວ ຈະ​ເລີ​ນລັງສີ ພ້ອມ​ລູກ​ສາວ​ແກ້ວ​ວິ​ພອນ ຈະ​ເລີ​ນລັງ​ສີ ​ແລະ ຂ້າພະ​ເຈົ້າ(ຜູ້​ຂຽນ) ​ໄດ້​ໂດຍສານ​ຍົນ ​ໂບອິງ 737 ຂອງ​ສາຍ​ການບິນ​ຈີນ​ສາຍ​ໃຕ້​ທະຍານ​ໄປ​ສູ່​ນະຄອນ​ຄຸນ​ໝີ​ງ,​ໃຊ້​ເວລາ​ພຽງ​1ຊົ່ງ​ໂມງ​ກັບ15​ນາທີ​ກໍ່​ເຖິງ.

ຢູ່​ຫໍ​ພັກ​ຜູ້​ໂດຍສານ​ນະ​ສະໜາມ​ບິນ​ຄຸນ​ໝິງ ມີ​ຄົນ​ອອກ​ມາ​ຕ້ອນຮັບ​ພວກ​ເຮົາ ດ້ວຍ​ສໍ້​ດອກ​ໄມ້​ຜູ້​ລະ​ພົ້ວ.​ໃນ​ນັ້ນ ມີຫຼານ​ຊາຍ​ຫ້ຼາທີ່​ເຄີຍ​ໄປ​ຢາມ​ບົວ​ແກ້ວ​ທີ່​ວຽວ​ຈັນ,ຫຼານ​ຊາຍ​ລູກກົກ​ຂອງ​ພີ່​ເອື້ອຍ,ຫຼາຍ​ເຂີຍ ຊັ້ນ​ຮອຍ​ເອກ​ຕຳ​ຫຼວດ​ຂອງ​ເມືອງ​ຫົງ​ເຫີ.ມີ​ນາງຕ້ວນ​ແຢນຢຸນ ນາງ​ສາວ​ພະຍາບານ​ທີ່​ຖືກ​ແຕ່ງ​ຕັ້ງ​ມາ​ເປັນ​ແພດ​ປະຈຳ​ພວກ​ເຮົາ.​ອີກ​ສອງ​ສະຫາຍ​ທີ່​ພວມ​ຍິ້ມ​ແຍ້​ມຕໍ່​ພວກ​ເຮົາ​ແມ່ນ ສະ​ຫາຍ ພົງ​ສະຫວັດ ພູ​ມາ​ວົງ ຫົວໜ້າ​ກົງ​ສູນ​ໃຫຍ່​ຂອງ ສ.ປ.ປ.ລາວ​ປະຈຳ​ຄຸນ​ໝິງ ​ແລະ ນາງ​ຈັນ​ເພັງ​ພັນ​ລະ​ຍາ​ຂອງ​ເພິ່ນ.

ເປັນ​ເວລາ​ເກືອບ 4 ​ໂມງ​ແລງ​ແລ້ວ,ຄິດ​ວ່າ​ຈະ​ໄດ້​ແວ່​ພັກ​ເຊົາ​ທີ່​ຄຸນ​ໝິງຈັກ​ຄືນ​ໜຶ່ງ,​ແຕ່​ທັນ​ໃດ ພວກ​ຫຼານ​ເຊີນ​ໃຫ້​ພວກ​ເຮົາ​ຂຶ້ນ​ລົດ 2 ຄົນ ຍີ​ຫໍ້ ​ແລນ​ກຣູສ​ເຊີ ປຣາ​​ໂດ.ບົວ​ແກ້ວ​ ​ແລະ ນາງ​ກູດ(ຊື່​ນ້ອຍ​ຂອງ​ນາງ​ແກ້ວ​ວິ​ພອນ)ນັ່ງ​ຮ່ວມ​ກັບ​ພວກ​ພີ່ນ້ອງ​ຢູ່​ລົດ​ຄັນ​ໄປ​ກ່ອນ ສ່ວນ​ຂ້າພະ​ເຈົ້າ​ນັ່ງ​ຮ່ວມ​ກັບ​ນາງພະ​ຍາບານ​ຕ້ວນ​ແຢ້ນຢຸນ ​ແລະ ນາຍຮ້ອຍ​ເອກ​ຕຳຫຼວດ​ຫຼານ​ຊາຍ​ກົກ.​ແຕ່​ຄຸນ​ໝິງ​ໄປ​ຫາ​ບ້ານ​ເກີດ​ຂອງ​ພີ່​ເອື້ອຍ​ມີ​ຄວາມ​ຍາວ​ເຖິງ 800 ກິ​ໂລ​ແມັດ,​ເປັນ​ເຂດ​ເມືອງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ​ຜົ້ງ​ສາລີ​ຂອງ​ລາວ ປະມານ 120 ກິ​ໂລ​ແມັດ.​ໄຄ​ແຕ່​ວ່າ ​ເສັ້ນ​ທາງ​ທີ່​ພວກ​ເຮົາ​ພວມ​ໄປ​ນັ້ນ ​ເປັນ​ຖະໜົນ​ສາຍ​ດ່ວນ ລົດ​ຕ້ອງ​ແລ່ນ​ໃນ​ຄວາມ​ໄວ​ແຕ່100 ຫາ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.


1  2  3  4  5  6  7