ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 22:29:06    
ລາຍ​ການ​ພິ​ເສດ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ,ມື້​ນີ້​ແມ່ນ​ວັນ​ທີ30​ເມສາ,ຍັງ100​ມື້​ ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ຈະ​ໄຂ​ຂຶ້ນ​ແລ້ວ,ງານ​ກິ​ລາ​ໂອ​ລິ​ມປິກນັບ​ມື້​ນັບ​​​ໃກ້​ເຂົ້າ​ມາ.

ມື້​ໜຶ່ງ​ໃນ​ລະ​ດູ​ຮ້ອນ​ກ່ອນ​ນີ້​7​ປີ​ແມ່ນ​ມື້​ທີ່​ເຮັດ​ໃຫ້​ຄົນ​ຈີນ​ໝົດ​ທຸກ​ຄົນ​ພາກ​ພູມ​ໃຈ​ທີ່​ສຸດ.

ວັນ​ທີ13​ກໍລະ​ກົດ​ປີ2001,​ຢູ່​ມົສ​ໂກ,​22​ໂມງ​10​ນາ​ທີ​ຕາມ​ເວ​ລາ​ປັກ​ກິ່ງ.​

ປະໂຫຍກອັນສັ້ນໆປະ​ໂຫຍ​ກໜຶ່ງ​ຂອງທ່ານຊາມຣັນ ອະດີດປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​​ເຮັດ​ໃຫ້​ທົ່ວ​ແຜ່ນດິນ​ຢ່າງ​ຟົດ​ສະ​ນັ່ນປານ​ຟ້າຮ້ອງ​ໃນ​ລະດູ​ໃບ​ໄມ້​ປົ່ງຈີນໄຊ​ໂຍ​ໂຮ​ຮ້ອງຂຶ້ນ.

ມື້​ນັ້ນ, ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ຄັ້ງ​ທີ112ປ່ອນ​ບັດ​ຕົກລົງ​ແລະ​ໃຫ້ ທ່ານຊາ​ມາຣັນປະກາດ​ວ່າ,ປັກ​ກິ່ງ​ໄດ້​ຮັບສິດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ29​ປີ2008. ມື້​ນັ້ນ,ຄົນ​ຈີນ​ຈຶ່ງໄດ້​ແກ້ຄວາມ​ຝັນ"ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃນຮ້ອຍ​ປີ"​ມາ​ນີ້.

ງານ​ກິລາ​ໂອ​ລິ​ມປິກ​ແມ່ນງານ​ມະຫະກຳກິລາ​ຂອງ​ທົ່ວ​ໂລກ, ມັນ​ໄດ້ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ໂອ​ລິ​ມປິກ​ຄືສາມັກຄີ,ມິດຕະພາບ,ກ້າວໜ້າ,ກົມກຽວ​ກັນ,​ເຂົ້າ​ຮ່ວມ​ແລະ​​ໃຝ່ຝັນ, ​ເຖິງ​ວ່າ​ມະນຸດ​ເຮົາ​ມີ​ສີຜິວ​ຕ່າງ​ກັນ,ພາສາປາກ​ເວົ້າ​ຕ່າງ​ກັນ,ຊົນ​ເຜົ່າ​ຕ່າງ​ກັນ,​ແຕ່​ກໍ່​ເໝືອນ​ກັນ​ກັບ​ປະຊາຊົນ​ຈີນ, ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ກໍ່​ພວມ​ຄອງ​ຄອຍ​ງານ​ມະຫະກຳ​ກິລາ​ອັນ​ສຳຄັນ​ເທື່ອ​ນີ້​ຢ່າງກະຕືລື​ລົ້ນ, ​ແລະ​ພ້ອມ​ກັນ​ຊົມ​ໃຊ້​ສະ​ເໜ ​ແລະ ຄວາມ​ມ່ວນ​ຊື່ນ​ຂອງ​ໂອ​ລິ​ມປິກ.

ທ່ານ​ປາກ​ຊີ​ຈິກ ປະທານ​ຄະນະ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ເຊ​ອຸ່ນປີ1988, ປະທານກິ​ຕິ​ມະ​ສັກສະມາຄົມ​ແລກປ່ຽນ​ສ.​ເກົາຫຼີ-​ຈີນ​ສັດຕະວັດ​ທີ21 ​ເວົ້າວ່າ:"ປັກ​ກິ່ງຈະ​ແມ່ນ​ນະຄອນ​ທີ3​ຕ່າງ​ໜ້າ​ອາຊີ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​​ເຊິ່ງງັດຈາກ​ໂຕ​ກຽວ​ແລະ​ເຊ​ອຸ່ນ.​ຈີນ​ມີ​ປະ​ຊາ​ກອນ​ຫຼວງ​ຫຼາຍ,​ແລະ​ມີ​ກຳລັງ​ແຮງ​ພັດ​ທະ​ນາ​ທີ່ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ.​ປັດ​ຈຸ​ບັນ,​ລັດ​ຖະ​ບານ​ຈີນ ​ແລະ ປະ​ຊາ​ຊົນ​ຈີນ​ຮ່ວມ​ຈິດ​ຮ່ວມ​ໃຈ​ກະ​ກຽມ​ງານ​ກິລາ​ໂອ​ລິ​ມປິກ. ຈີນ​ມີ​ຄວາມ​ສາມາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ສຳ​ເລັດ​ຜົນ​ຫຼາຍ​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ.

ວັນເວລາ​ຜ່ານ​ໄປ​ຈັ່ງ​ແມ່ນ​ໄວ​ແທ້ໆ,7ປີ​ແລ້ວ,ຄົນ​ຈີນ​ພະຍາ​ຍາມ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ເບີກບານ​ມ່ວນ​ຊື່ນ​ໂດຍ​ຕະ​ຫຼອດ​ມາ. ອີກ100​ມື້, ຈີນ​ກໍ່ຈະຈັດງານ​ກິລາ​ໂອ​ລິ​ມປິກ​ທີ່​"ມີ​ສີ​ສັນ​ພິ​ເສດ ​ແລະ​ມີ​ລະດັບ​ສູງ"​ຕໍ່​ທົ່ວ​ໂລກ.​ປັດ​ຈຸ​ບັນ, ນະຄອນ​ປັກ​ກິ່ງ ​ແລະ​ນະ​ຄອນ​ທີ່​ຊ່ວຍ​ຈັດ​6​​ແຫ່ງ​ພວມ​ພະ​ຍາ​ຍາມ​ສຸດ​ຂີດ​​ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ກະ​ກຽມ.​ຄົບ​ປັກ​ກິ່ງ​ແລະ​ຢູ່​ນະ​ຄອນ​ກໍ່​​ສະ​ແດງ​ຄວາມ​ຄອງ​ຄອຍ ​ແລະ ຄວາມ​ອວຍ​ພອນ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ ຫວັງ​ໃຫ້​ງານ​ກິລາ​ໂອ​ລິມ​ປິກ​ຈັດ​​ຢ່າງ​ສຳ​ເລັດ​ຜົນ​.

1 2 3 4 5 6