ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 22:29:06    
ລາຍ​ການ​ພິ​ເສດ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ຫລັງ​ຈາກ​ວາລະ​ສານ​ດັ່ງກ່າວ​ໄດ້​ຕັ້ງຄຳ​ຖາມ​ດັ່ງກ່າວ 24 ປີ,ຄື​ໃນ​ປີ 1932, ຄົນ​ຈີນ​ຈິ່ງ​ໄດ້​ລົງສະຫນາມ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເປັນຄັ້ງທຳ​ອິດ.ຈີນ​ໃນ​ຄາວ​ນັ້ນພຽງ​ແຕ່​ໄດ້ສົ່ງລິວ​ຊາງ​ຊຸນ​​ນັກ​ກິລາແຕ່​ຜູ່​ດຽວ​ໄປ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 10 ທີ່​ຈັດ​ຂຶ້ນ​ຢູ່​ລົສ​ແອນ​ເຈີ​ລິ​ສ,​ເຖິງ​ວ່າ​ຜົນງານ​ແລ່ນ​ແລະ​ລານ​ຂອງ​ລາວ​ຍັງ​ດີ​ຢູ່, ​ແຕ່​ຍ້ອນວ່າ​ໄດ້ທ່ານ​ເດີນທາງ​ 20ກວ່າ​ມື້,ອິນ​ເມື່ອຍ​ຫຼາຍ​ຈິ່ງ​ຕົກ​ແຕ່​ຮອບ​ຄັດ​ເລືອກ. ​ເມື່ອ​ຮອດ​ປີ 1984 ປະ​ເທດ​ຈີນ​ໃຫມ່​ໄດ້​ກັບ​ຄືນ​ສູ່​ວົງ​ຄະນາ​ຍາດໂອ​ລິ​ມປິກ​ຄືນ​ໃຫມ່,​ກໍໄດ້​ສົ່ງ​ຄະນະ​​ນັກ​ກິລາທີ່​ປະກອບ​ດ້ວຍ 250 ຄົນ​ໄປ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັງທີ 23 ທີ່​ຈັດ​ຂຶ້ນ​ຢູ່​ລົສ​ແອນ​ເຈີ ​ລິ​ສ, ​ໄດ້​ຮັບຫລຽນ​ຄຳ 15 ຫລຽນ, ດຶງ​ດູດ​ສາຍຕາ​ຊາວ​ໂລກ​ຫລາຍ.

ການ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ຄວາມ​ຝັນ​ຂອງ​ຄົນ​ຈີນ​ຫລາຍ​ເຊັ່ນ​ຄົນ,​ຄົນ​ຈີນຢ່າງ​ຫລວງຫລາຍ​ໄດ້​ທຸ່ມ​ເຫື່ອ​ເທ​ແຮງ​​ເພື່ອ​ເລື່ອງ​ນີ້.ທ່ານ​ເຕິ້ງ​ສຽວ​ຜິ​ງ​ແມ່ນ​ຜູ່ນຳ​ຈີນ​ຄົນ​ທຳ​ອິດ​ສະ​ເໜີ​ໃຫ້​ຮ້ອງຂໍ​ຈັດງານ​ກິລາ​ໂອ​ລິ​ມປິກ,ປີ 1985, ​ໃນ​ເວລາ​ພົບ​ປະ​ກັບ​ແຂກ​ຕ່າງປະ​ເທດ, ທ່ານ​ເຕິ້ງ​ສຽວ​ຜິ​ງ​ເວົ້າວ່າ,​ພວກ​ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2000.​ແຕ່​ສົ່ງ​ທີເສຍ​ໃຈ​ນັ້ນ​ແມ່ນປີ 1993,​ປັກ​ກິ່ງ​ໄດ້​ເສຍ​ໃຫ້​ຊິດ​ນີຂອງ​ອົສຕຼາລີ​ສອງ​ບັດ​ໃນ​ການ​ຮ້ອງ​ຂໍ.ຫລັງ​ຈາກ​ນັ້ນ 8 ປີ, ຈີນ​ທີ່​ໄດ້​ດຳ​ເນີນ​ການປະຕິ​ຮູບ​ແລະ​ໄຂ​ປະຕູ​ລົງ​ສູ່​ລວງ​ເລິກ​ນັ້ນກໍ່​ໄດ້​ເຮັດ​ໃຫ້​ຄວາມປາຖະຫນາ​ຂອງ​ທ່ານ​ເຕິ້ງ​ສຽງ​ຜິ​ງບັນ​ກົດ​ຜົນ​ເປັນ​ຈິງ​ໄດ້.

ເມື່ອ​ໄດ້​ກະກຽມ​​ເກືອບ 7 ປີ, ກາ​ຫມາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ຟູ​ວາ​ທີ່​ເປັນ​ສັດນຳ​ໂຊກ​ຂອງ​ງານ ຫລຽນ​​ໄຊ​ທີ່​ປະດັບ​ດ້ວຍ​ຄຳ​ແລະ​ຢົກ ຮັງ​ນົກ​ທີ່​ເປັນສະໜາມກິລາ​ແຫ່ງ​ຊາດ​ຈີນ​ ​ເມັດ​ກ້ອນ​ນ້ຳ4ຫຼ່ຽມ​ທີ່​ເປັນ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ​ແລະ​ສິ່ງ​ຕ່າງໆ​ໄດ້ທະຍອຍ​ກັນ​ປະກົດ​ຕົວ​ຢູ່​ຕໍ່ຫນ້າ​ຊາວ​ໂລກການຈັດ​ງານ​ກິລາ;​ໂອ​ລິ​ມປິກ​ທີ່​ສີຂຽວ​ງານ​ກິລາ, ​ໂອ​ລິ​ມປິກ​​ແຫ່ງ​ວິທະຍາສາດແລະ​ໂອ​ລິ​ມປິກ​​ແຫ່ງ​ວັດທະນະທຳ,ນີ້​ແມ່ນ​ຄຳ​ຫມັ້ນສັນຍາ​ຂອງ​ຈີນ​ຕໍ່​ໂລກ.ສ່ວນ​ໃຕ້​ຄຳ​ຂວນ​ທີ​ວ່າ ​ໂລກ​ດຽວ​ກັນ ຄວາມ​ຝັນ​ດຽວ​ກັນ, ຈີນ​ພວມ​ຕ້ອນຮັບ​ເພື່ອນ​ມິດ​ທີ່​ມາ​ຈາກ 5 ທະວີບ​​ໃນ​ທົ່ວ​ໂລກ​ດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ສຸດ.

ໃນ​ຂະ​ບວນການ​ທີ່​ປັກ​ກິ່ງ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ, ບໍ່​ວ່າ​ໃນ​ດ້ານ​ການ​ກໍ່ສ້າງ​ສະ​ຫນາມ​ກິ​ລາ​ການ​ບໍ​ລິ​ການ​ສື່​ມວນ​ຊົນ ການ​ຮັບ​ເອົາ​ອາສາ​ສະຫມັກ​ຫລື​ການດັດແປງ​ສິ່ງ​ແວດ​ລ້ອມ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກ​ໂລກ.​ວຽກ​ງານ​ກໍ່ສ້າງ​ສະຫນາມກິລາ ບ້ານ​ນັກ​ກິລາ​ແລະ​ບ້ານ​ສື່​ມວນ​ຊົນ,ປະສິດຖະ​ພາບ​ສູງ​ຂອງ​ນະຄອນ​ປັກ​ກິ່ງ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກໂອ​ລິ​ມປິກ​ສາກົນ.ສະຫນາມກິລາຈະ​ໃຊ້​ໃນ​ການ​ແຂ່ງຂັນ​ມີ37​ແຫ່ງນອກຈາກ​ຮັງ​ນົກ​​ສະຫນາມກິລາ​ແຫ່ງ​ຊາດ​ຈີນ​​ພວມ​ປະ​ດັບປະດາ​ຢູ່​ພາຍ​ໃນ​​ເພື່ອ​ການຈັດ​ພິທີ​ໄຂ​ງານ​ແລ້ວ, ອີກ 36 ​ແຫ່ງ​ໄດ້​ສ້າງ​ສຳ​ເລັດ​ຫມົດ.ບ້ານ​ນັກ​ກິລາແລະ​ບ້ານ​ສື່​ມວນ​ຊົນ​ໄດ້​ເຂົ້າສູ່​ໄລຍະ​ທົດ​ລອງ​ເຮັດ​ວຽກ​ແລ້ວ.

ພາຍຫລັງ​ໄດ້​ທັດ​ສະ​ນະ​ສຶກສາ​ຮັງ​ນົກ​ທີ່​ເປັນ​ສະຫນາມກິລາ​ແຫ່ງ​ຊາດ​ຈີນ​ແລະ​ເມັດ​ກ້ອນ​ນ້ຳ​ສີ່​ຫ່ຼຽມທີ່​ເປັນ​ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ​ແລ້ວ, ທ່ານ​ສີ​ພາ​ນົງ​ລາດ ຫົວຫນ້າ​ວິທະຍຸ​ແຫ່ງ​ຊາດ​ລາວ​ກ່າວ​ວ່າ:"ສະໜາມກິລາ​ເຫຼົ່ານີ້​ງາມ​ຫຼາຍ,​ເປັນ​ໜ້າ​ອຸທານ.ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ສະໜາມກິ ລາ​ງາມ​ປານ​ນີ້​ຈັກ​ເທື່ອ​ໃນ​ຊີວິດ.ວຽກ​ງານ​ກະກຽມ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ.ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​​ເປັນ​ງານ​ໃຫຍ່​ໂຕ​ມະ​ໂຫລານ​ທີ່​ຍິ່ງ​ໃຫຍ່ຄັ້ງໜຶ່ງ​ຢ່າງ​ແນ່ນອນ."

1 2 3 4 5 6