ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 22:29:06    
ລາຍ​ການ​ພິ​ເສດ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ນາງ​ລີວ​ໂປ່ ພະນັກງານ​ບໍລິສັດ​​ອິນ​ເຕິ​ເນັດ​​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ,ນາງ​ເວົ້າ​ວ່າ:​"ນະ​ຄອນ​ປັກ​ກິ່ງ​​ໄດ້​ປ່ຽນ​​ແປງ​ທຸກໆ​ມື້,ຂ້ອຍ​ຮູ້ສຶກ ​ໃນ​ຖານະ​ເປັນ​ສາມັນ​ຊົນ​ຜູ່​ໜຶ່ງ​,ພວກ​ເຮົາ​ກໍ່​ສາ​ມາດ​ປະ​ກອບ​ສ່ວນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ເຂົ້າ​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ, ​ວຽກ​ບໍ່​ໃຫຍ່​ທີ່​ສາມາດ​ເຮັດ​ໄດ້, ​ເຊັ່ນ,​​ໄປ​ຊື້​ຜັກ​ຢູ່​ຕະ​ຫຼາດ,​ເອົາ​ຖົງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​​ໄປ​ນຳ,​ບໍ່​ໃຊ້​ຖົງ​ພຼາສ໌​ຕິກ, ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, ພວກ​ເຮົາ​ຈະ​ຂັບ​ລົດ​ເກ໋ງຂອງ​ຕົນ​​ໃຫ້​ໜ້ອຍ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້​ ໄປ​ຂີ່​ລົດ​ເມ ຫຼື ລົດ​​ໄຟໃຕ້​ດິນ,​​ເພື່ອເຮັດ​ໃຫ້​ທ້ອງຟ້າ​ອາກາດ​ຂອງ​ນະຄອນ​ປັກ​ກິ່ງ​ດີ​​ກວ່າ​ເກົ່າ."

ນາງ​ພູ​ຄຳ ​ຄົນ​ລາວ​​ໄດ້​ດຳລົງ​ຊີວິດ​ຢູ່​ປັກ​ກິ່ງ​9ປີ​ແລ້ວ,ນາງ​​ເວົ້າວ່າ:"​ເມື່ອ​ທຽບ​ກັບ​ເວ​ລາ​ທີ່​ຂ້ອຍ​ຫາ​ກໍ່​ມາ​ຮອດ​ປັກ​ກິ່ງ,​ນະ​ຄອນ​ປັກ​ກິ່ງ​ຂອງ​ປັດ​ຈຸ​ບັນ​ໄດ້​ປ່ຽນ​ແປງ​ຫຼາຍ​ແລ້ວ,​ຖະ​ໜົນ​ຫົນ​ທາງ​ກວ້າງ​ແລ້ວ,​ເຮືອນ​ຢູ່​ງາມ​ຂຶ້ນ, ​ຄົມ​ມະ​ນາ​ຄົມ​ກໍ່​ສະ​ດວກ​ກວ່າ​ເກົ່າ,​ປັດ​ຈຸ​ບັນ,​ຢູ່​ໂຮງ​ແຮມ​ຕ່າງໆ​ ຢູ່​ຕາມ​ຖະ​ໜົນ​ຫຼາຍ​ແຫ່ງ​ກໍ່​ໄດ້​ມີ​ປ້າຍ​ບອກ​ທາງ​ທີ່​ຂຽນ​ດ້ວຍ​ພາ​ສາ​ອັງ​ກິດ,​ປັກ​ກິ່ງ​ໄດ້​ປ່ຽນ​ຫຼາຍ​ແລ້ວ.​ລູກ​ສາວ​ກົກ​ຂອງ​ຂ້ອຍ,ປີ​ນີ້​ອາ​ຍຸ​7​ປີ,​ ລາວ​ກໍ່​ບອກ​​ຂ້ອຍ​ທຸກ​ມື້​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງອີກ​ຈັກ​ມື້​ຈະ​ຈັດ​ຂຶ້ນ,​ລູກ​ສາວ​ເຄີຍ​ເປັນ​ຜູ່​ຕາງ​ໜ້າ​ໂຮງຮຽນ​ໄປ​ເຂົ້າ​ຮ່ວມ​ກິດຈະກຳ​ໂຄ​ສະ​ນາ​ໂອ​ລິ​ມປິກ​ປັກ​ກິ່ງ​ຕັ້ງ​ຫຼາຍ​ເທື່ອ,​ພາບ​"ຟູ​ວາ"​ໝົດ​ຄອບ​ຄົວ​ໃນຕູ້​ວາງສະ​ແດງ​ຂອງ​ໂຮງຮຽນ​ກໍ່​ແມ່ນ​ຂ້ອຍ ກັບ ລູກ​ສາວ​ຮ່ວມ​ປະ​ດິດ​ສ້າງ.​ປັດ​ຈຸ​ບັນ,​ການ​ໄປ​ເບິ່ງ​ພິທີ​​ໄຂ​ງາ​ນກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​"ຮັງ​ນົກ"​ໃນ​ວັນ​ທີ​8​ສິງ​ຫາ​ແມ່ນ​ຄວາມ​​ໃຝ່ຝັນ​ງາມ​ກວ່າ​ໝູ່​ຂອງ​ລາວ.​ຂ້ອຍ​ຮູ້​ສຶກ​ວ່າ​ງານ​ກິລາ​ໂອ​ລິ​ມປິກ​ໃກ້​ຈະ​ຮອດ​ຢ່າງ​ແທ້​ຈິງ. ຂ້ອຍ​ກໍ່​ຫວັງ​ວ່າ ​ໃນ​ໄລ​ຍະ​ງານ​ກິ​ລາ​​ໂອ​ລິມ​ປິກ,​ຈະ​ມີ​ໝູ່​ເພື່ອນລາວ​ຫຼາຍ​ກວ່າ​ເກົ່າ​​ໄປຊົມ​ເບິ່ງ​ງານ​ກິ​ລາ​ໂອ​ລິມ​ປິກ​ຢູ່​ປັກ​ກິ່ງ."

ທ່ານ​ຜູ່ຟັງ​ທີ່​ເຄົາລົບ,ຕໍ່​ໄປ​ພວກ​ເຮົາມາ​ຟັງ​ເພງ​ໜຶ່ງ​ທີ່ຊື່ວ່າ"北京欢迎你"(ປັກ​ກິ່ງ​ຍິນ​ດີຕ້ອນຮັບ​), ນີ້​ແມ່ນ​ເພງ​ສັນຍາ​ລັກ​ຂອງ​ວັນ​ນັບ​ຖອຍຫຼັງ100ມື້​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ100​ຄົນ, ​ເຊັ່ນ,​ເຊີງ​ລົງ,ວາງ​ລີ້​ຮົງ,ລີ​ວຮວ່ານ,​ໂຈ່​ວຮວາ​ຈ້ຽນ,ຊຸ່ນຢ້ານ​ເຈິ,​ເຊີນ​ອີ້​ຊຸ້ນ,​ເຢີ້ນຊຽນຊີ​ເປັນ​ຕົ້ນ.

ປີ 1908 ວາລະສານ​ຊາວ​ຫນຸ່ມ​ທຽນສິງ​ຂອງ​ຈີນ​ໄດ້​ຕັ້ງ​ສາມ​ຄຳ​ຖາມ​ຕໍ່​ປະຊາຊົນ​ຈີນ​ ​ຄື ປີໃດ​ທີ່ຈີນ​ຈະ​ສາມາດສົ່ງ​ນັກ​ກິລາ​ຜູ່​ຫນຶ່ງ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ?ປີໃດ​ຈີນ​ຈິ່ງ​ຈະ​ສົ່ງຄະນະ​​ກິລາ​ໄປ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ?ປີ​ໃດ​ຈີນ​ຈິ່ງ​ຈະສາມາດ​ຈັດ​ງານ​ກິລາ​ໂອ​ລິ​ມ ປິກ?ຈາກ​ປີ 1908 ຮອດ​ປີ 2008 ພໍດີ100 ປີ​ເຕັມ​ເຕັມ, ຈິ່ງ​ເຮັດ​ໃຫ້​ສາມ​ຄວາມ​ຝັນ​ດັ່ງກ່າວ​ປະກົດ​ຜົນ​ເປັນ​ຈິງ​ໄດ້.

1 2 3 4 5 6