ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 22:29:06    
ລາຍ​ການ​ພິ​ເສດ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ນາງພິ​ໄລ​ລັກ ສັກ​ປະ​ເສີດ​ປີ​ນີ້ 21 ປີ​ແມ່ນ​ນັກ​ກິລາ​ແລ່ນ​ 100 ​ແມັດ​,ລາວ​ເຄີຍ​ເຂົ້າຮ່ວມ​ງກາ​ນິລາ​ໂອ​ລິ​ມປິກ​ອາ​ແຕນ​​ໃນ​ປີ 2004.ນາງ​ບອກ​ນັກ​ຂ່າວ​ວ່າ, ນາງ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ໃນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ອີກ.ນາງ​ເວົ້າວ່າ:"​ເນື່ອງ​ໃນ​ໂອກາດ​ທີ່​ວັນ​ນັບ​ຖອຍ​ຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ເຫຼືອ100ມື້,ຂ້າ ພະ​ເຈົ້າຢາກ​ບອກ​ໃຫ້​ພີ່ນ້ອງ​ລາວ​ແລະ​ປະ​ຊາ​ຊົນ​ຈີນ​ວ່າ,ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ງານ​ກິລາ​ໂອ​ລິ​ມປິກ​ວຽນມາ​ເຖິງ,ຂ້າ​ພະ​ເຈົ້າ​ຈະ​ສຸດ​ຄວາມ​ສາ​ມາດ,​ບາກ​ບັ່ນ​ສູ້​ຊົນ, ບໍ່​ວ່າ​ຈະ​ໄດ້ຜົນ​ຫຍັງ."

ນາງ​ວິ​ໄລ​ພອນ ວົງ​ພະຈັນ ​ເຄີຍ​ຊິງ​ໄດ້​ແຊມ​ສີ່​ເທື່ອ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ​ໃນ​ງານ​ກິລາ​ທົ່ວ​ປະ​ເທດລາວ​ຄັ້ງທີ 7 ທີ່​ຈັດ​ຂຶ້ນ​ໃນ​ປີ 2005,ລາວ​ບອກ​ວ່າ, ນັກ​ກິລາ​ລາວ​ໄດ້​ກະກຽມ​ເປັນ​ເວລາ 5 ​ເດືອນ​ແລ້ວ​ເພື່ອ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.​"ກິ​ລາ​ແມ່ນ​ເພື່ອ​ເພີ່ມ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະຊາຊົນ​ທົ່ວ​ໂລກ.​ໃນ​ຖານະ​ເປັນ​ນັກ​ກິ​ລາ​ລາວ,​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈ​ຫຼາຍ​ທີ່​ສາມາດ​ຕາງໜ້າ​ປະ​ເທດ​ເຂົ້າ ຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ຄັ້ງ​ນີ້.​ເຖິງ​ວ່າ​ບໍ່​ມີ​ຫວັງ​ຈະ​ໄດ້​ຫຼຽນຫ​ຍັງ​ກໍ​ຕາມ,​ແຕ່​ພວກ​ຂ້າ​ພະ​ເຈົ້າ​ຈະ​ຖອດ​ຖອນ​ບົດຮຽນ​ທີ່​ດີ,​ຍົກ​ລະ​ດັບ​ການ​ແຂ່ງ​ຂັນ.​ດີ​ໃຈ​ຫຼາຍ​ທີ່​ໄດ້​ມີ​ໂອ​ກາດ​​ແລກ​ປ່ຽນ​ບົດ​ຮຽນ​ກັບ​ນັກ​ກິລາ​ຈີນ​ແລະ​ນັກ​ກິລາ​ປະ​ເທດ​ຕ່າງໆ​ຂອງ​ໂລກ,​ຂ້ອບ​ໃຈ​ປະ​ເທດ​ຊາດ,​ຂ້ອຍ​ໃຈ​ຈີນ."

ທ່ານ​ພູ​ວັນ ວົງ​ສຸທິ ຮອງ​ເລຂາທິການ​ຄະນະ​ກຳມະການ​ໂອ​ລິ​ມປິກ​ລາວ​ກ່າວ​ວ່າ:"ຂ້າພະ​ເຈົ້າແມ່ນ​ຮອງ​ຫົວໜ້າ​ຄະນະກິລາ​ລາວທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ລາວ​ຈະ​ເຂົ້າຮ່ວມ​ສອງ​ລາຍການ​ຂ ​ຄື​ການ​ລອຍນ້ຳ​ແລະ​ການ​ແລ່ນ.ພວກ​ຂ້າພະ​ເຈົ້າຄອງ​ຄອຍ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ຫຼາຍ, ຫວັງ​ວ່າ ຄະນະ​ກິລາ​ລາວ​ຈະ​ໄດ້ຜົນດີກ​ວ່າ​ເກົ່າ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້.​ກ່ອນ ໜ້າ​ນີ້,ຂ້າພະ​ເຈົ້າ​ເຄີຍ​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ເທື່ອ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິມ​ປິກ​ຢູ່​ປັກ​ກິ່ງ,​ໄດ້​ເຫັນ​ປະຊາຊົນ​ຈີນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ.​ຂ້າ​ພະ​ເຈົ້າ​ຄິດ​ວ່າ,​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ແນ່​ນອນ."

ທ່ານໝູ​ແຊງ ນວນ​ຮຸ່ນ ຄູ​ຝຶກ​ລອຍ​ນ້ຳຂອງ​ລາວ​ອາ​ຍຸ 51 ປີ​ເວົ້າ​ວ່າ:"ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ພວກ​ເຮົາ​ໄດ້​ກຽມ​ພ້ອມ​ແລ້ວ."

ທ່ານ​ຜູ່​ຟັງ, ຄຽງ​ຄູ່​ກັບ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ນັບ​ມື້​ນັບ​ໃກ້ເຂົ້າ, ​ເພື່ອນ​ລາວ​ຫຼາຍ​ຄົນໄດ້​​ສົ່ງ​ຄຳ​ອວຍພອນ​ມາ​ໃຫ້​ພວກ​​ເຮົາ​ໃນ​ເວລາ​ໂທ​ລະ​ສັບ​ລົມ​ກັບ​ພວກ​​ເຮົາ​ຫລື​ໃຫ້​ສຳພາດ​ຕໍ່​ພວກ​ເຮົາ.

ນາງ​ກະ​ແຕ(ນິດາ​ພອນ) ​ເທບ​ສຸ​ວັນ ນັກຮຽນ​​ມັດທະຍົມ​ຂອງ​ລາວ​​ເວົ້າ​ວ່າ:"ຍັງ​ມີ​ເວ​ລາ​ຕອນ​ໜຶ່ງ​ງານ​ກິລາ​ໂອ​ລິມ​ປິກ​ກໍ​ຈະ​ຈັດ​ຂຶ້ນ​ແລ້ວ,​ຈີນ​ແມ່ນ​ປະ​ເທດ​ເຈົ້າ​ພາບ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້,​ຫວັງ​ໃຫ້​ການ​ກະ​ກຽມ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສະ​ດວກ."


1 2 3 4 5 6