ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 22:29:06    
ລາຍ​ການ​ພິ​ເສດ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri

ມີ​ຂ່າວ​ແຈ້ງວ່າ, ສູນ​ຖະ​ແຫລ​ງຂ່າວ​ແລະ​ສູນ​ກະຈາຍສຽງສາກົນ​ຂອງ​ງານ​ກິລາ​ໂອ​ລິ​ມປິປັກ​ກິ່ງ​ແມ່ນ​ໃຫຍ່​ກວ່າ​ທຸກ​ຄັ້ງທີ່​ຜ່ານ​ມາ.​ແລະ​ໄດ້​ສ້າງ​ສົ່ງ​ໃໝ່​ຫລາຍ​ຢ່າງ​ເຊັ່ນ:​ເປັນ​ເທື່ອທຳ​ອິດທີ່​ສະຫນອງ​ການ​ບໍລິການ​ເຂົ້າ​​ເນັດ​ແບບ​ໄຮ້​ສາຍ​ໃຫ້​ນັກ​ຂ່າວ​ໃນ​ງານ​ກິລາ​ໂອ​ລິ​ມ ປິກ​ລະດູ​ຮ້ອນ, ​ເທື່ອ​ທຳ​ອິດ​ທີ່ຖ່າຍ​ທອດ​ການ​ແຂ່ງຂັນ​ດ້ວຍ​ອຸປະກອນ​ລະບົບ HDTVທີ່​ມີ​ຄວາມ​ຊັດ​ເຈນ​ສຽງ, ​ເທື່ອ​ທຳ​ອິດ​ທີ່​ສ້າງ​ໂຮງ​ແຮມ​ລະດັບດາວ​ໃຫ້​ສື່​ມວນ​ຊົນ​ຢູ່​ບ້ານ​ສື່​ມວນ​ຊົນ.

ຢູ່​ຕໍ່ຫນ້າ​ສິ່ງ​ກໍ່ສ້າງ​ບໍລິການ​ສື່​ມວນ​ຊົນ​ທີ່​ຄົບ​ຖ້ວນ​ບໍລິບູນ​ປານ​ນີ້, ທ່ານ​ມາ​ມູນ ຊາ​ອັດ​ດາ ນັກ​ຂ່າວ​​ກິລາ​ຂອງ​​ໂທລະ​ພາ​ອານ​ຈາ​ຊີ​ລາ​ຂອງ​ກາ​ຕາ​ເວົ້າວ່າ:​"ວຽກ​ງານ​ຈັດ​ວາງ​ທັງ​ຫມົດ​ເຮັດ​ໄດ້​ດີ​ຫລາຍ, ການ​ບໍລິການ​ກໍ່​ຮອບ​ຄອບ, ຂ້ອຍ​ບໍ່​ເປັນ​ຫ່ວງ​ຈັກ​ດີ້​ຕໍ່​ການ​ລາຍ​ງານ​ຂ່າວ."

ທ່ານ​ບຸນ​ຈອມ ວົງ​ເພັດ ຫົວຫນ້າ​ໂທລະພາບ​ແຫ່ງ​ຊາດ​ລາວ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​CRI​ວ່າ:"ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ຖ່າຍ​ທອດ​ສົດ​ຂອງ​ການ​ແຂ່ງ​ຂັນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,​ດຽວ​ນີ້​ພວກ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຮ່ວມ​ມື​ກັບ​ໂທ​ລະ​ພາບ​ສູນ​ກາງ​ຈີນ,ຍາດ​ແຍ່ງ​ສ້າງ​ຕັ້ງ​ສະ​ຖາ​ນີ​ຖ່າຍ​ທອດ​ລາຍ​ການ​ຊ່ອງ​4​ແລະ​ຊ່ອງ​9​ຂອງ​CCTV​ຢູ່​ລາວ​ກ່ອນ​ງານ​ກິລາ​ໂອ​ລິມ​ປິກ."

ຕົ້ນ​ເດືອນ​ເມສາ​ປີ​ນີ້, ສະມາຄົມ​ໂອ​ລິ​ມປິກ​ສາກົນ​ທີ່​ປະກອບ​ດ້ວຍ​ຄະນະ​ກຳມະການ​ໂອ​ລິ​ມປິກ 205 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຂຶ້ນ​ກັບ​ຄະນະ​ກຳມະການ​​ໂອ​ລິ​ມປີກສາກົນ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງທີ 16 ຢູ່​ປັກ​ກິ່ງ.​ໃນ​ໄລຍະ​​ປະຊຸມ, ຄະນະ​ກຳມະການ​​ໂອ​ລິ​ມປີກ​ຂອງ​ທຸກປະ​ເທດ​ແລະ​ເຂດ​ແຄວ້ນ​ລ້ວນ​ແຕ່​ໄດ້​ສະ​ແດງ​ຢ່າງ​ຈະ​ແຈ້ງວ່າ​ສະຫນັບສະຫນູ​ແລະ​ຈະ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.ນີ້​ສະ​ແດງ​​ໃຫ້​ເຫັນວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ກາຍ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງຫນຶ່ງ​ທີ່​ມີ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ​ຫລາຍ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ.

ເພງ ​​we are ready ຜ່ານ​ໄປ​ແລ້ວ,ທ່ານ​ຜູ່​ຟັງ, ຄື​ກັບ​ຊື່​ເພງ​ນີ້​ແຫລະ,ປັກ​ກິ່ງ​ກໍ່​ໄດ້​ທຳ​ການ​ກະກຽມ​ໃຫ້​ດີ​ແລ້ວ.ຄິດ​ວ່າ​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ຂອງ​ປະ​ເທດ​ຕ່າງໆ​ກໍ່​ຄົງ​ຈະ​ກະກຽມ​​ເປັນ​ຢ່າງ​ດີແລ້ວ​ເນາະ.

ບັດ​ນີ້ ພວກ​ເຮົາ​ຈະໂທລະສັບ​ໄປ​ທາງ​ວຽງ​ຈັນ,​ເພື່ອ​ເບິ່ງ​ວ່າ​ນັກ​ກິລາ​ລາວ​ທີ່​ຈະ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ໄດ້​ທຳ​ການ​ກະກຽມ​ເປັນ​ແນວ​ໃດ​ແລ້ວ?


1 2 3 4 5 6