ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-30 22:29:06    
ລາຍ​ການ​ພິ​ເສດ​ໃນ​ວັນ​ນັບ​ຖອຍ​ຫຼັງ​100​ມື້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri


ນາງ​ຊູ​ໃຈ ປັນຍາ​ນຸວົງ ພະນັກງານ​ໃນ​ສະຖານທູດ​​ອົສຕຼາລີ​ປະຈຳ​ລາວ​ເວົ້າ​ວ່າ:"ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ງານ​ກິລາ​ທີ່​ຄຶກ​ຄື້ນ​ຄັ້ງ​ໜຶ່ງ,​ຂຶ້ນ​ກັບ​ປະ​ຊາ​ຊົນ​ທົ່ວ​ໂລກ.ຖ້າ​ມີ​ໂອ​ກາດ,​ຂ້າ​ພະ​ເຈົ້າ​ກໍ​ຢາກ​ໄປ​ຊົມ​ງານ​ກິລາ​ໂອ​ລິມ​ປິກ.​ແຕ່​ດຽວ​ນີ້​ຄື​ຊິ​​ມີ​ໂອ​ກາດ​ອ່າວ​ນ້ອຍ.​ຂ້າ​ພະ​ເຈົ້າ​ຈະ​ຊົມ​ເບິ່ງ​ການ​ແຂ່ງ​ຂັນ​ທຸກ​ລາຍ​ຈາກ​ໂທ​ລະ​ພາບ. ຫວັງ​ວ່າ​ນັກ​ກິ​ລາ​ໝົດ​ທຸກ​ຄົນ​ທີ່​ໄດ້​ທຳ​ການ​ກະ​ກຽມ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິ​ມ ປິກ​ຈະ​ໄດ້​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ຂໍ​ອວຍ​ພອນ​ໃຫ້​ພວກ​ເຂົາ​ເຈົ້າ​ຈົ່ງ​ບັນ​ລຸ​ຄວາມ​ຫວັງ​ຂອງ​ຕົນ,​ແລະ​ໄດ້​ຮັບ​ຄະ​ແນນ​ດີ."

ເມື່ອ​ໄດ້​ຟັງ​ຄຳ​ອວຍພອນ​ຈາກ​​ເພື່ອນ​ລາວ​ທັງຫລາຍ​ທີ່​ມີ​ຕໍ່​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ພວກ​ເຮົາ​ກໍ່​ຮູ້ສຶກ​ອົບ​ອຸ່ນຫລາຍ.

ວັນນີ​ຄິດ​ວ່າ, ​ເຖິງ​ວ່າ​ເພື່ອນ​ລາວ​ສ່ວນ​ຫລາຍຈະ​ມາ​ຊົມ​ການ​ແຂ່ງຂັນ​ຢູ່​ປັກ​ກິ່ງ​ບໍ່​ໄດ້ກໍ່ຕາມ, ​ແຕ່​ພະນັກງານ​ທັງ​ຫມົດ​ໃນ​ພະ​ແນ​ກພາສາ​ລາວ​ຂອງ cri ຈະ​ພະຍາຍາມ​ລາຍ​ງານ​ຂ່າວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ນີ້​ໃຫ້​ລະອຽດ​ແລະ​ທັນ​ການ​ໂດຍ​ຜ່ານ​ວິທະຍຸ​ແລະ​ແວັບ​ໄຊ.

ຖື​ວ່າ​ພະ​ແນ​ກພາສາ​ລາວ​ພວກ​ເຮົາກໍ່​ຄື​ກັບ​ນັກ​ກິລາ​​ປະ​ເທດ​ຕ່າງໆ​ໄດ້​ກະກຽມ​ເປັນ​ຢ່າງ​ດີ​ແລ້ວ.

ເອົາ​ລະ​ທ່ານ​ຜູ່​ຟັງ,ລາຍການ​ພິ​ເສດ​ກ່ຽວກັບ​ການ​ນັບ​ເວລາ​ຄືນ​100ມື້ຂອງ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໃນມື້​ນີ້​ກໍ່​​ສິ້ນ​ສຸດ​ລົງ​ແລ້ວ,ຂອບ​ໃຈ​ທ່າ​ນ​ຮັບ​ຟັງ,ສະບາ​ຍດີ.


1 2 3 4 5 6