ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:53:31    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ:ຄວາມ​ຮັກ​ທີ່​ນິ​ລັນ​ດອນ

cri
ຍິງ:ທ່ານ​ຜູ່​ຟັງ, ຄວາມ​ຮັກ​ແມ່ນ​​ເລື່ອງ​ນິລາ​ນດອນ​ຂອງ​ມະນຸດ​ເຮົາ, ​ແຕ່​ແຜ່​ນດິນ​ໄຫວ​​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້​ນຊວນ​ແຂວງ​ເສ​ສວນ​ຢ່າງ​ກະທັນຫັນ​ນັ້ນ​​ໄດ້​ເຮັດ​ໃຫ້​ຄູ່​ຮັກ​ແລະ​ຜົວ​ເມຍບໍ່​ຈັກ​ວ່າ​ເທົ່າ​ໃດ​ຄູ່​ທີ່​ຕ້ອງ​ພັດ​ພາກ​ຈາກ​ກັນ​ຢ່າງ​ບໍ່​ມີ​ວັນ​ກັບ​ມາ.

ຊາຍ:ຄວາມ​ປາຖະຫນາ​ທີ່​ສອງ​ຄົນ​ຢູ່​ຮ່ວມ​ກັນ​ຈົນ​ເຖົ້າ​ແກ່​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄູ່​ທີ່​ບໍ່​ສົມ​ປາຖະຫນາ, ຄຳ​ຫມັ້ນສັນຍາ​ທີ່​ຈະບໍ່​ແຍກ​ຈາກກັນບໍ່​ຈັກ​ວ່າ​ເທົ່າ​ໃດ​ຄຳ​ທີ່​ກາຍເປັນ​ຄຳ​ເວົ້າສຸດ​ທ້າຍ​ໃນ​ເມືອງ​ຄົນ.

​ຍິງ: ​ແຕ່​ໃນ​ເມື່ອ​ຮອດ​ຍາມ​ຄວາມ​ເປັນຄວາມ​ຕາຍ, ຄວາມ​ຮັກ​ອັນ​ອ່ອນ​ຍອມ​ໄດ້​ເຂັ້ມ​ແຂງ​ຂຶ້ນ,ອາລົມ​ທີ່​ບໍ່​ແນ່ນນອນນັ້ນກໍ່​ມີ​ຄວາມ​ຈົດ​ຈໍ່​ຂຶ້ນ, ສ່ວນ​ອະນາຄົດ​ທີ່​ບໍ່ຈະ​ແຈ້ງ​ນັ້ນກໍ່​ມີ​ເປົ້າຫມາຍ​ຊັດ​​​ເຈນຂຶ້ນ.

ຊາຍ:ມັນ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮູ້​ວ່າ, ຄົນ​ທີ່​ຢູ່​ຄຽງ​ຂ້າງ​ເຮົາ​ນັ້ນລະ ກໍ່​ແມ່ນ​ຄວາມ​​ໃຟ່ຝັນ​ຕໍ່​ຄວາມ​ຮັກຂອງ​ຕົນ​ເອງ,​ແລະກໍ່​ແມ່ນ​ບ້ານ​ເມືອງ​ຂອງ​ດວງ​ໃຈ​ຕົນ​ເອງ​ໃນ​ທີ່​ສຸດ.

ຍິງ:​ນີ້​ຄືລາຍການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນ ຊວນຕອນ: ຄວາມ​ຮັກ​ທີ່​ຊົ່ວ​ນິລັນດອນ.

ຊາຍ:​ເຈົ້າ, ​​ໃນ​ລາຍການ​ນີ້​ຜູ່​ຈັດ​ລາຍ​ການ​ທັງ​ສອງ​ຈະ​ເລົ່າ​ເລື່ອງທີ່​ຫນ້າ​ສະ​ເທືອ​ນ​ໃຈ​ສອງ​ສາມ​ເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ປະສົບ​ໄພສູ່ທ່ານ​ຟັງ.

1 2 3 4 5 6