ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:53:31    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ:ຄວາມ​ຮັກ​ທີ່​ນິ​ລັນ​ດອນ

cri



ຍິງ:ຖ້າວ່າ​ມີ​ຊາດ​ຫນ້າ, ຂ້ອຍ​ຍັງ​ຈະເປັນ​ແຟນຂອງ​ເຈົ້າ.

ຊາຍ:ທີ່​ຮັກ,ອ້າຍ​ຄິດ​ເຖິງ​ນ້ອງຫລາຍ, ອ້າຍ​ຢາກ​ແຕ່ງງານ​ກັບ​ນ້ອງ.

ຍິງ: ສັງຂານ​ເວົ້າມານັ້ນ​ແມ່ນ​ຂໍ້ຄວາມ​ສັ້ນຂໍ້​ສຸດ​ທ້າຍ​ທີ່ຜູ່​ສາວ​ປັກ​ກິ່ງ​ທີ່​ມີ​ຊື້​ຫລິ້ນ​ວ່າ ຊີ້​ໂຫວ ​ໄດ້​ຮັບ​ຈາກ​ແຟນຂອງ​ລາວ​ໃນ​ວັນ​ທີ 12 ພຶດສະພານີ້. ​ເວລາ​ສົ່ງ​ຂໍ້ຄວາມ​ສັ້ນ​ແມ່ນ 15 ​ໂມງ 7 ນາທີ.ຫລັງ​ຈາກ​ເມືອງ​ເວີ້​ນຊວນ​ແຂວງ​​ເສ​ສວນ​ເກີດ​ແຜ່ນດິນ​ໄຫວ​ແຮງ 39 ນາທີ, ​ແຟນຂອງ ຊີ້​ໂຫວ ຕອນ​ນັ້ນຢູ່​ເວີ້​ນ ຊວນ. ຫລັງ​ຈາກ​ນັ້ນມາ, ຊີ້​ໂຫວ ກໍ່​ບໍ່​ໄດ້​ຮັບ​ຂ່າວ​ຈາກ​ແຟນຂອງ​ນາງອີກ.

ຊາຍ:​ເວລາ 14 ​ໂມງ 29 ນາທີ​ຂອງ​ວັນ​ທີ 12 ພຶດສະພານີ້, ​ເຊິ່ງ​ແມ່ນ​ນາທີ​ທີ 2 ຫລັງ​ເກີດ​ແຜ່ນດິນ​ໄຫວ, ຊີ້​ໂຫວກໍ່​ໄດ້​ຮັບ​ໂທລະສັບ​ຂອງ​ແຟນທີ່​ໂທ​ຈາກ​ເວີ້​ນຊວນ, ​ແຟນ​ເວົ້າວ່າ: ທີ່​ຮັກ, ​ແຫ່ງ​ນີ້​ເກີດ​ແຜ່ນດິນ​ໄຫວ​​ແລ້ວ.ຕອນ​ນັ້ນຊີ້​ໂຫວຍັງ​ບໍ່​ຮູ້​ເມື່ອ​ເທື່ອ,ມີ​ແຕ່​ຮ້ອງ​ຊື່​ຂອງ​ແຟນ, ​ເຖິງ​ວ່າ​ຄຳ​ຕອບ​ໃນ​ອີກ​ເບື້ອງ​ຫນຶ່ງ​ຂອງ​ໂທ​ລະ​ສັບ​ຟັງ​ບໍ່​ແຈ້ງ​ປານ​ໃດ​ເພາະວ່າ​ມີ​ສຽງ​ນັນ​ແຊວ​ແຮງ​ຫລາຍ, ​ແຕ່​ລາວ​ບໍ່​ກ້າ​ວາງ​ສາຍ​ລົງ, ​ໃນ​ເວລາ​ນັ້ນ ລາວ​ມີ​ຄວາມ​ຮູ້ສຶກວ່າຖ້າ​ວາງ​ສາຍ​ອາດ​ຈະ​ບໍ່​ໄດ້​ຍິນ​ສຽງ​ແຟນອີກ​ແລ້ວ.

ຍິງ:ຫລັງ​ຈາກ​ນັ້ນບໍ່​ດົນ, ​ໄດ້​ຍິນ​ສຽງ​ຂອງ​ແຟນອີກ, ​ແຟນກໍ່​ບໍ່​ໄດ້​ວາງ​ສາຍ,​ແຟນບອກ​ລາວ​ວ່າ​ມີ​ຄົນ​ຖືກ​ບາດ​ເຈັບ​ແລ້ວ, ​ໃຫ້​ລາວ​ດູ​​ແລ​ຕົນ​ເອງ​ໃຫ້​ດີ.ຊີ້​ໂຫວຕົກ​ໃຈ​ຫລາຍ​ຖາມ​ດ້ວຍ​ສຽງ​ແຮງໆ​ວ່າ:​ເກີດ​ເລື່ອງ​ຫຍັງ​ຂຶ້ນ?​ແຕ່​ສຽງ​ທີ່​ລາວ​ໄດ້​ຍິນ​ນັ້ນ​ແມ່ນ​ສຽງ​ວາງ​ສາຍ​​ໂທລະສັບ.ລາວ​ກໍ່​ຟ້າວ​ໂທ​ຄືນ​ອີກ, ​ເທື່ອ​ນີ້​ບໍ່​ມີ​ຄົນ​ຮັບ​ສາຍ​ອີກ​.ລາວ​ຮູ້​ວ່າ​ເກີດ​ເລື່ອງ​ອັນຕະລາຍ​ໃຫຍ່​ແລ້ວ, ກໍ່​ຟ້າວ​ໂທລະສັບ​ໄປ​ຫາ​ຫມູ່​ຂອງ​ແຟນທີ່​ຢູ່​ເມືອງ​ເວີ້​ນຊວນ, ​ແຕ່​ບໍ່​ມີ​ຄົນ​ຮັບ​ສາຍ​ຄື​ກັນ. ​ໃນ​ຂະນະ​ນັ້ນ, ລາວ​ຮູ້​ແລ້ວ​ວ່າ​ແຫ່ງ​ນັ້ນ​ເກີດ​ແຜ່ນດິນ​ໄຫວ​ຫນັກ.

ຊາຍ:ຫລັງ​ຈາກ​ນັ້ນຫລາຍ​ມື້, ຊີ້​ໂຫວ​ໄດ້​ເຝົ້າ​ຢູ່​ຕໍ່ຫນ້າ​ຈໍ​ໂທລະພາບ​ເພື່ອ​ຢາກ​ຮູ້​ຂ່າວ​ທັງ​ຫມົດ​ທີ່​ສົ່ງ​ມາ​ຈາກ​ເສ​ສວນ.1 ຫມື່ນ 2 ພັນ​ຄົນ 1ຫມື່ນ 9ພັນ​ຄົນ 3ຫມື່ນ​ຄົນ, ຕົວ​ເລກ​ສີດຳ​ເຫລົ່າ​ນີ້​ຈະ​ມີ​ເງົາ​ຂອງ​ແຟນຫລື​ບໍ່?ລາວ​ຫວັງ​ວ່າ​ແຟນຈະ​​ເປັນ​ຄົນ​ເຂັ້ມ​ແຂງ​ກວ່າ​ຫມູ່.

ຍິງ:ຊີ້​ໂຫວ​ເວົ້າຕໍ່​ຕົນ​ເອງ​ຕະຫລອດ​ວ່າ:​ໃນ​ນາທີສຸດ​ທ້າຍ,ລາວ​ຍັງ​ຄິດ​​ເຖິງ​ຂ້ອຍ​ຢູ່,ຍັງ​ຂໍ​ຫມັ້ນກັບ​ຂ້ອຍ.ທີ່​ຮັກ, ຖ້າວ່າ​ມີ​ຊາດ​ຫນ້າ, ນ້ອງ​ຍັງ​ຈະຂໍ​ເປັນ​ແຟນຂອງ​ອ້າຍ.


1 2 3 4 5 6