ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:53:31    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ:ຄວາມ​ຮັກ​ທີ່​ນິ​ລັນ​ດອນ

cri

ຊາຍ:​ໄພພິບັດ​ທີ່​ເກີດ​ຂຶ້ນ​ກະທັນຫັນ​ອາດ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຮັກ​ກັນ​ເກີດ​ຄວາມ​ໂສກ​ເສົ້າ, ​ແຕ່​ຄວາມ​ຕາຍ​ທີ່​​ເຂົ້າມາ​ຫາ​ຢ່າງ​ບັງ​ເອີນ​ນັ້ນຊ້ຳພັດ​ບໍ່​ສາມາດ​ສະກັດ​ກັ້ນບໍ່​ໃຫ້​ດອກ​ໄມ້​ແຫ່ງ​ຄວາມ​ຮັກ​ເຜີຍ​ກີບ​​ແຍ້ມ​ບານ.

ຍິງ: ສົ່ງ​ດອກ​ກຸຫລາບ​ໃຫ້​ຜູ່​ອື່ນ, ມື​ຕົນເອງ​ກໍ່​ຈະ​ມີ​ກິ່ນ​ຫອມ​ຂອງກຸ​ຫລາບ​ເຫລືອໄວ້.ຢູ່​ຕໍ່ຫນ້າ​ໄພພິບັດ, ຄົນ​ຮັກ​ສ່ວນ​ຫລາຍ​ໄດ້​ປະລະ​ຄວາມ​ໂລ​​ແມນ​ຕິກ​ລະຫວ່າງ​ສອຄົນ, ​ເພື່ອ​ອຸທິດ​ຄວາມ​ຮັກ​​ໃຫ້​ແກ່​ມະນຸດ.

ຊາຍ:ນັກ​ຂ່າວ​ສອງ​ຄົນ​ທີ່​ເປັນ​ຄູ່​ຮັກ​ກັນ​​,ຈາກ​ນະຄອນ​ຊຽງ​ໄຮ້​ໄປ​ເອົາ​ຂ່າວ​ຢູ່​ເຂດ​ປະສົບ​ໄພດ​ແລະ​ໄດ້​ມີ​ການ​ລາຍ​ງານ​ຂ່າວ​ດັ່ງ​ນີ້:

ຍິງ:ວັນ​ທີ 13 ພຶດສະພາ​ນີ້ ​ໃນ​ນາມ​ເປັນ​ນັກ​ຂ່າວ​ຂອງ​ຫນັງສືພິມ ຊິນ​ເວີນ​ຫວ້ານ​ປ້າວ ຂອງ​ນະຄອນ​ຊຽງ​ໄຮ້, ຂ້ອຍ​ຖືກ​ສົ່ງໄປ​ເອົາ​ຂ່າວ​ຢູ່​​ເຂດ​ປະສົບ​ໄພ​ທີ່​ແຂວງ​ເສ​ສວນ.ວັນ​ທີ 14, ​ແຟນຂອງ​ຂ້ອຍ​ກໍ່​ໄດ້​ໄປ​ເຂດ​ປະສົບ​ໄພ​ຄື​ກັນ​ໃນ​ນາມ​ເປັນ​ນັກ​ຂ່າວ​ຂອງ​ຫນັງສືພິມ ​ເຊີນ​ປ້າວ ຂອງ​ນະຄອນ​ຊຽງ​ໄຮ້.

ຊາຍ:ສອງ​ຄົນ​ທີ່​ຮັກ​ກັນ​ຫນຶ່ງ​ປີ,​ເມື່ອ​ໄດ້​ແຍກ​ກັນ​ເປັນ​ເວລາ​ສັ້ນ​ແລ້ວ, ກໍ່​ໄດ້​ໄປ​ເຖິງ​ບ່ອນ​ດຽວ​ກັນ​ໃນ​ໄລຍະ​ພິ​ເສດ​ນີ້.
ຍິງ:​ເຖິງ​ວ່າ​ຢູ່​ບ່ອນ​ດຽວ​ກັນ, ​ແຕ່​ພວກ​ເຮົາ​ສອງ​ຄົນ​ຍັງ​ຢູ່​ຫ່າງ​ກັນ​ເກືອບ 100 ກິ​ໂລ​ແມັດ. ​ແຕ່​ເດີມ​ແມ່ນ​ຂ້ອຍ​ສົ່ງ​ຂໍ້ຄວາມ​ສັ້ນ​ໃຫ້​ລາວ​ທຸກ​ມື້​ເພື່ອ​ລາຍ​ງານ​ຄວາມ​ປອດ​ໄພ.ດຽວ​ນີ້​ກາຍ​ເປັນວ່າ​ສອງ​ຄົນ​ເຮົາ​ຕ່າງ​ກໍ່ລາຍ​ງານ​ຄວາມ​ປອດ​ໄພ​ແກ່​ກັນ.

"ບ່ອນ​ຂ້ອຍ​ຢູ່​ມີ​ນ້ຳ​ປະປາ​ແລ້ວ" "ອາຫານ​ທ່ຽງ​ໄດ້​ກິນ​ຂະຫນົມ​ປັງ" "​ຄົນ​ທ້ອງ​ຖີ່​ນນີ້​ຜູ່​ຫນຶ່ງ​ໄດ້​ສ່ຽງ​ໄພ​ກັບ​ເມືອບ້ານ​ແຕ່ງ​ເຂົ້າ​ໃຫ້​ພວກ​ເຮົາ​ກິນ" "​ໄດ້​ຍິນ​ວ່າ​ບ່ອນ​ເຈົ້າຢູ່​ນັນ​ເກີດ​​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາ​ທີ່​ອ່າວ​ແຮງ,ຂໍ​ໃຫ້​ດູ​ແລ​ຕົນ​ເອງ​ໃຫ້​​ດີ​ເດີ້"

ຊາຍ:"ຂ້ອຍ​ໄປ​ກັບ​ຫນ່ວຍ​​ແພດ​ທະຫານ,ການ​ກິນ​ການ​ຢູ່​ມີ​ການ​ຮັບປະກັນ,ສ່ວນ​ລາວ​ໄປ​ກັບ​ຫນ່ວຍ​ກູ້​ໄພ,​ໄດ້​ຂ່າວ​ຫລາຍ​ແລະ​ປອດ​ໄພ​ແດ່.ຂ້ອຍ​ສົນ​ໃຈ​ທີ່​ສຸດ​ແມ່ນ​ການ​ກິນ​ການ​ຢູ່​ຂອງ​ລາວ, ລາວ​ເປັນ​ຫ່ວງ​​ທີ່​ສຸດ​ແມ່ນ​ຄວາມ​ປອດ​ໄພ​ຂອງ​ຂ້ອຍ"
ຍິງ​:"​ແຕ່​ລະ​ມື້,ລາວ​ກໍ່​ຈະລາ​ຍງານ​ສະພາບ​ຂອງ​ພວກ​ເຮົາ​ໃຫ້​ພໍ່​ແມ່​ລາວ, ຈົນ​ຮອດມື້​ນີ້ ຂ້ອຍ​ກໍ່​ບອກ​​ພໍ່​ຂ້ອຍ​ວ່າ ພວກ​ເຮົາ​ຢູ່​ຊຽງ​ໄຮ້​ປອດ​ໄພ​ດີ,​ ພໍ່​ບໍ່​ຕ້ອງ​ເປັນ​ຫ່ວງ"

ຊາຍ:"ມື້​ໃດ​ຊິ​ກັບ,ພວກ​ເຮົາ​ຍັງ​ບໍ່​ຮູ້​ເທື່ອ,ດຽວ​ນີ້​ຍັງ​ຈະ​ສືບ​ຕໍ່ກ້າວ​ໄປ​ສູ່​ບ່ອນ​ກູ້​ໄພ.​ເຖິງ​ວ່າ​ພວກ​ເຮົາ​ຢູ່​ແຫ່ງ​ນີ້​ຍັງ​ບໍ່​ສາມາດ​ຊ່ວຍ​ເຫລືອ​ປະຊາຊົນ​ຢູ່​ແຫ່ງ​ນີ້​ໂດຍ​ກົງ​ກໍ່ຕາມ,​ແຕ່​ພວກ​ເຮົາ​ເຊື່ອ​ຫມັ້ນວ່າ​ເມື່ອ​ພວກ​ເຮົາ​ໄດ້​ຂຽນ​ຂ່າວ​ນີ້, ທົ່ວ​ໂລກ​ກໍ່​ຈະ​ມີ​ການ​ປ່ຽນ​ແປງ​ໄປ​ນຳ"


1 2 3 4 5 6