ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:53:31    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ:ຄວາມ​ຮັກ​ທີ່​ນິ​ລັນ​ດອນ

cri

ຊາຍ:ຕອນ​ຄ່ຳ​ວັນ​ທີ 16 ພຶດສະພາ​ນີ້ ງານ​ສົມລົດ​ທີ່​ມີ​ເຈົ້າສາວ​ເຂົາຮ່ວມ​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ກິ່ງ.ນາງ​ຊິວ​ຢວນໆ​ທີ່​ເປັນ​ເຈົ້າສາວ​ພ້ອມ​ກັບ​ຍາດ​ພີ່ນ້ອງ​ຫມູ່​ເພື່ອນ​ໄດ້​ຕ້ອນຮັບ​ແຂກ​ທີ່​ມາ​ອວຍພອນ​ຢູ່​ສະຖານ​ທີ່​ງານ​ສົມ​ລົດ,ຢູ່​ຄຽງ​ຂ້າງ​ເຂົາ​ເຈົ້າ,​ແມ່ນ​ຮູບ​ຖ່າຍ​ສົມລົດ​ຂອງ​ເຈົ້າບ່າວ​ເຈົ້າສາວ.

ຍິງ:​ເຈົ້າ​ບ່າວ​ຊື່ວ່າ 饶新 ​ແມ່ນ​ນັກ​ບິນ​ຜູ່​ຫນຶ່ງ​​ໃນຂອງ​ກອງ​ທັບ​ບົກ.ຕອນ​ເຊົາວັນ​ທີ 15 ພຶດສະພາ​ນີ້, ລາວ​ໄດ້​ຮັບ​ຄຳ​ສັ່ງ​ຂ້ຽວ​ໄປ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນຊວນ​ໂດຍ​ດ່ວນ.

ຊາຍ:​ເພື່ອ​ລະ​ລຶກການ​ກູ້​ໄພ, ​ເຮັດ​ໃຫ້​ງານ​ສົມລົດ​ມີ​ຄວາມ​ຫມາຍ​ຫລາຍ​ກວ່າ​ເກົ່າ, ​ເຂົາ​ເຈົ້າຕົກລົງ​ຈັດ​ງານ​ສົມລົດ​​ຕາມແຜນການ, ​ແລະ​​ໃສ່​ຊື່​ໃຫ້​ງານ​ສົມລົດ​ວ່າ:​ເປັນ​ຫ່ວງ​ນຳ​ເຂດ​ປະສົບ​​ໄພ,​ເຮັດ​ໃຫ້​ຄວາມຣັກນ້ອຍໆ​ກາຍ​ເປັນຄວາມ​ຮັກ​ແພງ​ທີ່​ຍິ່ງ​ໃຫຍ່,ສ່ວນ​ເນື້ອ​ໃນ​ຂອງ​ງານ​ສົມລົດ​ທີ່​ໂລ​​ແມນ​ຕິກ​ທີ່​ໄດ້​ວາງ​ແຜນ​ອອກ​ລ່ວງ​ຫນ້ານັ້ນກໍ່​ກາຍ​ເປັນການ​ໃຫ້​ເຈົ້າສາວ​ບໍລິຈາກ​ເງິນ​ໃຫ້​ເຂດ​ປະສົບ​ໄພ.

ຍິງ:ຍ້ອນ​ປະ​ທັບ​ໃຈ​ນຳ​ການ​ກະທຳ​ຂອງ​ເຈົ້າສາວ, ຍາດ​ພີ່ນ້ອງ​ຫມູ່​ເພື່ອນ​ກໍ່​ທະຍອຍ​ກັນ​ບໍລິຈາກ,ບໍລິສັດ​ຈັດ​ງານ​ສົມລົດ​ກໍ່​ໄດ້​ບໍລິຈາກ​ລາຍ​ໄດ້​ຈາກ​ການຈັດ​ງານ​ໃຫ້,ພັດ​ຕາ​ຄານ​ທີ່ຈັດ​ງານ​ລ້ຽງ​ເທື່ອ​ນີ້​ກໍ່​ໄດ້​ບໍລິຈາກລາຍ​ໄດ້ຈາກ​ງານ​ສົມລົດ​ເທື່ອ​ນີ້ທັງ​ຫມົດ 8 ຫມື່ນ​ຢວນ​ໃຫ້​ເຂດ​ປະສົບ​ໄພ.

ຊາຍ:​ຍ້ອນ​ມີ​ຄວາມ​ຮັກ,​​ໂລກ​ມະນຸດນີ້​ຈິ່ງ​ອົບ​ອຸ່ນ​ຫລາຍ, ຍ້ອນ​ມີ​ຄວາມ​ຮັກ, ​ໂລກ​ຫນ່ວຍ​ນີ້​ຈິ່ງ​ສວຍ​ງາມ​ຫນ້າ​ຢູ່.

ຍິງ: ສັງຂານ​ແລະ​ວັນນີຂໍ​ຖື​ໂອກາດ​ນີ້​ອ່ານ​ຂໍ້ຄວາມ​ສັ້ນຕອນ​ຫນຶ່ງ​ທີ່​ທະຫານ​ປົດ​ປ່ອຍປະ​ຊາ​ຊົນ​ທີ່​ໄປ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ນັ້ນສົ່ງ​ໃຫ້​ແຟນຂອງ​ລາວ,​​ເພື່ອ​ໃຫ້​ພວກ​​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ທີ່​ຊົ່ວ​ນິລັນດອນ​ໃນທ່າມກາງ​ຄາມ​ພັດ​ພາກ​ທີ່​ບໍ່​ມີ​ຄວາມ​ປານີ.

ຊາຍ: ຂ້ອຍ​ໄປ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ,ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ຂ້ອຍ​ເດີ້.​ເມື່ອ​​ເຫັນ​ຄົນ​​ໄດ້​ຮັບ​ຄວາມທຸກ​ທໍລະມານ​ໃນ​ໄພພິບັດຫລາຍ​ປານ​ນີ້,​ໃນ​ນາມ​ເປັນ​ທະຫານ​ຜູ່​ຫນຶ່ງ, ຂ້ອຍ​ມີ​ພັນທະ​ທີ່ຫລີກ​ລຽງ​ບໍ່​ໄດ້,​ເຖິງ​ວ່າ​ຂ້ອຍ​ບໍ່​ໄປ​ກໍ່​ຄືຊິ​ບໍ່​ເປັນ​ຫຍັງ.ຂ້ອຍ​ບໍ່​ໄດ້​ບອກ​ໃຫ້​ຄອບຄົວ​ຮູ້ຈັກ​ຄົນ,​ໄດ້​ບອກ​ແຕ່​ເຈົ້າຄົນ​ດຽວ. ສະພາບ​ຢູ່​ແຫ່ງ​ນັ້ນຫນ້າ​ສົງສານ​ຫລາຍ,ການ​ກູ້​ໄພ​ມີ​ຄວາມ​ອັນ​ຕະລາຍ​ຢູ່,ນ້ອງ​ຈົ່ງ​ຈື່​ໄວ້​ວ່າ, ຖ້າວ່າ​ຂ້ອຍບໍ່​ໄດ້ກັບ​ມາ​, ​ເຈົ້າ​ບໍ່​ຄວນ​​ໄຫ້,​ເພາະວ່າ​​ເຈົາ​ພຽງ​ແຕ່​ໄດ້​ເສຍ​ຄົນ​ຮັກ​ຜູ່​ດຽວ​ທໍ່​ນັ້ນ, ສ່ວນ​ຄົນ​ຢູ່​ແຫ່ງ​ນັ້ນ​​ໄດ້​ເສຍ​ບໍ່​ພຽງ​ແຕ່​ຄົນ​ຜູ່​ດຽວ​ທໍ່​ນັ້ນ,​ເມື່ອ​ແຫ່ງ​ນັ້ນສ້າງສາ​ຄືນ​ໃຫມ່​ແລ້ວ, ນ້ອງ​ກໍ່​ໄປ​ຢາມ​ແຫ່ງ​ນັ້ນ,ຢ່າ​ຖາມ​ວ່າ​ຂ້ອຍ​ຖືກ​ຝັງ​ໄວ້​ບ່ອນ​ໃດ!
1 2 3 4 5 6