ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:53:31    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ:ຄວາມ​ຮັກ​ທີ່​ນິ​ລັນ​ດອນ

cri

ຊາຍ:​ໂຊກ​ດີ​ທີ່​ຢູ່​ລອດ, ພວກ​ເຮົາ​ຕົກລົງ​ແຕ່ງງານ,​ແລະ​ຖະຫນຸຖະຫນຸມ​ເຊິ່ງກັນ​ແລະ​ກັນ.

ຍິງ: ຕອນ​ເຊົ້າວັນ​ທີ 13 ພຶດສະພາ​ນີ້, ຄູ່​ຮັກ​ຄູ່​ຫນຶ່ງ​ໄດ້​ຈັບ​ມື​ກັນ​ຍ່າງ​ເຂົ້າຫ້ອງການ​ຈົດ​ທະບຽນ​ສົມລົດທີ່​ເຂດ 沙坪坝 ນະຄອນ​ຈຸ່ງ​ກິ່ງ.
ຊາຍ:ຂໍ້​ມູນ​ຂອງ​ບ່ອນ​ຈົດ​ທະບຽນ​ສົມລົດ 5 ບ່ອນ​ທີ່​ຢູ່​ນະຄອນ​ຈຸ່ງ​ກິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຜ່ນດິນ​ໄຫວ​ບໍ່​ພຽງ​ແຕ່​ບໍ່​ໄດ້​ກະທົບ​ການ​ຈົດ​ທະ​ບຽນ​ສົມລົດທໍ່​ນັ້ນ,ຜູ່​ຄົນ​ທີ່​ໄປ​ຈົດ​ທະບຽນ​ນັ້ນຊ້ຳພັດ​ເພີ່ມ​ຫລາຍ​ຂຶ້ນ.

ຍິງ:ນາງ​ 吴钦 ທີ່​ເຮັດ​ວຽກ​ຢູ່​ເຂດ​ຊາ​ຜິ​ງປ້າ​ໄດ້​ຈັບ​ມື​ຂອງ​ແຟ​ນຍ່າງ​ເຂົ້າບ່ອນ​ຈົດ​ທະບຽນ​ສົມລົດ.ຫລັງ​ຈາກ​ໄດ້​ລອດຕາຍຢູ່​ຕຶກ​ສູງ​ໃນ​ເວລ​າ​ເກີດ​ແຜ່ນດິນ​ໄຫວ,ຜູ່​ທຳ​ອິດ​ທີ່​ນາງ​ຄິດ​ເຖິງ​ນັ້ນກໍ່​ແມ່ນ​ແຟນ,​ແລ້ວ​ຟ້າວ​ໂທລະສັບ​ຫາແຟນ,ຫລັງ​ຈາກ​ນັ້ນຫລາຍ​ຊົ່ວ​ໂມງ, ສອງ​ຄົນ​ກໍ່ໄດ້​ພົບ​ກັນ​.

ຊາຍ:ອູ​ຊີ​ນກອດ​​ຄົນ​ຮັກຕົນ​ເອງຢ່າງ​ແຫນ້ນ​ແລະ​ນ້ຳຕາ​ໄຫລອອກມາ, ຕອນ​ຄ່ຳ​ມື້​ດຽວ​ກັນ,ສອງ​ຄົນ​ຕົກລົງ​ວ່າ​ແຕ່ງງານ,​ເລື່ອງ​ອື່ນ​ບໍ່​ສຳຄັນ, ມີ​ແຕ່​ຕ້ອງ​ຖະຫນຸຖະຫນອມ​ເຊິ່ງກັນ​ແລະ​ກັນ.


1 2 3 4 5 6