ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 15:53:31    
ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ເວີ້ນ​ຊວນ:ຄວາມ​ຮັກ​ທີ່​ນິ​ລັນ​ດອນ

cri

ຊາຍ:ຂໍ​ໃຫ້​ນ້ອງ​ຈົ່ງ​ຍຶດຫມັ້ນ​ຕໍ່ໄປ,​ເປັນ​ເຈົ້າສາວ​ທີ່​ສວຍ​ງາມ​ຂອງ​ອ້າຍ.  "ທີ່​ຮັກ, ບໍ່​ມີ​ອ້າຍ​ຢູ່​ຄຽງ​ຂ້າງ​ນ້ອງ, ​ເປັນ​ຫ່ວງ​ນ້ອງ​ຈະ​ຢ້ານ,ບໍ່​ຕ້ອງ​ຢ້ານ​ດອກ, ອ້າຍ​ຈະ​ຊອກ​ໃຫ້​ເຫັນ​ນ້ອງ​.ຂໍ​ໃຫ້​ນ້ອງ​ຕ້ອງ​ອົດທົນ​ຕໍ່​ໄປ,​ເພື່ອ​ເປັນ​ເຈົ້າສາວ​ທີ່​ສວຍ​ງາມ​ຂອງ​ອ້າຍ."
ຍິງ:ວັນ​ທີ 14 ພຶດສະພາ​ນີ້,​ໃນ​ຄໍ​ລຳ​ໃຫ້​ກຳລັງ​ໃຈ​ແກ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ເວີ້​ນຊວນ​ທີ່​ແວັບ​ໄຊ​ແຫ່ງ​ຫນຶ່ງ​ຈັດ​ຂຶ້ນ​ນັ້ນ, ມີ​ຜູ່​ບ່າວ​ຜູ່​ຫນຶ່ງ​ໄດ້​ຂຽນ​ຄຳ​ເວົ້າດັ່ງກ່າວ​ໃສ່​ແວັບ​ໄຊ,ລາວ​ບອກ​ວ່າ​ແຟນຂອງ​ລາວ​ແມ່ນ​ຄົນ  ​ເວີ້​ນຊວນ​ແຂວງ​ເສ​ສວນ,ສອງ​ຄົນ​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ໃນ​ຮ້ານ​ອາຫານ​​ແຫ່ງ​ຫນຶ່ງ​ຂອງ​ນະຄອນ​ຈຸ່ງ​ກິ່ງ, ຮູ້ຈັກ​ກັນ​ເມື່ອ​ສີ່​ປີ​ກ່ອນ,​ແລະ​ຫມັ້ນ​ໄວ້​ວ່າ​ເດືອນ​ມິຖຸນາ​ປີ​ນີ້​ຈະ​ແຕ່ງງານ​ກັນ.

ຊາຍ:​ຜູ່​ບ່າວ​ຜູ່​ນີ້​ຂຽນ​ວ່າ:ກ່ອນ​ເກີດ​ແຜ່ນດິນ​ໄຫວ, ​ແຟນຂ້ອຍ​ກຳລັງ​ຢູ່​ບ້ານ​ເກີດ​ທີ່​ເມືອງ​ເວີ້​ນຊວນ​ເພື່ອ​ກະກຽມ​ງານ​ດອງ​ຂອງ​ພວກ​ເຮົາ, ​ຍ້ອນ​ວ່າ​ຫຍຸ້ງ​ນຳ​ວຽກ​ຫລາຍ​ຂ້ອຍຈິ່ງ​ກັບ​ເມືອ​ຈຸ່ງ​ກິ່ງ​ກ່ອນ​ລາວ.​ແຕ່​ບໍ່​ຄິດ​ເລີຍ​ວ່າ​ຈະເກີດ​ແຜ່ນດິນ​ໄຫວ.ຂ້ອຍ​ໄດ້​ໃຊ້​ທຸກ​ວິທີ​ແລ້ວ​ແຕ່​ກໍ່​ຕິດ​ຕໍ່ກັບ​ແຟນບໍ່​ໄດ້.ຂ້ອຍ​ຈະ​ເຮັດ​ແນວ​ໃດ?

ຍິງ: ​ດຽວ​ນີ້ ຜູ່​ບ່າວ​ຜູ່​ນີ້​ໄດ້​ຂໍ​ພັກ​ນຳ​ຮ້ານ​ອາຫານ​ແລ້ວ,​ແລະ​ກຽມ​ກັບ​ເມືອງ​ເວີ້​ນຊວນ​ເພື່ອ​ຊອກ​ຫາ​ເຈົ້າສາວ​ຂອງ​ຕົນ​ເອງ.


1 2 3 4 5 6