ຄວາມ​ລັບ​ຂອງ​ຂຸມ​ຝັງ​ສົບ​ໂຈ້ໂສ

(GMT+08:00) 2010-02-06 17:35:36     cri


ຫວ່າງ​ກ່ອນ​ນີ້,ບໍ່​ດົນ, ນັກ​ບູຮານ​ນະ​ຄະດີ​ຈີນ​ໄດ້​ຮັບ​ຮູ້​ໃນ​ເບື້ອງ​ຕົ້ນ​ວ່າ,ຂຸມ​ຝັງ​ສົບ​ແຫ່ງ​ຫນຶ່ງ​ທີ່​ສ້າງ​ຂຶ້ນ​ໃນ​ສັດຕະວັດ​ທີ 3 ທີ່​ຖືກ​ຄົ້ນ​ພົບຢູ່​ແຂວງ​ເຫີ​ຫນານ​ທາງ​ພາກ​ກາງຂອງ​ຈີນນັ້ນກໍ່​ແມ່ນ​ຂຸມ​ຝັງ​ສົບ​ຂອງ​ໂຈ້​ໂສ​ທີ່​ຄົນ​ຈີນ​ຊອກ​ຫາ​ມາ​ເປັນ​ເວລາ​ພັນ​ກວ່າ​ປີ.ການ​ຄົ້ນ​ພົບ​ເທື່ອ​ນີ້​ຖືກ​ສະ​ຖາ​ບັນ​ບູຮານ​ນະ​ຄະດີ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນຈັດ​ເປັນ​ຫນຶ່ງ​ໃນ 6 ການ​ຄົ້ນ​ພົບ​ທາງ​ດ້ານ​ບູຮານ​ນະ​ຄະດີ​ໃຫຍ່​ໃນ​ປີ 2009.​ເມື່ອ​ຂໍ້​ສະຫລຸບ​ດັ່ງກ່າວ​ຖືກ​ເຜີຍ​ແຜ່​ອອກ​ແລ້ວ, ກໍ່​ເຮັດ​ໃຫ້​ປະຊາຊົນ​ຈີນ​ສົນ​ໃຈ​ທີ່​ສຸດ,ບາງ​ຄົນ​ຍັງ​ສົງ​​ໃສວ່າຜູ່​ທີ່​ຝັງ​ຢູ່​ໃນ​ຂຸມນັ້ນ​ແມ່ນ​ໂຈ້​ໂສ​ແທ້​ຫລື​ບໍ່.ກ່ຽວ​ກັບ​ບັນຫາ​ນີ້, ນັກ​ບູຮານ​ນະ​ຄະດີ​ກ່າວ​ວ່າ, ຍັງ​ຕ້ອງ​ຂຸດ​ຄົ້ນ​ແລະ​ວິ​ເຄາະ​ຕໍ່​ເອກະສານຂໍ້​ມູນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຕໍ່​ໄປ​.​

​ໂຈ​ໂສ​ແມ່ນ​ນັກ​ການ​ເມືອງ, ນັກ​ການ​ທະຫານ​ແລະ​ນັກ​ວັນນະຄະດີ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄຫມ​ບູຮານ​ຂອງ​ຈີນ.ຂຸມ​ຝັງ​ສົບ​ຂອງ​​ໂຈໂສ​ຕັ້ງ​ຢູ່​ທິດໃຕ້​ຂອງ​ບ້ານ​ຊີ​ກ່າວ​​ເຊ້ຍຕາ​ແສງ​ອ່ານ​ເຟີ່ງ​ເມືອງ​ອ່ານ​ຢາງ​ຂອງ​ແຂວງ​ເຫີ​ນານ,ປັດຈຸບັນ, ບ້ານ​ຊີ​ກ່າວ​​ເຊ້ຍພຽງ​ແຕ່​ແມ່ນ​ບ້ານ​ນ້ອຍ​ທີ່​ບໍ່​ມີ​ຊື່​ສຽງ​ບ້ານ​ຫນຶ່ງ​ຢູ່​ພາກ​ກາງຂອງ​ຈີນ,ຊາວບ້ານ​ຢູ່​ແຫ່ງ​ນີ້​ອາ​ໄສເຮັດ​ໄຮ່​ເຮັດ​ນາ​ຫລື​ໄປ​ເຮັດວຽກ​ຢູ່​ຖິ່ນ​ອື່ນ​ລ້ຽງ​ຊີບ.ບາງ​ຄົນ​ກໍ່​ອາດ​ຈະ​ຂຸດພົບເຄື່ອງ​ບູຮານ​ຈຳນວນ​ຫນຶ່ງ​ໃນ​ເວລາ​ເຮັດ​ໄຮ່​ເຮັດ​ນາ​ຫລື​ປຸກ​ເຮືອນ​,ບາງ​ຄົນ​ກໍ່ມັກ​ສະ​ສົມ​ເຄື່ອງ​ທີ່​ແຕກ​ເປັນ​ແຜ່ນ​ເຫລົ່າ​ນີ້​ໄວ້​ເພື່ອ​ເປັນ​ເຄື່ອງຫລິ້ນ,​ແລະ​ກໍ່​ມີ​ບາງ​ຄົນ​ລັກ​ຂຸດ​ຂຸມ​ສົບ​ຊອກ​ເອົາ​ເຄື່ອງ​ບູຮານ​ໄປ​ຂາຍ​ເອົາ​ເງິນ​ຄຳ​ທີ່​ບໍ່​ຖືກ​ກົດຫມາຍ​.ສ່ວນ​ຂຸມ​ສົບ​ຂອງ​ໂຈໂສ​ກໍ່​ແມ່ນ​ຖືກ​ຄົ້ນ​ພົບໃນ​ທ່າມກາງ​ການ​ຕໍ່​ສູ້​ລະຫວ່າງ​ນັກ​ບູຮານ​ນະ​ຄະດີ​ກັບພວກ​ລັກ​ຂຸດ​ຂຸມ​ສົບ​ເຫລົ່ານັ້ນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ