ຄວາມ​ລັບ​ຂອງ​ຂຸມ​ຝັງ​ສົບ​ໂຈ້ໂສ

(GMT+08:00) 2010-02-06 17:35:36     cri


ຫລັກ​ຖານອ້າງ​ອີງ​ຂອງນັກ​ບູຮານ​ນະ​ຄະດີທີ່​ມີ​ການ​ສະຫລຸບ​ໃນ​ເບື້ອງຕົ້ນ​ແມ່ນ​ອີງ​ໃສ່​ຮູບ​ການ​,ຂະຫນາດ​ຂອງ​ຂຸມ​ຝັງ​ສົບ​ແລະ​ວັດ​ຖຸທີ່​ຂຸດພົບຈາກ​ຂຸມສົບ,ພ້ອມ​ດ້ວຍ​ເອກະສານທີ່​ກ່ຽວຂ້ອງ​ທີ່\​ບັນທຶກ​ທີ່​ຕັ້ງ​ຂອງ​ຂຸມ​ຝັງ​ສົບ​ຂອງ​ໂຈໂສ.​ແຕ່​ປະຊາຊົນ​ພັດ​ຢາກ​ຮູ້​ລາຍລະອຽດ​ຫລາຍກວ່າ​ນີ້ອີກ,​ເຊັ່ນ​ວ່າ: ຂຸມ​ຝັງ​ສົບ​ແຫ່ງ​ນີ້​ມີ​ຮູບລັກສະນະ​​ແນວ​ໃດ, ​ໄດ້​ຊອກ​ເຫັນ​ວັດຖຸບູຮານ​ຫຍັງ​ແດ່? ຢືນຢັນ​ຂຸມ​ຝັງ​ສົບ​ສ້າງ​ໃນ​ປີ​ໃດ​ແລະ​ຜູ່​ທີ່ຝັງ​ໃນ​ຂຸມ​ມີ​ຖານະ​ແນວ​ໃດ?ມີ​ຫລັກ​ຖານພຽງພໍ​ຫລື​ບໍ່? ​ສາມາດ​ຈຳ​ແນ​ກຖານະ​ຂອງ​ຜູ່​ຕາຍ​ໂດຍ​ຜ່ານ​ການ​ວິ​ເຄາະ DNA ​ໄດ້​ຫລື​ບໍ່?

​ ​ບັນຫາ​ເຫລົ່ານີ້, ທ່ານ​ຜ່ານ​ເວີຍ​ປິ່ນ​ໄດ້​​ເຜີຍ​ແຜ່​ຮູບ​ຖ່າຍຂຸດ​ຄົ້ນ​ຂຸມ​ຝັງ​ສົບ​ແຫ່ງ​ນີ້​ໃນ​ກອງ​ປະຊຸມ​ວິຊາ​ການ​ເທື່ອ​ຫນຶ່ງ, ທ່ານ​ເວົ້າວ່າ,​ໃນ​ຊີວິດ​ດຳ​ເນີນ​ວຽກ​ງານ​ສຳ​ຫລວດ​ບູຮານ​ນະ​ຄະດີ​ 20 ກວ່າ​ປີ​,​​ເທື່ອ​ນີ້ແມ່ນ​ເທື່ອ​ທຳ​ອິດ​ທີ່​ໄດ້​ເຫັນ​ຂຸມ​ຝັງ​ສົບ​ທີ່​ມີ​ຂະຫນາດ​ໃຫຍ່​ຊ່ຳນີ້.​ໂຄງ​ສ້າງ​ຂອງ​ຂຸມ​ຝັງ​ສົບນີ້​ສັບສົນ​ຫລາຍ, ​ເຊິ່ງມີ​ທາງ​ເຂົ້າ, ສອງ​ຫ້ອງຫ້ອງ​ຫນ້າ​ຫ້ອງ​ຫລັງ​ແລະ​​ສີ່​ຫ້ອງ​ຢູ່​ສອງ​ຂ້າງ.​ເມື່ອ​ສັງ​ເກດຈາກ​ແຜ່ນ​ແຕກ​ຂອງ​ປະຕູ​ຂຸມ​ຝັງ​ສົບ​ແລ້ວ​ສາມາດ​ວິ​ເຄາະ​​ໄດ້ວ່າ, ​ແຕ່​ຕາມ​ປະຕູ​ຂຸມ​ຝັງ​ສົບ​ຄວນ​ມີ​ຮູບຄວັດ​ທີ່​ງົດ​ງາມ,​ແລະ​ຝີ​ມື​ຄວັດ​ທີ່​ຊຳນານ.ທັງ​ຫມົດ​ເຫລົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ່​ຝັງ​ໃນ​ຂຸມ​ສົບ​ມີ​ຖານະ​ພິ​ເສດ.

ທ່ານ​ລີ​ວ​ເຈິ້ນ​ຕົ່ງ,ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ບູຮານ​ນະ​ຄະດີ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ໄດ້​ຄົ້ນຄວ້າ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ທຳນຽມ​ຝັງ​ສົບ​ໃນ​ສະ​ໄຫມ​ບູຮານ​ເປັນ​ເວລາ​ດົນານ​ແລ້ວ,ວີ່​ແວວ​ຫລາຍ​ຢ່າງ​ເຮັດ​ໃຫ້​ທ່ານຢືນຢັນ​ວ່າ​ຂຸມ​ຝັງ​ສົບ​ນີ້​ແມ່ນ​ສ້າງ​ຂຶ້ນ​ໃນ​ທ້າຍ​ສະ​ໄຫມ​ລາດ​ຊະ​ວົງ​ຕົ່ງ​ຮ້ານ,​ແລະ​ສິ່ງ​ທີ່​ຂຸດ​ພົບ​ນັ້ນ​ກໍ່​ເຫັນ​ໄດ້​ວ່າ​ສອດຄ່ອງ​ກັບ​ການ​ຝັງ​ແບບ​ປະຢັດ​ທີ່​ໂສ​ສົ່ງ​ເສີມ​ທີ່​​ບັນທຶກ​ໄວ້​ໃນ​​ເອກະສານ​ປະ​ຫວັດ​ສາດ​.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ