ຄວາມ​ລັບ​ຂອງ​ຂຸມ​ຝັງ​ສົບ​ໂຈ້ໂສ

(GMT+08:00) 2010-02-06 17:35:36     cri


ຍ້ອນ​ເຫດ​ນີ້, ​ເຮັດ​ໃຫ້​ສະ​ຖາ​ບັນ​ຄົ້ນຄວ້າ​ວັດຖຸບູຮານ​ແລະ​ບູຮານ​ນະ​ຄະດີ​ແຂວງ​ເຫີ​ນານ​ທີ່​ທ່ານ​ຜ່ານ​ເວີຍ​ປິ່ນ​ເຮັດ​ວຽກ​ຢູ່​ນັ້ນ​ເມື່ອ​ປະກາດ​ຜົນ​ການ​ຄົ້ນພົບດັ່ງກ່າວ​ໃນ​ທ້າຍ​ເດືອນ​ທັນວາຜ່ານ​ມາ​ນີ້ແລ້ວ, ​ກໍ່​ມີ​ຫລາຍໆ​ຄົນ​ສະ​ແດງ​ຄວາມ​ສົງ​ໃສ,ນັກວິຊາການ​ຈາກ​ພາກສ່ວນ​ຕ່າງໆເຂົ້າຮ່ວມ​ການປຶກສາ​ຫາລືຢ່າງຟົດ​ຟື້ນ​ເຊິ່ງບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ​ວາງ​ເວີ້ຍ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບູຮານ​ນະ​ຄະດີ​ຂອງ​ສະພາ​ບັນດິດ​ວິທະຍາສາດສັງຄົມ​ທັງ​ເປັນ​ນັກ​ບູຮານ​ນະ​ຄະດີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ກ່າວ​ວ່າ, ຄວາ​ມ​ຟົດ​ຟື້ນ​ຂອງກະ​ແສ​ປຶກສາຫາ​ລື​ກັນ​ກ່ຽວ​ກັບເລື່ອງ​ນີ້​ໄດ້​ລື່ນ​ກາຍ​ການ​ຄາດຫມາຍ​ຂອງ​ຜູ່​ຊ່ຽວຊານ​ຕ່າງໆ.ທ່ານ​ກ່າວ​ວ່າ:

ເທື່ອ​ນີ້​ຕ່າງ​ກັບ​ທຸກ​ເທື່ອ​ທີ່​ຜ່ານ​ມາ, ສາ​ເຫດ​ທີ່​ສຳຄັນ​ທີ່​ສຸດ​ກໍ່​ແມ່ນ:​ເທື່ອ​ນີ້​ພວກ​ເຮົາ​ໄດ້​ວິ​ເຄາະ​ວ່າ​ຜູ່​ທີ່​ຝັງ​ຢູ່​ແຫ່ງ​ນີ້​ແມ່ນ​ໂຈໂສ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ທີ່​ສຸດ​ໃນ​ສະ​ໄຫມ​ສາມ​ກົກ​ແລະຕະຫລອດ​ປະຫວັດສາດ​ບູຮານ​ຂອງ​ຈີນ.​ວົງ​ການ​ວິຊາ​ການ, ບຸກຄົນ​ສຳຄັນທີ່​ກ່ຽວຂ້ອງ​ໃນ​ສັງຄົມ​ຈົນ​ເຖິງ​ຜູ່​ໃຊ້​ອິນ​ເຕີ​ເນັດ ລ້ວນ​ແຕ່​ມີ​ຄວາມ​ເຫັນ​ຕ່າງໆ​ຂອງ​ໃຜລາວ​ກ່ຽວ​ກັບ​ການ​ຄົ້ນ​ພົບ​ຂຸມ​ຝັງ​ສົບ​ແຫ່ງ​ນີ້,​ເວົ້າລວມ​ແລ້ວ,ນີ້​ແມ່ນ​ເລື່ອງ​ທີ່ປະຊາຊົນ​​ໃຫ້​ຄວາມ​ສົນ​ໃຈ​ນຳ​ວັດທະນະທຳ​ປະຫວັດສາດ​ຂອງ​ພວກ​ເຮົາ, ​ໃນ​ຖານະ​ເປັນ​ຜູ່​ສຳ​ຫລວດ​ບູຮານ​ນະ​ຄະດີ, ພວກ​ເຮົາ​​ຮູ້ສຶກ​ພູມ​ໃຈ​ທີ່​ສຸດ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ