ຄວາມ​ລັບ​ຂອງ​ຂຸມ​ຝັງ​ສົບ​ໂຈ້ໂສ

(GMT+08:00) 2010-02-06 17:35:36     cri

ທ່ານ​ວາງ​ເວີ້ຍ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບູຮານ​ນະ​ຄະດີ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ, ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ປະຊາຊົນ,ຕໍ່​​ໄປ, ຍັງ​ຈະ​​ເຮັດ​ວຽກ​ຫລາຍ​ຢ່າງ,​ແລ້ວ​ນັກວິທະຍາສາດ​ໃນ​ດ້ານ​ຕ່າງໆ​ຈິ່ງ​ຈະສາມາດ​ໃຫ້​ຄວາມ​ເຫັນ​ທີ່​ເປັນ​ຂໍ້​ສະຫລຸບ​ສົມບູນໄດ້.ທ່ານ​​ເວົ້າວ່າ:

ໃນ​ຕໍ່ຫນ້າ​ນີ້, ກ່ອນ​ອື່ນ, ຕ້ອງ​ຂຸດ​ຄົ້ນ​ຂຸມ​ຝັງ​ສົບ​ເລກ​ຫນຶ່ງ​ຢ່າງ​ລະອຽດ,ວັດຖຸບູຮານ​ທີ່​ຂຸດພົບ​ຢູ່​ຂຸມ​ຝັງ​ສົບ​ເລກ​ຫນຶ່ງ​ເລກ​ສອງ​ນັ້ນ,​ ລວມທັງ​ລັກສະນະ​ຮູບ​ຮ່າງ, ກະ​ດູກ​ຄົນ,​ເຄື່ອງຂອງ​ຕ່າງໆໆ​ທີ່​​ຝັງຢູ່​ໃນ​ຂຸມ​ສົບ​ຕ້ອງ​ເອົາ​ສົມ​ທຽບ​ກັນ​ຢ່າງ​ລະອຽດ,ຍັງ​ຕ້ອງໃຊ້​ເຕັກນິກ​ວິທະຍາສາດ​ທຳ​ມະ​ຊາດ​ມາວັດ​ແທກ​ວິ​​ເຄາະ​ໄຈ້​ແຍກຢ່າງຮອບດ້ານ;​ແລະ​ຍັງ​​ຄົ້ນຄວ້າ​ເອກະສານ​ປະຫວັດສາດ​ທີ່​ກ່ຽວຂ້ອງ.ຕ້ອງ​ໃຫ້ຊ່ຽວຊານ​ທີ່​ຄົ້ນຄວ້າ​ບູຮານ​ນະ​ຄະດີ​​ແລະ​ຊ່ຽວຊານ​ຄົ້ນຄວ້າ​ເອກະສານ​ປະຫວັດສາດສະ​ໄຫມ​ລາດ​ຊະ​ວົງ​ຮ້ານ​ແລະ​ລາດ​ຊະ​ວົງ​​ເວີ້​ຍ,​ ​ດຳ​ເນີນ​ການ​ຄົ້ນຄວ້າ​ແບບ​ສັງ​ລວມຕໍ່​ສິ່ງ​ທີ່ຂຸດ​ພົບໃນ​ຂຸມ​ຝັງ​ສົບ​ແຫ່ງ​ນີ້, ສຸດ​ທ້າຍ​ໃຫ້​ໄດ້​ຂໍ້ສະຫລຸບຄວາມ​ເຫັນ​ຂອງ​ຜູ່​ຊ່ຽວຊານ.ຂ້າພະ​ເຈົ້າຮູ້ສຶກ​ວ່າ,​ແຕ່​ນີ້ ໄປ​ຮອດ​ການ​ສະຫລຸບ​ເປັນຄວາມ​ເຫັນ​ລະອຽດ​ຍັງ​ຕ້ອງ​​ເຮັດ​ວຍກອີກ​ຫລາຍ.

ທ່ານ​ວາງ​ເວີ້​ຍ​ເຫັນ​ວ່າ,ການຢັ້ງຢືນ​ວ່າ​ຜູ່​ຝັງ​ຢູ່​ໃນ​ຂຸມ​ສົບ​ແຫ່ງ​ນີ້​ແມ່ນ​ໂຈໂສ​ຫລື​ບໍ່​ພຽງ​ແຕ່​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງການ​ສຳ​ຫລວດ​ບູຮານ​ນະ​ຄະດີ​ເທື່ອ​ນີ້,ນັກ​ບູຮານ​ນະ​ຄະດີ​ຫວັງ​ຢ່າງ​ຍິ່ງ​ວ່າ​ຜ່ານ​ການ​ຄົ້ນຄວ້າ​ຂຸມ​ຝັງ​ສົບ​ນີ້​ມາ​ຄົ້ນຄວ້າສັງຄົມ, ວັດທະນະທຳ​ແລະ​ຮີດຄອງ​ປະ​ເພນີ​ໃນ​ສະ​ໄຫມ​ນັ້ນ. ອົງການ​ປົກຄອງ​ເມືອງ​ອ່ານ​ຢາງ​ແຂວງ​ເຫີ​ນານ​ກໍ່​ກ່າວ​ວ່າ, ຈະ​ສ້າງ​ເຂດ​ປ້ອງ​ກັນ​ຢູ່​ອ້ອມ​ຂ້າງ​ຂຸມ​ຝັງ​ສົບ, ​ແລະ​ຈະ​ພິຈາລະນາ​ໃຫ້​ພັດທະນາ​​ເປັນ​ເຂດທ່ອງທ່ຽວ​ຢູ່​ແຫ່ງ​ນີ້​ໃນ​ເວລາ​ທີ່​ເຫມາະ​ສົມ.


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ