ຄວາມ​ລັບ​ຂອງ​ຂຸມ​ຝັງ​ສົບ​ໂຈ້ໂສ

(GMT+08:00) 2010-02-06 17:35:36     cri


​ກ່ອນນີ້, ທ່ານ​ຜ່ານ​ເວີຍ​ປິ່ນ,ຮອງ​ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ວ​ຄວ້າ​ວັດຖຸບູຮານ​ແລະ​ບູຮານ​ນະ​ຄະດີ​ແຂວງ​ເຫີ​ນານ​ແມ່ນ​ດຳ​ເນີນ​ການ​ຂຸດ​ຄົ້ນ​ຂຸມ​ສົບ​ແຫ່ງ​ອື່ນ​ຢູ່​ເມືອງ​ອ່ານ​ຢາງຕະຫລອດ​ມາ,​ເຈົ້າຫນ້າ​ທີ່​ແຫ່ງ​ນັ້ນບອກ​ເພິ່ນ​ວ່າ, ຢູ່​ບ້ານ​ຊີ​ກ່າວ​​ເຊ້ຍມີ​ຂຸມ​ຝັງ​ສົບ​ແຫ່ງ​ຫນຶ່ງ​ຖືກ​ຂຸດ​ຈົນ​ບໍ່​ເປັນຕາ​ເອົາ​ແລ້ວ. ສະນັ້ນ, ທ່ານ​ຜ່ານ​ເວີຍ​ປິ່ນ​ກໍ່​ໄປ​ສຳ​ຫລວດ​ແລ້ວ​ລາຍ​ງານ​ຕໍ່​ຂັ້ນ​ເທິງ​ວ່າ, ​ແຫ່ງ​ນີ້​ຕ້ອງ​​ໄປ​ຂຸດ​ຄົ້ນ​ແບບ​ກອບກູ້​ເອົາ​ເຄື່ອງ​ທີ່​ລ້ຳຄ່າ,ສະນັ້ນ, ທ່ານ​ກໍ່​ເປັນ​ຜູ່​ນຳພາ​ການ​ຂຸດ​ຄົ້ນ​ຂຸມ​ຝັງ​ສົບ​ໃຫຍ່​ແຫ່ງ​ນີ້.ທ່ານ​ບອກ​ວ່າ:

​ແຕ່​ປີ 2006 ຫາ​ປີ 2008, ຂຸມຝັງ​ສົບ​ແຫ່ງ​ນີ້​ໄດ້ຖືກ​ລັກ​ຂຸດຫລາຍ​ເທື່ອ,​ເພື່ອ​ກອບກູ້​ເອົາ​ວັດຖຸບູຮານ​ຢູ່​ແຫ່ງ​ນີ້​ບໍ່​ໃຫ້​​ເສຍ​ຫາຍ​ອີກ, ​ເມື່ອ​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ກົມ​ວັດຖຸບູຮານ​ແຫ່ງ​ຊາດ​ຈີນ​ແລ້ວ, ​ເດືອນ​ທັນວາ​ປີ 2008, ສະ​ຖາ​ບັນ​ວັດຖຸບູຮານ​ແລະ​ບູຮານ​ນະ​ຄະດີ​ແຂວງ​ເຫີ​ນານ​ກໍ່​ເລີ່​ມຂຸດ​ຄົ້ນ​ຂຸ​ມ ຝັງ​ສົບ​ແຫ່ງ​ນີ້​ເພື່ອ​ກອບ​ກູ້.ຮອດ​ທ້າຍ​ເດືອນ​ທັນວາ​ປີ 2009,ວຽກ​ງານ​ຂຸດ​ຄົ້ນ​​ໄດ້​ຢຸດ​ໄລຍະ​ຫນຶ່ງ,​ເຊິ່ງ​ໄດ້​​ແກ່ຍາວ​ມາ​ເປັນ​ເວລາ​ປີ​ຫນຶ່ງ​ເຕັມໆ, ປັດຈຸບັນ, ​ໄດ້​ຮັບ​ຫມາກຜົນ​ສຳຄັນ​ທີ່​ເປັນ​ຂັ້ນ​ຕອນ.

ຫມາກຜົນ​ທີ່​ເປັນ​ຂັ້ນ​ຕອນ​ທີ່​ທ່ານ​ຜ່ານ​ເວີຍ​ປິ່ນ​ກ່າວ​ມານັ້ນກໍ່​ແມ່ນ​ໄດ້​ຢືນຢັນ​ໃນ​ເບື້ອງ​ຕົ້ນ​ວ່າ,ຜູ່​ທີ່ຝັງ​ຢູ່​ໃນ​ຂຸມ​ຝັງ​ສົບ​ແຫ່ງ​ນີ້​ແມ່ນ​ໂຈໂສ.​ໂຈໂສ​ແມ່ນ​ຄົນ​ສະ​ໄຫມ​ສາມ​ກົກ​ທີ່​ເປັນ​ສະ​ໄຫມ​ທີ່​ເກີດ​ສົງຄາມ​ເລື້ອຍໆ​ແຕ່​​ໃຫ້​ກຳ​ເນີ​ດ​ຜູ່​ຍິ່ງ​ໃຫຍ່​ຢ່າງ​ຫລວງຫລາຍ​ໃນ​ສະ​ໄຫມ​ລົບ​ເລວ​ກັນ​ໃນປະຫວັດສາດ​ຈີນ,​ໃນ​ບົດ​ປະພັນ​ວັນນະຄະດີ, ກາບກອນ​ແລະ​ລະຄອນ​ຢ່າງ​ຫລວງຫລາຍສະ​ແດງ​ເຖິງ​ປະຫວັດສາດ​ຕອນ​ນີ້.​ແຕ່​ອີງ​ໃສ່​ແນວ​ຄິດ​ຈົງ​ຮັກ​ພັກດີ​ຕໍ່​ເຈົ້າຊີວິດ​​ໃນແນວ​ຄິດ​ຂົງຈື້,​ບົດ​ປະພັນ​ເຫລົ່າ​ນີ້​ສ່ວນ​ຫລາຍ​ໄດ້​ວາດ​ພາບ​ໂຈໂສ​ເປັນ​ຂຸນ​ນາງ​ທີ່​ບໍ່​ດີ​ມັກ​ຫລິ້ນ​ພັກ​ຫລິ້ນ​ພວກ.ສະນັ້ນ ​ຢູ່​ຕາມ​ທ້ອງ​ຖິ່ນ, ປະຊາຊົນ​ກໍ່​ມີ​ການ​ເລົ່າ​ລື​ກັນ​ວ່າ: ​ກ່ອນ​ຕາຍ, ​ໂຈໂສ​ໄດ້​ກໍ່ຂຸມ​ຝັງ​ສົບຂອງ​ຕົນ 72 ​ແຫ່ງຢູ່​ຕາມ​ແຫ່ງ​ຕ່າງໆ, ​ເພື່ອ​ບໍ່​ຢາກ​ໃຫ້​ຄົນຮຸ້ນ​ຫລັງ​ໄປ​ລັກ​ເອົາ​ເຄື່ອງ​ມີຄ່າໃນ​ຂຸມ​ຝັງ​ສົບ​ຂອງ​ເພິ່ນ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ