ໝີແພນດາໃຜເຫັນແລ້ວກໍ່ມັກກໍ່ຮັກ,ບ້ານເກີດຂອງມັນຢູ່ແຂວງເສສວນຂອງຈີນ.ນະຄອນເສິງຕູ່ທີ່ເປັນເມືອງເອກຂອງແຂວງເສສວນເຖິງຈະບໍ່ແມ່ນບ່ອນຢູ່ອາໃສໂຮມກັນກາງປ່າຂອງໝີແພນດາກໍ່ຕາມ,ແຕ່ພັດແມ່ນສູນຄົ້ນຄວ້າ,ລ້ຽງ,ປະສົມພັນໝີແພນດາຊັ້ນໜຶ່ງ.ສູນໝີແພນດາບ່ອນນີ້ມີບົດບາດຄົ້ນຄວ້າປະສົມພັນແລະເຜີຍແຜ່ຄວາມຮູ້ດ້ານວິທະຍາສາດ.

ສູນຄົ້ນຄວ້າປະສົມພັນໝີແພນດາຕັ້ງຢູ່ພູຝູໂຖທີ່ຢູ່ຊານເມືອງທິດເໜືອຂອງນະຄອນເສິງຕູ່,ຫ່າງຈາກເທດສະບານເມືອງ10ກິໂລແມັດ,ໂດຍມີເສັ້ນທາງກວ້າງສາຍໜຶ່ງເຊື່ອມຕໍ່ລະຫວ່າງສູນລ້ຽງໝີແພນດາກັບເທດສະບານເມືອງ.ຊັບພະຍາກອນທີ່ລ້ຳຄ່າແລະສິ່ງວາງສະແດງຫຼວງຫຼາຍໃນຫໍພິພິດທະພັນໝີແພນດາແມ່ນໜຶ່ງບໍ່ມີສອງໃນໂລກນີ້,ເປັນບ່ອນທີ່ດີທີ່ສຸດສຳລັບຄົນທີ່ຢາກຮູ້ຈັກກັບໝີແພນດາ,ໃກ້ຊິດກັບທຳມະຊາດ,ທ່ອງທ່ຽວແລະພັກຜ່ອນຢ່ອນອາລົມ.

ເສິງລົງຫຼືເຈຄີແຊນ ນັກສະແດງກັ່ງຟູຊື່ດັງຂອງຮົງກົງຖ່າຍຮູບນຳໝີແພນດາຢູ່ສູນໝີແພນດາເສິງຕູ່
ນັບຕັ້ງແຕ່ສູນໝີແພນດາສ້າງຂຶ້ນໃນປີ1987ມານີ້,ກໍ່ໄດ້ມີການຄົ້ນຄວ້າຢ່າງບໍ່ຢຸດຢັ້ງ,ໄດ້ປະສົມພັນແລະລ້ຽງໝີແພນດາເພີ່ມຂຶ້ນເລື້ອຍໆ,ປັດຈຸບັນ,ສູນນີ້ມີພັນໝີແພນດາລ້ຽງຢູ່ຈຳນວນຫຼາຍທີ່ສຸດຂອງຈີນຄືມີ87ໂຕ.ທ່ານອູຊຽນຈື້ ຫົວໜ້າພະແນກສຶກສາມວນຊົນຂອງສູນໝີແພນດາບອກວ່າ,ແຕ່ລະປີ, ໝີແພນດາເຫຼົ່ານີ້ລ້ວນແຕ່ໄດ້ດຶງດູດນັກທ່ອງທ່ຽວມາທ່ຽວຊົມຢ່າງຫຼວງຫຼາຍ.

"ມວນຊົນມັກໝີແພນດາທີ່ສຸດ,ແຕ່ວ່າເປັນຫຍັງຈິ່ງຕ້ອງອະນຸລັກໝີແພນດາແລະອະນຸລັກແນວໃດ?ຫຼາຍຄົນບໍ່ຮູ້,ສະນັ້ນ,ສູນໝີແພນດາພວກເຮົາໄດ້ໂຄສະນາໃຫ້ຄວາມຮູ້ດ້ານວິທະຍາສາດ,ແນະນຳຢ່າງລະອຽດໃຫ້ມວນຊົນຮູ້ເຖິງປະຫວັດວິວັດທະນາການແລະສະພາບຄົງຕົວໃນປັດຈຸບັນຂອງໝີແພນດາແລະພວກເຮົາມີພັນທະແລະໜ້າທີ່ຮັບຜິດຊອບຫຍັງ ຕໍ່ໝີແພນດາ.ເພື່ອບອກເຂົາເຈົ້າວ່າພວກເຮົາທຸກຄົນລ້ວນແຕ່ມີພັນທະໜ້າທີ່ຕໍ່ສິ່ງແວດລ້ອມທຳມະຊາດ,ການອະນຸລັກໝີແພນດາຄວນເລີ່ມເຮັດຈາກສິ່ງເລັກໆນ້ອຍໆໃນຊີວິດປະຈຳວັນ."

<< 1 2 3 4 5 >>