ສູນ​ລ້ຽງ​ໝີ​ແພນ​ດາ​ເສິງ​ຕູ່

(GMT+08:00) 2010-07-02 10:22:58     cri

ໝີແພນດາທີ່ຫາກໍ່ເກີດໃໝ່ໆ

ເມື່ອ​ທ່ຽວ​ຢູ່​ໃນ​ສູນ​ໝີ​ແພນ​ດາ,ຖ້າ​ຜູ່​ໃດ​ໂຊກ​ດີ​ກໍ່​ຈະ​ໄດ້​ເຫັນ​ໝີ​ແພນ​ດາ​ທີ່​ຢູ່​ໃນ​ໄລ​ຍະ​ເຕີບ​ໂຕ​ທີ່​ຕ່າງ​ກັນ.ນາງ​ລິວ​ອີ້​ຈຸ່ນ ຜູ່​ນຳ​ທ່ຽວ​ຂອງ​ສູນໝີ​ແພນ​ດາບ​ອກວ່າ:"ໝີ​ແພນ​ດາ​ສ່ວນ​ຫຼາຍ​ເກີດ​ໃນ​ລະຫວ່າງ​ເດືອນ​ກໍລະກົດ​ຫາ​ເດືອນ​ສິງຫາ,ພາຍຫຼັງ​ເກີດ​ແລ້ວ​ກໍ່ຢູ່​ໃນ​ຫ້ອງກຳ​ເນີ​ດ.​​ແມ່ໝີ​ແພນ​ດາ​ບາງ​ໂຕບໍ່​ຮູ້​ເບິ່ງ​ແຍງ​ດູ​ແລລູກ​ເກີດ​ໃໝ່,ພວກ​ເຮົາ​ກໍ່​ເອົາ​ໝີ​ແດນ​ດາ​ທີ່​ຫາ​ກໍ່​ເກີດ​ໃໝ່ໆ​ໃສ່​ໃນຕູ້​​ປັບ​ອຸນຫະພູມລ້ຽງ​ເປັນ​ເວລາ4​ເດືອນ​ແລ້ວ​ຈິ່ງ​ເອົາ​ອອກ​ມາ,ໝີ​ແພນ​ດາ​ນ້ອຍ​ເຫັນ​ແສງຕາ​ເວັນ​ເທື່ອ​ທຳ​ອິດ​ກໍ່​ແມ່ນຫຼັງ​ຈາກ​ເກີດ​ໄດ້4​ເດືອນ​ແລ້ວ.​ເມື່ອ​ມັນ​​ໃຫຍ່​ຂຶ້ນ​ອີກ​ນ້ອຍ​ໜຶ່ງ​ແລ້ວ​ກໍ່​ເອົາ​ໄປ​ເຂົ້າໂຮງ​ອະນຸບານ​ໝີ​ແພນ​ດາ.​ເມື່ອ​ອາຍຸ​ໄດ້2​ປີ​ຈິ່ງຍ້າຍ​ໄປ​ຢູ່​ຫ້ອງ​ວິນ​ລາ​ໝີ​ແພນ​ດາ​ນ້ອຍ​ເພື່ອ​ຫຼິ້ນ​ນຳ​ໝູ່​ເພື່ອນ​ຂອງ​ມັນ.​ຫຼັງ​ຈາກ​ນັ້ນຈະ​ຍ້າຍ​ໄປ​ຫ້ອງ​ວິນ​ລາ​ໝີ​ແພນ​ດາທີ່​ໃກ້​ຈະ​ໃຫຍ່​ເຕັມທີ່​,​ສຸດ​ທ້າຍ​ຈິ່ງ​ໄປ​ຫ້ອງ​ວິນ​ລາ​ໝີ​ແພນ​ດາ​ທີ່​​ໃຫຍ່​ເຕັມທີ່​ແລ້ວ,ຢູ່​ໃນ​ຫ້ອງ​ວິນ​ລາ​ນີ້​ພວກ​ໝີ​ແພນ​ດາ​ກໍ່​ຈະ​ເກີດ​ຄວາມ​ຮັກຄວາມ​ຜູກ​ພັນ​ຕໍ່​ກັນ​ແລະ​ແຜ່ພັນ​ເກີດ​ລູກ​ເກີດ​ຫຼານ​ອອກ​ມາ."


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ