ສູນ​ລ້ຽງ​ໝີ​ແພນ​ດາ​ເສິງ​ຕູ່

(GMT+08:00) 2010-07-02 10:22:58     cri

ຢູ່​ບໍລິ​ເວນ​ອ້ອມ​​ແອ້ມ​ສູນ​ລ້ຽງ​ໝີ​ແພນ​ດາ​ແມ່ນ​ປ່າໄມ້​ໄຜ່​ທີ່​ຂຽວ​ງາມ​ດີ,​ແລະ​ດອກ​ໄມ້ທີ່​ສວຍ​ງາມ,​ອາ​ກາດ​ສົດ​ດີ,​ທິວ​ທັດ​ທຳ​ມະ​ຊາດ​ປະສານ​ສົມ​ທົບ​ກັບ​ທິວ​ທັດ​ທີ່​ສ້າງ​ຂຶ້ນ​ຢ່າງ​ກົມກຽວ​ກັນ.​ນອກ​ຈາກ​ມີ​ໝີ​ແພນ​ດາ​ປ່າ​ແລ້ວ,ພະນັກງານ​ຂອງ​ສູນ​ລ້ຽງ​ໝີ​ແພນ​ດາ​ຍັງ​ພະ​ຍາ​ຍາມ​ໃຊ້​ວິທີ​ຕ່າງໆ​ແນະ​ນຳ​ຄວາມ​ຮູ້​ກ່ຽວ​ກັບ​ໝີ​ແພນ​ດາ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາບ​ຢ່າງ​ລະອຽດ.ທ່ານ​ອູ​ຊຽນຈື້ ຫົວໜ້າ​ພະ​ແນ​ກສຶກສາມ​ວນຊົນ​ຂອງສູນ​ໝີ​ແພນ​ດາ​ບອກ​ວ່າ:

"​ຢູ່​ໃນ​ສູນ​ໝີ​ແພນ​ດາ,ບໍ່​ວ່າ​ນັກ​ທ່ອງ​ທ່ຽວ​ໄປ​ຮອດ​ບ່ອນ​ໃດ​ກໍ່​ລ້ວນ​ແຕ່​ໄດ້​ເຫັນ​ການ​ໂຄສະນາ​ແນວ​ຄິດ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ພວກ​ເຮົາ​ເຊິ່ງ​ລວມ​ທັງ​ປ້າຍ​ຊີ້​ທາງ,ຄະຕິ​​ເຕືອນ​ໃຈ​ເພື່ອ​ອະນຸລັກ​ສິ່ງ​ແວ​ດລ້ອມ.ປ້າຍ​ໂຄສະນາ​ທີ່​ຕັ້ງ​ຢູ່ສະໜາມ​ບ່ອນ​ຫຼິ້ນ​ຂອງ​ໝີ​ແພນ​ດາ​ຫຼື​ຢູ່​ຂ້າງຄອກ​ສັດ,​ເຊິ່ງມີ​ຫໍພິພິດທະພັນ,​ໂຮງສາຍ​ຮູບ​ເງົາ,ຫໍ​ຄວາມ​ລັບ​ຂອງ​ໝີ​ແພນ​ດາ,ພວກ​ເຮົາ​ມີ​ວິທີ​ການ​ສຶກ​ສາ​ແບບ​ດັ້ງ​ເດີມ,​ແລະ​ກໍ່​ມີ​ສາລະພັດ​ສື່,​ແລະ​ຍັງ​ມີ​ການ​ສາທິດ​​ແບບ​ຢ່າງໃຫ້​ນັກ​ທ່ອງ​ທ່ຽວ​ມີ​ສ່ວນ​ຮ່ວມ​ໃນ​ການຫຼີ້ນ​ເກ​ມ​ແບບ​ມີ​ແສງ​ແລະ​ສີ,​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເມື່ອ​ໄປ​ຮອດ​ສູນໝີ​ແພນ​ດາ​​ແລ້ວກໍ່​ໄດ້​ຮຽນ​ຮູ້​ຄື​ແນວ​ນີ້​​ແບບ​ງ່າຍໆ​ແລະມີ​ຄວາມເບີກ​ບ່ານ​ມ່ວນ​ຊື່ນ."


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ