ສູນ​ລ້ຽງ​ໝີ​ແພນ​ດາ​ເສິງ​ຕູ່

(GMT+08:00) 2010-07-02 10:22:58     cri

ບໍ່ພ​ຽງ​ແຕ່​ກິນ ​ດີ​ເທົ່າ​ນັ້ນ,​ເງື່ອນ​ໄຂ​ດຳລົງ​ຊີວິດ​ຂອງ​ໝີ​ແພນ​ດາ​ຢູ່​ໃນສູນ​ກໍ່​ດີ​,ບໍ່ພ​ຽງ​ແຕ່​ມີ​ຫ້ອງ​ດ່ຽວ,ຍັງ​ມີ​ຫ້ອງ​ເຄື່ອນ​ໄຫວ​ແລະ​ເຮືອນ​ຊຸດ​ວິນລາ​ອີກ.ນາງ​ລິວ​ອີ້​ຈຸ່ນ​ບອກ​ວ່າ,ໝີ​ແພນ​ດາ​ແຕ່​ເດີມ​ແມ່ນອາ​ໄສ​ຢູ່​ເຂດ​ທີ່​ມີ​ລະດັບ​ສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ​ຫຼາຍ,ມັນ​ລຶ້ງ​ກັບ​ອາກາດ​ໜາວ​,ຢ້ານ​ຮ້ອນ​ມາ​ແຕ່​ເກີດ,​ເພື່ອ​ອຳນວຍ​ເງື່ອນ​ໄຂ​ດຳລົງ​ຊີວິດ​ທີ່​ສຸກ​ສະ​ບາຍ​ໃຫ້​ພວກ​ມັນ,ຫ້ອງ​ໝີ​ແພນ​ດາ​ແຕ່​ລະ​ຫ້ອງ​ລ້ວນ​ແຕ່​ໄດ້​ຕິດ​ຕັ້ງ​ເຄື່ອງ​ປັບ​ອາ​ກາດ.​ນາງ​ບອກ​ວ່າ:"ຄັນ​ອາກາດ​ຮ້ອນ​ຫຼາຍ,ອຸນຫະພູມ​ສູງ​ກວ່າ26​ອົງສາ,ມັນ​ກໍ່​ແລ່ນ​ໄປ​ເຂົ້າ​ຫ້ອງ​ແອ,​ເຮືອນ​ວິນ​ລາ​ຂອງ​ໝີ​ແພນ​ດາ​ແບ່ງ​ເປັນ​ສອງ​ພາກ​ສ່ວນ,​ໜຶ່ງ​ແມ່ນ​ເດີ່ນ​ອ້ອມ​ເຮືອນ,​ອີກ​ອັນ​ໜຶ່ງ​ກໍ່​ແມ່ນ​ຫ້ອງ​ຂອງ​ມັນ,ມີ​ແອ,​ມີ​ຕູ້​ເຢັນ,ມີ​ສອງ​ປະ​ຕູ,​ປ່ອງ​ໜຶ່ງ​ແມ່ນ​ເພື່ອ​ເຂົ້າ​ອອກ,​ອີກ​ປ່ອງ​ໜຶ່ງ​ແມ່ນ​ເພື່ອ​ສ້າງ​ຄວາມ​ສະ​ດວກໃຫ້​ມັນ​ຫຼິ້ນ​ນຳ​ໝີ​ແພນ​ດາ​ທີ່​ຢູ່​ຂ້າງ​ເຮືອນ."

 

ທິດ​ສະ​ດີ​ ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເມື່ອ​ສິ່ງ​ທີ່​ມີ​ຊີ​ວິດ​ພັນ​ໜຶ່ງ​ມີ​ຈຳ​ນວນ​ບໍ່​ຮອດ​1000​ໂຕ​ກໍ່​ຕ້ອງ​ໄດ້ອະນຸລັກ​ມັນ​ຢູ່​ຕ່າງ​ຖິ່ນ​,ສູນ​ລ້ຽງ​ໝີ​ແພນ​ດາ​ເສິງ​ຕູ່​ກໍ່​ມີໜ້າ​ທີ່​ອັນນີ້​ລະ.ນາງ​ລິວ​ອີ້​ຈຸ່ນ ຜູ່​ນຳ​ທ່ຽວ​ບອກ​ວ່າ,​ຈຸດ​ປະ​ສົງ​ທີ່​ລ້ຽງ​ແບບ​ອະ​ນຸ​ລັກ​ກໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ໝີ​ແພນ​ດາ​ກັບ​ຄືນ​ສູ່​ທຳ​ມະ​ຊາດ​ໃນ​ທີ່​ສຸດ.

ການ​ຊ່ວຍ​ໝີ​ແພນ​ດາ​ທີ່​ເປັນ​ສັດ​ເກົ່າ​ແກ່​ຫາ​ຍາກ​ຟື້ນ​ຟູ​ຄວາມ​ມີ​ຊີວິດ​ຊີວາ​ແມ່ນ​ຄວາມ​ຝັນ​ຂອງ​ພະນັກງານ​ທັງ​ໝົດ​ຂອງ​ສູນ​ໝີ​ແພນ​ດາ​ເສິງ​ຕູ່.ສູ່​ມື້​ນີ້,​ຢາກ​ເຫັນ​ໝີ​ແພນ​ດາ​ປ່າ​ຍາກ​ຫຼາຍ,​ແຕ່​ວ່າ​ໄປ​ທ່ຽວ​ສູນ​ຄົ້ນ​ຄວ້າ​ປະ​ສົມ​ພັນ​ໝີ​ແພນ​ດາ​ເສິງ​ຕູ່​ແມ່ນ​ທາງ​ເລືອກ​ທີ່​ດີ​ອັນ​ໜຶ່ງ​ເພື່ອ​ຈະ​ໄດ້​ເຂົ້າ​ໃກ້​ຊິດ​ກັບ​ໝີ​ແພນ​ດາ,ພວກ​ເຮົາ​ກໍ່​ຫວັງ​ວ່າ​ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ອະ​ນຸ​ລັກ​ຮ່ວມ​ກັນ​ຂອງ​ພະ​ນັກ​ງານ​ຄົ້ນ​ຄວ້າ​ແລະ​ທົ່ວ​ສັງ​ຄົມ,ໝວດ​ພັນ​ໝີ​ແພນ​ດາທີ່​ຖືກ​ເອີ້ນ​ເປັນ​​ຊາກຫີນ ​ບາງ​ສາຍ​ພັນ​ທີ່​ເກືອບ​ຈະ​ສູນພັນ​ນັ້ນ​ໃຫ້​ສາມາດ​ກັບ​ມາ​ມີ​ຊີວິດ​ຊີວາ​ຄືນ​ໃໝ່.

 


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ