ສູນ​ລ້ຽງ​ໝີ​ແພນ​ດາ​ເສິງ​ຕູ່

(GMT+08:00) 2010-07-02 10:22:58     cri

ໝີ​ແພນ​ດາ​ໃຫຍ່​ເມື່ອ​ໃຫຍ່​ເຕັມທີ່​ແລ້ວ​ຈະມີ​ນ້ຳໜັກ​ຫຼາຍ​ກວ່າ100​ກິ​ໂລ,​ແຕ່​ອາຫານ​ຫຼັກ​ຂອງ​ໝີ​ແພນ​ດາ​ພັດ​ແມ່ນ​ໄມ້​ໄຜ່​ຢ່າງ​ດຽວ.ກິນ​ແຕ່ອາຫານ​ພຽງ​ຊະນິດດຽວ​ກໍ່​ແມ່ນ​ສາ​ເຫດ​ສຳຄັນ​ທີ່​ໝີ​ແພນ​ດາ​ປ່າ​ລອດຊີວິດ​ຍາກ.ພາຍ​ໃຕ້​ການ​ນຳພາ​ຂອງ​ນາງ​ລິວ​ອີ້​ຈຸ່ນ​ທີ່​ເປັນ​ຜູ່​ນຳ​ທ່ຽວ,ນັກ​ຂ່າວ​ໄດ້​ໄປ​ຮອດ​ຫ້ອງ​ອາຫານ​ໝີ​ແພນ​ດາ,ພົບ​ວ່າ​ໝີ​ແພນ​ດາ​ໃນ​ສູນ​ແຫ່ງ​ນີ້​ມີ​ຄວາມສຸກ​ຫຼາຍ.ນາງ​ລິວ​ອີ້​ຈຸ່ນ​ບອກ​ວ່າ:"ສູນ​ລ້ຽງ​ໝີ​ແພນ​ດາ​ພວກ​ເຮົາ​ໄດ້​ກຽມ​ໄມ້​ໄຜ່​ສົດ​​ໃຫ້​ໝີ​ແພນ​ດາ​ໂຕ​ແມ່​ມື້​ລະ40ກີ​ໂລ,ສຳລັບ​ໝີ​ແພນ​ດາ​ໂຕ​ຜູ່​ມື້​ລະ50​ກິ​ໂລ,​ແນ່​ນອນ​ແລ້ວ,​ກິນ​ແຕ່​ໄມ້​ໄຜ່​,ທາດ​ບຳລຸງ​ບໍ່ພໍ,ຍັງ​​ໄດ້​ກຽມ​ອາຫານ​ອື່ນ​ທີ່​ມີ​ທາດ​ບຳລຸງ​ຫຼາຍ,ຕົວຢ່າງ,ຂະໜົມ​ທີ່​ເຮັດ​ດ້ວຍ​ພຶດ​ຫຼາຍ​ຊະ​ນິດ​ເຊັ່ນ​ສາ​ລີ,​ທົ່ວ​ເຫຼືອງ​ເພື່ອ​ຕື່ມ​ວິ​ຕາ​ມິນ​ແລະ​ທາດ​ບຳລຸງ​ບາງ​ຢ່າງ,ໝີ​ແພນ​ດາ​ທີ່​ໃຫຍ່​ເຕັມທີ່​ກິນ​ຂະໜົມ​ແນວ​ນີ້​ມື້​ລະ3ຫາ​5ກ້ອນ​ກໍ່ສາ​ມາດ​ຮັບ​ປະ​ກັນ​ທາດ​ບຳ​ລຸງ​90%​ຂອງ​ມັນ."


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ