ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ, ​ເລີ່​ມ​ແຕ່​ມື້​ນີ້​ໄປ​ຈົນ​ຮອດ​ວັນ​ທີ 31 ທັນວາ​ 2014,​ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນໄດ້​ຈັດ​ກິດຈະ​ກຳ​"ປະ​ກວດ 10 ເຫດການ​ເດັ່ນ​ກ່ຽວ​ກັບ​ອາຊີ​ອາ​ຄະ​ເນ".​ ຂໍ​ໃຫ້​ທ່ານ​ເລືອກ​ເອົາ 10 ເຫດການ​ທີ່​ທ່ານ​ເຫັນ​ວ່າ​ແມ່ນ​ເຫດການ​ເດັ່ນ​ຈາກ 15 ເຫດການ​, ແລ້ວ​ຕອບ 10 ເຫດການ​ໃຫ້​ພວກ​ເຮົາ. ​ແຕ່​ຢ່າ​ລືມ​ໃນ​ເວລາ​ທ່ານ​ຕອບ​ທາງ​ເວັບ​​ໄຊ, ​ກະລຸນາ​ບອກ​ຊື່, ນາມ​ສະກຸນ, ທີ່ຢູ່​ແລະ​ເບີ​ໂທລະສັບ​ໃຫ້​ພວກ​​ເຮົາ​ຊາບ​ດ້ວຍ, ​ເພື່ອ​ຈະ​ໄດ້​ຕິດ​ຕໍ່​ກັບ​ສະດວກ. ຂໍ​ໃຫ້​ທ່ານ​ໂຊກ​ດີ!
 
v ຫຼາຍປະ​ເທດ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປ້ອງ​ກັນ​ການ​ແຜ່​ອິດທິກຳລັງ​ຂອງ​ກຸ່ມ IS
   ກຸ່ມ IS ທີ່​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ​ແບບ​ຂ້າມ​ຊາດ ​ໄດ້​ແຜ່ອິດ​ທິກຳລັງ​ປໍ​ລະ​ປັກ​ໄປ​ສູ່​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ​ແລະ​ຟິລິບ​ປິນທີ່ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້
v ການ​ເລືອກ​ຕັ້ງ​ປີ2015ຂອງ​ມຽນມາ​ຈະ​ຈັດ​ຂຶ້ນ​ຕາມ​ລັດຖະທຳ​ມະນູນ​ສະບັບ​ປະຈຸ​ບັນ
   ວັນ​ທີ18ພະຈິກ2014,​ທ່ານອູ ສະ​ເວ​ມານ,​ປະທານ​ສະພາ​ສະຫະພາບ​ມຽນມາ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ,​ລັດຖະບານ​ຊຸດໜ້າ​ຈຶ່ງ​ສາມາດ​ດັດ​ແກ້​ລັດຖະທຳ​ມະນູນ​ສະບັບ​ປະຈຸ​ບັນ​ໄດ້
v 10ປະ​ເທດ​ອາຊຽນຈະ​ກາຍ​ເປັນ​ປະ​ເທດ​ປະດິດ​ສ້າງ​ທະນາຄານ​ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ອາຊີ
   ວັນ​ທີ24ຕຸລາ2014,​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ໄດ້​ຮັບ​ການ​ມອບ​ສິດ​ຂອງ​ຈີນ​ແລະ21ປະ​ເທດ​ສະມາຊິກທີ່​ເປັນ​ປະ​ເທດ​ງວດ​ທຳ​ອິດ​ທີ່​ມີ​ຄວາມ​ເຈຕະນາ,
v ມາ​ເລ​ເຊຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວ​າມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ວັນ​ທີ 18 ຕຸລາ, ຢູ່​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​, ມາ​ເລ​ເຊຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ທີ່​ບໍ່​ແມ່ນ​ສາມາ​ຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ
v ຈີນ​ສະ​ເໜີ "​ແນວ​ຄວາມ​ຄິດ​ສອງວິທີ​ທາງ" (dual-track approach) ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້
   ວັນ​ທີ 9 ສິງຫາ, ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ປິ່ນ​ປ້ອມ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ
v ພັກ​ຝ່າ​ຍຄ້ານ​ກໍາປູ​ເຈຍ​ຢຸດຕິ​ການ​ຕໍ່ຕ້ານ​​ແລະ​​ເປັນສ່ວນ​ຮ່ວມ​ຂອງ​ລັດຖະສະພາ​
   ວັນ​ທີ 22 ກໍລະກົດ​ປີ​ນີ້, ຫຼັງ​ຈາກ​ໄດ້​ພົບ​ປະ​ເຈລະຈາ​ຢູ່​ນະ​ຄອນຫຼວງ​ພະນົ​​ມ​ເປັນ​ຂອງ​ກໍາປູ​ເຈຍ​ແລ້ວ, ທ່ານ​ຮຸນ​ເຊັນ, ນາຍົກລັດຖະມົນຕີ, ຮອງ​ປະທານ​ພັກ​ປະຊາຊົນ​ທີ່ກໍາ​ອໍານາດຂອງ​ກໍາປູ​ເຈຍ
v ທ່ານ​ໂຈ​ໂກ ວິ​ໂດ​ໂດ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີຄົນ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍ
   ວັນ​ທີ 22 ກໍລະກົດ​ປີ​ນີ້, ຄະນະ​ກໍາມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ປະກາດ​ວ່າ, ທ່ານ​ໂຈ​ໂກ ວິ​ໂດ​ໂດ, ຜູ້ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ອິນ​​ໂດ​ເນ​ເຊຍ
v ກອງທັບ​ໄທຍຶດອຳນາດ​ລັດຖະບານ
   ວັນ​ທີ 22 ພຶກ​ສະພາ​ຜ່ານ​ມາ​ນີ້, ທ່ານປຣະຢຸດ ຈັນ​ໂອຊາ, ຜູ້ບັນຊາ​ການກອງທັບ​ບົກ​ໄທ​ໄດ​ປະກາດ​ກໍ່​ການ​ລັດຖະປະຫານ​ທາງ​ການ​ທະຫານຂຶ້ນ
ອ່ານຕໍ່...>>