ມາເລເຊຍເນັ້ນແກ້ໄຂບັນຫາສະຖານະການມຽນມາດ້ວຍສັນຕິວິທີແລະແບບຍືນຍົງ

2023-02-11 15:09:49 CRI

   ກະຊວງການຕ່າງປະເທດມາເລເຊຍໄດ້ອອກຖະແຫຼງການໃນວັນທີ 10 ກຸມພານີ້ໂດຍລະບຸວ່າ: ເດັດດ່ຽວສະໜັບສະໜູນ “ຂໍ້ຕົກລົງ 5 ຂໍ້” ຂອງອາຊຽນ ເພື່ອຊຸກຍູ້ໃຫ້ແກ້ໄຂບັນຫາສະຖານະການມຽນມາດ້ວຍສັນຕິວິທີແລະແບບຍືນຍົງ.


   ມາເລເຊຍຈະສືບຕໍ່ຮ່ວມມືກັບປະເທດສະມາຊິກອາຊຽນຢ່າງໃກ້ຊິດແລະມີລັກສະນະສ້າງສັນ ໂດຍຈະທໍາຄວາມພະຍາຍາມຊ່ວຍເຫຼືອມຽນມາໃຫ້ບັນລຸແຜນການແກ້ໄຂບັນຫາສະຖານະການມຽນມາດ້ວຍສັນຕິວິທີແລະແບບຍືນຍົງ. ຖະແຫຼງການຍັງໄດ້ລະບຸຕື່ມອີກວ່າ: ພວກເຮົາເນັ້ນໜັກຕ້ອງຈັດຕັ້ງປະຕິບັດ “ຂໍ້ຕົກລົງ 5 ຂໍ້” ທີ່ການນໍາອາຊຽນໄດ້ຮັບຮອງໃນເດືອນເມສາປີ 2021 ນັ້ນຢ່າງຮອບດ້ານແລະມີປະສິດທິຜົນ.