ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີ ສ ນາອູຣູ

2024-03-26 14:49:59 cri


   ວັນທີ 25 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ເດວິດ ອະດຽງ ປະທານາທິບໍດີ ສ ນາອູຣູທີ່ມາຢ້ຽມຢາມຈີນທາງລັດຖະກິດຢູ່ທີ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

   ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນຊົມເຊີຍນາອູຣູ ເຊິ່ງກາຍເປັນອີກປະເທດໜຶ່ງທີ່ໄດ້ເຊັນສັນຍາຮ່ວມມືຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ກັບຈີນ, ຍິນດີພ້ອມກັບນາອູຣູເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆເຊັ່ນ: ການຄ້າ ການລົງທຶນ ແລະການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ທັງຈະສະໜອງຄວາມຊ່ວຍເຫຼືອໂດຍບໍ່ມີເງື່ອນໄຂທາງການເມືອງໃຫ້ແກ່ນາອູຣູເພື່ອບັນລຸການພັດທະນາແບບຍືນຍົງຢ່າງເປັນເຈົ້າການ.

   ທ່ານອະດຽງກ່າວວ່າ: ນາອູຣູຍິນດີເຄົາລົບຫຼັກການປະເທດຈີນດຽວ. ຂໍ້ລິເລີ່ມທົ່ວໂລກຢ່າງເປັນລະບົບທີ່ສະເໜີໂດຍທ່ານປະທານສີຈິ້ນຜິງແມ່ນມີຄວາມໝາຍສຳຄັນ. ນາອູຣູຍິນດີຕັ້ງໜ້າເຂົ້າຮ່ວມການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ແລະເພີ່ມການຮ່ວມມືກັບຈີນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.