ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 

ເລື່ອງ​ທີ 1: ພໍ່​​ດີທີ່​ຮັກ​ລູກ​ສາວ

ທ່ານ ສີ​ຈິ້ນ​ຜິງ ແມ່ນ​ປະ​ທານ​ປະ​ເທດ
ກໍ່​ແມ່ນ​ພໍ່​ດີ​ທີ່​ຍິນ​ດີ​ຢູ່ຮ່ວມ​ກັບ​ລູກ​ຕົນ
ຢູ່​ເທິງ​ຕູ້​ໃສ່​ປຶ້ມໃນຫ້ອງ​ການ​ຂອງ​ທ່ານ
ໄດ້​ມີ​ຮູບ​ຖ່າຍ​ທ່ານ​ກັບ​ລູກ​ສາວຕອນຍາມ​ນ້ອຍ
ຢູ່​ໃນ​ຮູບ,ທ່ານ​ພາ​ລູກ​ສາວ​ຂີ່​ລົດ​ຖີບ
ເມື່ອ​ເວົ້າ​ເຖິງ​ຄວາມ​ຮັ​ກ​ແພງ​ລະ​ຫວ່າງ​ທ່ານ ສີ​ຈິ້ນ​ຜິງ ກັບ​ລູກ​ສາວ
ນາງ ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຫວນ​ຄືນ​ຄວາມ​ຫຼັງ​ແລະ​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:
"ລູກ​ສາວ​ໜ້າ​ຕາ​ຄື​ພໍ່,ແລະ​ສະ​ໜິດ​​ກັບ​ພໍ່​ທີ່​ສຸດ.
ເມື່ອ​ຂ້ອຍ​ເບິ່ງ​ແຍງ​ລູກ,ລູກ​ມັກ​ຂີ້​ດື້​ຫຼາຍ,
ແຕ່​ຍາມ​ຢູ່​ກັບ​ພໍ່​ຂອງ​ລາວ,ກໍ່​ຮູ້​ເລື່ອງ​ດີ​ເໝືອນ​ດັ່ງ​ແມວ​ນ້ອຍ​ທີ່​ຟັງ​ຄວາມ."

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ