ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 


ເລື່ອງທີ 8: ນັກ​ຮຽນ​ປະ​ຖົມ​ປາ​ກີ​ສະ​ຖານ​ໂຄ​ສະ​ນາ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ສີ​ຈີ້ນ​ຜີງ

ຢູ່​ໂຮງ​ຮຽນ​ຣຸ​ສ​ມີ​ເລນ​ນຽມ​​ທີ່​ມີ​ຊື່​ສຽງ​ຂອງ​ປາ​ກີ​ສະ​ຖານ,ມີ​ "ແຟນ​ສ໌" ນ້ອຍ​ຈຳ​ນວນ​ຫຼາຍ​ຂອງ​ທ່ານ​ສີ​ຈີ້ນ​ຜີງ ເຊິ່ງ​ເປັນ "ເພື່ອນ​ໃຫຍ່".ປີ 2015, ເມື່ອໄດ້​ຮູ້​​ວ່າທ່ານ​ສີ​ຈີ້ນ​ຜີງ​ຈະ​ຢ້ຽມ​ຢາມ​ປາ​ກີ​ສະ​ຖານ,​ບັນ​ດາ "ແຟນ​" ນ້ອຍກໍ່​ຫວັງ​​ຢາກພົບ​​ກັບ​ດາ​ລາ​ໃນ​ດວງ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ.ເພາະ​ວ່າ​ບໍ່​ສາ​ມາດ​ໄປ​ຍິນ​ດີ​ຕ້ອນ​ຮັບ  "ເພື່ອນ​ໃຫຍ່" ຢູ່​ສະ​ໜາມ​ບິນ​ໄດ້,
ພວກ​ເພື່ອນ​ນ້ອຍ​ກໍ່​ເສຍ​ໃຈ​ໜ້ອຍ​ໜຶ່ງ.ຖ້າ​ຍິນ​ດີ​ຕ້ອນ​ຮັບຕໍ່​ໜ້າ​ບໍ່​ໄດ້,ບໍ່​ມີ​ວິ​ທີ​ອື່​ນແກ້​ໄຂ​ບໍ່?ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ຢ່າງ​ຄຶກ​ຄື້ນ,ພວກ​ເຂົາ​ເຈົ້າ​ມີ​ແຜນການໂຄ​ສະ​ນາ
ຢູ່​​ໜ້າ​ທຳ​ອິດ​ຂອງ​ໜັງ​ສື​ພິມ​ທີ່​ມີ​ອິດ​ທິ​ພົນ​ໃນທ້ອງ​ຖິ່ນ,ໂດຍ​ໃຊ້​ສິ​ລະ​ປະ​ຂຽນ​ງາມ ແລະ ຮູບ​ແຕ້ມ​ຈີນ
ມາ​ສະ​ແດງ​ຄວາມຍິນ​ດີ​ຕ້ອນ​ຮັບ​ທ່ານ​ສີ​ຈີ້ນ​ຜີງ​ຢ້ຽມ​ຢາມ​ປາ​ກີ​ສະ​ຖານ​ຢ່າງ​ຟົດ​ຟື້ນ. ​ຄວາມ​ຄິດ​ນີ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​​ຈາກ​ຄູ​ ແລະ ເພື່ອນ​ນັກຮຽນ​ທົ່ວ​ໂຮງ​ຮຽນ."ໜັງ​ສື​ພິມ​ແມ່ນ​ປ່ອງ​ຢ້ຽມ​ທີ່​​ຮັບ​ຮູ້​ປາ​ກີ​ສະ​ຖານ,
ພວກ​ເຮົາ​ເຊື່ອ​ວ່າ​ທ່ານ​ສີ​ຈີ້ນ​ຜີ​ງ​ຈະ​ສາ​ມາດ​ໄດ້​ເຫັນ"

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ