ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 


ເລື່ອງ​ທີ 6: ມິດ​ຕະ​ພາບ​ຜ່ານ​ຈົດ​ໝາຍ​ເຖິງ​ເດັກ​ນ້ອຍ​ອົ​ສ​ຕ​ຣາ​ລີ​ທີ່​ຢູ່​ແດນ​ໄກ​ແສນ​ໄກ

ປີ 2014, ນັກ​ຮຽນ​ປະ​ຖົມ 16 ຄົນ​ຂອງ​ລັດຕາ​ສ​ມາ​ເນຍ ປະ​ເທດ​ອົ​ສ​ຕ​ຣາ​ລີ
ໄດ້​ຂຽນ​ຈົດ​ໝາຍ​ກ້ານ​ໜຶ່ງ​ໄປ​ເຖິງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພ້ອມ​ພັນ​ລະ​ຍາ ເຜິງ​ລີ້ຢວນ
ເພື່ອ​ແນະ​ນຳ​ສັດ,ພືດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ກໍ​ຄື​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ລັດຕາ​ສ​ມາ​​ເນຍ
ທັງ​ເຊີນ​ຊວນທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ພັນ​ລະ​ຍາ​ໄປ​ຢ້ຽມ​ຢາມ​ບ້ານ​ເກີດ​ຂອງ​ຕົນ​ທີ່​ຂຽນ​ດ້ວຍ​ຕົວ​ໜັງ​ສື​​ຈີນ​ແບບ​ບໍ່​ຖະ​ໜັດ​ເທື່ອ
 ສິ່ງ​ທີ່​​ເດັກ​ນ້ອຍ​ເຫຼົ່າ​ນີ້​ບໍ່​ນຶກ​ບໍ່​ຝັນ​ວ່າ
ຈົດ​ໝາຍ​ກ້ານ​ນີ້​ໄດ້​ເຊີ​ນ​ຊວນ​ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ນາງ​ເຜິງ​ລີ້ຢວນ​ໄປ​ເຖິງຕໍ່​ໜ້າ​ເຂົາ​ເຈົ້າ​​ເອງ​ແທ້ໆ
ຈາກ​ນັ້ນ​ບໍ່​ດົນ, ນັກ​ຮຽນ​ປະ​ຖົມ​ເຫຼົ່າ​ນີ້​ໄດ້​ຖືກ​ເຊີນ​ເປັນ​ແຂກ​ພິ​ເສດ
ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ທີ່​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ນາງ​ເຜິງ​ລີ້ຢວນ​ທີ່​ໄປ​ຢ້ຽມ​ຢາມ​ລັດ​ແຫ່ງ​ນີ້​
ໂອ​ກາດ​ພົບ​ໜ້າ​ກັບ​ເດັກ​ນ້ອຍ​ເຫຼົ່າ​ນີ້
ທ່ານ​ສີ​ຈິ້ນ​ຜິງ​ໄດ້​ທັກ​ທາຍ​ສະ​ບາຍ​ດີ​ກັບ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຍີ້ມ​ແຍ້ມ​ແຈ່ມ​ໃສ
ທັງ​​ໃຫ້​ກຳ​ລັງ​ໃຈ​ແກ່ເຂົາ​ເຈົ້າ​ຮ​ຽນ​ພາ​ສາ​ຈີນ​ໃຫ້​ດີ ເພື່ອ​ຊອກ​ຮູ້​ແລະ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ແລະ​ປະ​ຫວັດ​ສາດ​ຈີນ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ
ເຂົາ​ເຈົ້າ​ຍັງ​ໄດ້​ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ​ຕົ້ນ​ໜຶ່ງອີກ
ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:
"ພວກ​ເຮົາ​ຕ້ອງ​ຫວ່ານ​ແນວ​ມິດ​ຕ​ະ​ພາບ​ຈີນ-ອົ​ສ​ຕ​ຣາ​ລີ
ໃຫ້​ເກີດ​ຮາກ​ແຕກ​ໜໍ່​ແລະ​ມີ​ກິ່ງ​ງ່າ​ໃບ​ໄມ້​ດົກ​ໜາ​ແລະ​ງອກ​ງາມ​ຂຶ້ນ"

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ