ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 


ເລື່ອງທີ 7: "ເພື່ອນໃຫຍ່" ແມ່ນ "ແຟນບານເຕະ" ໃຫຍ່ຜູ້ໜຶ່ງ

"ເພື່ອນໃຫຍ່"ສີຈິ້ນຜີງແມ່ນ"ແຟນບານເຕະ" ໃຫຍ່ຜູ້ໜຶ່ງ
ເອົາໃຈໃສ່ການພັດທະນາບານເຕະຂອງຊາວໜຸ່ມເຍົາວະຊົນຈີນເປັນພິເສດ
ທ່ານເຄີຍເວົ້າວ່າ, ການພັດທະນາບານເຕະຕ້ອງເລີ່ມແຕ່ຍັງນ້ອຍ.
ໃນປີ 2014, ໃນເວລາທ່ານສີຈິ້ນຜີງຢ້ຽມຢາມເຢຍລະມັນ,
ທ່ານໄດ້ເດີນທາງໄປສະໜາມກິລາໂອລິມປິກແບກແລງ,
ແລະພົບກັບນັກກິລາບານເຕະຊາວໜຸ່ມເຍົາວະຊົນຈີນທີ່ເຝິກອົບຮົມຢູ່ບ່ອນນັ້ນ.
ໃນເວລານັ້ນ, ຊາວໜຸ່ມເຍົາວະຊົນບານເຕະທີ່ມາຈາກເມືອງຈື້ຕ່ານແຂວງສານຊີຂອງຈີນ
ກຳລັງແຂ່ງຂັນກັບນັກກິລາຊາວໜຸ່ມເຍົາວະຊົນສະໂມສອນໂວຟສະເບີກຂອງເຢຍລະມັນ.
"ເພື່ອນໃຫຍ່"ເບິ່ງການແຂ່ງຂັນ, ຕົບມືກ່ອນໝູ່,​ພະຍັກໜ້າສະແດງຄວາມຊົມເຊີຍຕໍ່ນັກກິລາບານເຕະຊາວໜຸ່ມເຍົາວະຊົນຂອງຈີນແລະເຢຍລະມັນ.
ໃນເວລາພັກຜ່ອນໃນເຄິ່ງເວລາຂອງການແຂ່ງຂັນ, ທ່ານສີຈິ້ນຜີງໄດ້ໄປໂອ້ລົມກັບນັກກິລາໜຸ່ມນ້ອຍ.​
ທັງຫຼາຍເພື່ອຮັບຮູ້ສະພາບການເຝິກຊ້ອມແລະຊີວິດການເປັນຢູ່ຂອງເຂົາເຈົ້າ.
ນັກກິລາໜຸ່ມນ້ອຍທັງຫຼາຍໄດ້ກ່າວສະແດງຄວາມນິຍົມຊົມຊອບຕໍ່ກິລາບານເຕະແລະສິ່ງທີ່ໄດ້ຮັບໃນການເຝິກຊ້ອມຢູ່ເຢຍລະມັນຕໍ່ "ແຟນບານເຕະ" ໃຫຍ່ຢ່າງຕື້ນຕັນໃຈ.
ທ່ານສີຈິ້ນຜີງກ່າວຢ່າງເບີກບານມ່ວນຊື່ນວ່າ:
"ຂ້ອຍເບິ່ງພວກເຈົ້າໃນແງ່ດີ!ເບິ່ງຮຸ່ນພວກເຈົ້າໃນແງ່ດີ!"
ຫວັງວ່າໃນອະນາຄົດພວກເຈົ້າຈະພັດທະນາກາຍເປັນດາລາບານເຕະ.

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ