ຟັງ! ຫຼາຍ​ເລື່ອງ​ທີ່​ອົບ​ອຸ່ນ​ລະ​ຫວ່າງ "ເພື່ອນ​ໃຫຍ່" ສີ​ຈິ້ນ​ຜິງ​ແລະ​ເດັກ​ນ້ອຍ​ຈີນ​ແລະ​ຕ່າງ​ປະ​ເທດ
2018-05-31 17:54:12  cri 

ເລື່ອງ​ທີ 5: ຫ່ວງ​ໃຍເດັກ​ນ້ອຍ​ຢູ່​ເຂດ​ປະ​ສົບ​ໄພ​ໜັກ​ໜ່ວງ

ໃນ​ວັນ​ທີ 20 ເມ​ສາ​ປີ 2013,
ຢູ່​ເມືອງ​ລູ​ຊ່ານ​ແຂວງ​ເສ​ສວນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ລະ​ດັບ 7.0 ລິກ​ເຕີ
ໃນ​ໄລ​ຍະ​ຕ້ານໄພ​ແລະ​​ກູ້​ໄພ ແລະ​ສ້າງ​ສາ​ບ້​ານ​​ເມືອງ​ຄືນ​ໃໝ່
ທ່ານ ສີ​ຈິ້ນ​ຜິງ ໄດ້​ຄິດ​ຮອດ​ຄິດ​ເຖິງ​ພວກ​ເດັກ​ນ້ອຍ​ຢູ່​ບ່ອນ​ນັ້ນ​ຫຼາຍ
ໃນເວ​ລາ​ໄປ​​ຢື້​ຢາມ​ຖາມ​ຂ່າວປະ​ຊາ​ຊົນ​ເຂດປະ​ສົບ​ໄພ​
ທ່ານ​ໄດ້ໄປ​​ຢາມ​ພວກ​ເດັກ​ນ້ອຍ
ຢູ່​ໃນ​ຕູບ​ຜ້າ​ເຕັ້ນ​ຂອງ​ຜູ້​ປະ​ສົບ​ໄພເປັນ​ພິ​ເສດ
ພໍທ້າວ ໂລ້​ຈຸ້​ນ​ເສີງ ທີ່​ມີ​ອາ​ຍຸ 1 ປີ​ເຄິ່ງ​ໄດ້​ເຫັນ​ທ່ານ​ ສີ​ຈິ້ນ​ຜິງ
ກໍ່​ໄດ້​ຫອມ​ແກ້ມ​ທ່ານ,
ແລະ​ໄດ້​ເອີ້ນເພິ່ນ​ວ່າ "ປູ່"
ທ່ານ ສີ​ຈິ້ນ​ຜິງ ໄດ້ລູ​ບ​ແກ້ມ​ໂລ້​ຈຸ້ນ​ເສີງ​ດ້ວຍ​ຄວາມ​ດີ​ໃຈ
​ກໍ່ໄດ້​ຫອມ​ແກ້ມ​ລາວ​ເຊັ່ນ​ກັນ
ດ້ວຍ​ຄວາມ​ອົບ​ອຸ່ນ​ແບບ​ນີ້
ເຮັດ​ໃຫ້​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ຮູ້​ສຶກ​ຊາບ​ຊຶ້ງ​ໃຈ​ຫຼາຍ.

1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ